Thursday, October 24, 2024
Homeຂ່າວໜ້າໜຶ່ງການຂຶ້ນທະບຽນອອກໃບຕາດິນ ຍັງມີຄວາມຫຍຸ້ງຍາກຫຼາຍດ້ານ

ການຂຶ້ນທະບຽນອອກໃບຕາດິນ ຍັງມີຄວາມຫຍຸ້ງຍາກຫຼາຍດ້ານ

ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອ​ວັນ​ທີ 13 ມິ​ຖຸ​ນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານລັດຖະມົນຕີ ກຊສ ກ່າວວ່າ: ເຖິງແມ່ນວ່າລັດຖະບານ ຈະສຸມງົບປະມານ ເຂົ້າ​ໃສ່ ໃນການຂຶ້ນທະບຽນອອກໃບຕາດິນ ນັບແຕ່ປີ 2021 ເປັນຕົ້ນມາ, ແຕ່ກໍເຫັນໄດ້ວ່າ ໃນປີ 2023 ສາມາດບັນລຸໄດ້ ພຽງແຕ່ ປະມານ 48% (191.286 ຕອນ) ຂອງແຜນການ (ແຜນ​ການ 400.000 ຕອນ) ແລະ ໃນ 6 ເດືອຕົ້ນ ຂອງ ປີ 2024 ແມ່ນສາມາດ ບັນລຸໄດ້ ປະມານ 22% (67.489 ຕອນ) ຂອງແຜນການທີ່ວາງໄວ້ (ແຜນ​ການ 300.000 ຕອນ). ໃນໄລຍະຜ່ານມາ, ກຊສ ກໍໄດ້ຊຸກຍູ້ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ແລະ ມີສາເຫດ ດັ່ງ​ນີ້.

ທີ່ດິນທີ່ຍັງເຫຼືອ ໃນການຂຶ້ນທະບຽນອອກໃບຕາດິນ ແມ່ນເປັນທີ່ດິນກະສິກຳ ແລະ ປ່າໄມ້ ຊຶ່ງມີຂະໜາດກວ້າງ ແລະ ຕ້ອງໃຊ້ເວລາໃນການວັດແທກຫຼາຍ. ນອກຈາກນັ້ນ, ການຮັບຮູ້ສິດການນຳໃຊ້ທີ່ດິນ ຫາ​ກໍໄດ້ຮັບຮອງ ຈາກຄະນະປະຈຳສະພາແຫ່ງຊາດ ແລະ ກຳລັງກະກຽມຜັນຂະຫຍາຍ.

ຫຼາຍແຂວງ ເພີ່ມຂັ້ນຕອນການອອກໃບຕາດິນ, ການມອບວຽກໃຫ້ເມືອງ, ຂັ້ນແຂວງ ຍັງໃຊ້ເວລາກວດກາເຕັກນິກ ແລະ ແກ່ຍາວ ບໍ່ສາມາດເຊັນໃບຕາດິນ, ໂຕເລກການສຳຫຼວດວັດແທກ ຕອນດິນແມ່ນມີຈຳນວນຫຼາຍ ແຕ່ການເຊັນໃບຕາດິນ ອອກແມ່ນມີໜ້ອຍ. ນັບແຕ່ທ້າຍປີ 2023 ເປັນຕົ້ນມາຮອດ ເດືອນ ພຶດສະພາ 2024, ໂຄງການຂຶ້ນທະບຽນອອກໃບຕາດິນ ສາມາດສຳຫຼວດວັດແທກຕອນດິນໄດ້ 154.991 ຕອນ ແຕ່ເຊັນໃບຕາດິນໄດ້ ພຽງ 67.489 ຕອນ, ນັ້ນໝາຍວ່າ ຍັງມີຕອນດິນຈຳນວນ 87.502 ຕອນ ຍັງລໍຖ້າເຊັນໃບຕາດິນ.

ການມອບວຽກໃຫ້ເມືອງ ມີຄວາມຫຼ້າຊ້າ ແລະ ຍັງມີລັກສະນະລໍຖ້າໃນຫຼາຍແຂວງ, ເຖິງວ່າ ໄດ້ມີການຕົກລົງແລ້ວ, ແຕ່ການປະຕິບັດຕົວຈິງ ໂດຍສະເພາະ ການມອບຈໍານວນຕອນດິນ, ການມອບພະນັກງານ ຈາກແຂວງລົງເມືອງ ແມ່ນຍັງບໍ່ທັນໄດ້ປະຕິບັດໃນຫຼາຍເມືອງ.

ງົບປະມານທີ່ຈັດສັນໃຫ້ ໃນ 6 ເດືອນ ທ້າຍປີ 2023, ແມ່ນກຳລັງຢູ່ໃນໄລ​ຍະການປະຕິບັດ ແລະ ດຳເນີນການ.

ນັບແຕ່ເດືອນມິຖຸນາ – ກັນຍາ 2024 ແມ່ນໄລຍະລະດູຝົນ. ສະນັ້ນ, ການລົງສໍາຫຼວດວັດແທກທີ່ດິນ ເປັນຕົ້ນ ແມ່ນທີ່ດິນກະສິກໍາທີ່ຢູ່ຫ່າງໄກ, ເປັນທີ່ດິນຕອນໃຫຍ່ ຈະມີຄວາມຫຍຸ້ງຍາກ ຊຶ່ງຄາດຄະເນໄດ້ວ່າ ການສໍາຫຼວດວັດແທກ, ສອບຖາມສິດ ແລະ ອອກໃບຕາດິນ ຢູ່ບັນດາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງ ຈະສາມາດປະຕິບັດໄດ້ໜ້ອຍກວ່າ ໄລຍະເດືອນມັງກອນ – ພຶດສະພາ 2024 ທີ່ຜ່ານມາ.

ອີງຕາມຜົນກອງປະຊຸມ ລະດັບວິຊາການ ກ່ຽວກັບການກຳນົດເງື່ອນໄຂ ແລະ ວິທີການອອກໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດປ່າໄມ້ ໃນວັນທີ 3 ມິຖຸນາ 2024 ເຫັນວ່າ ໄດ້ມີການກຳນົດເບື້ອງຕົ້ນກ່ຽວກັບເງື່ອນໄຂ ແລະ ເຂດທີ່ຈະຂຶ້ນທະບຽນອອກໃບຕາດິນ ແລະ ອອກໃບຢັ້ງຢືນສິດນຳໃຊ້ທີ່ດິນ ແລະ ຈະຕ້ອງໄດ້ປັບປຸງເພີ່ມເຕີມກ່ອນສະເໜີ ລັດຖະບານຮັບຮອງ.

ການສ້າງແຜນນຳໃຊ້ງົບປະມານ ບ້ວງລາຍຮັບວິຊາການ (ພາກ 63) ຈໍານວນ 900 ລ້ານກີບ ທີ່ ກຊສ ໄດ້ຈັດສັນໃຫ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ແລະ ຫຊສ ເມືອງ ທົ່ວປະເທດ ເພື່ອຂຶ້ນທະບຽນອອກໃບຕາດິນ ປະຈໍາປີ 2024 ແມ່ນ ຍັງມີຄວາມຫຼ້າຊ້າໃນການສ້າງແຜນ.

ສຳລັບການຂຶ້ນທະບຽນອອກໃບຕາດິນໃນປີ 2025, ອິງໃສ່ ຄວາມສາມາດໃນການສຳຫຼວດວັດແທກ ຂອງ ໜ່ວຍງານຂຶ້ນທະບຽນອອກໃບຕາດິນ (ສະເລ່ຍ 10.000 ຕອນ ຕໍ່ເດືອນ) ແລະ ກໍານົດເວລາການຂຶ້ນທະບຽນອອກໃບຕາດິນອີງຕາມຄວາມສາມາດຕົວຈິງໃນການອອກໃບຕາດິນ, ໃນປີ 2025, ຈະສາມາດຂຶ້ນທະບຽນອອກໃບຕາດິນໄດ້ ບໍ່ຫຼຸດ 120.000 ຕອນ. ການປະຕິບັດຄາດໝາຍອອກໃບຕາດິນ 1,6 ລ້ານຕອນ ຮອດເດືອນທັນວາ 2025 ແມ່ນເປັນຄາດໝາຍສູ້ຊົນ ແລະ ມີ​ຄວາມທ້າທາຍທີ່ຈະບັນລຸໄດ້ ຊຶ່ງມີບັນດາສິ່ງທ້າທາຍທາງດ້ານກົນໄກການມອບວຽກ, ການຮັບຮູ້ສິດໃນເຂດປ່າໄມ້ ແລະ ອື່ນໆ.

(ຂ່າວ: ສຸກສະຫວັນ, ພາບ: ເກດສະໜາ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments