Sunday, September 8, 2024
Homeສາລະໜ້າຮູ້"ນົມສົດ" ແລະ "ສໍາລີ" ເຮັດໃຫ້ໜ້າຂາວໃສ

“ນົມສົດ” ແລະ “ສໍາລີ” ເຮັດໃຫ້ໜ້າຂາວໃສ

ທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ເຮົາຈະມາບອກຂໍ້ຄວາມ ກ່ຽວກັບການຮັກສາຜິວໜ້າ ໂດຍການໃຊ້ນົມສົດ ແລະ ສໍາລີ ເຊີ່ງມີໃນປະເທດຂອງພວກເຮົາ ໄປມາເບີ່ງນຳກັນເລີຍ!

1. ນົມສົດສາມາດໃຊ້ແທນໂທນເນີໄດ້ ຫຼັງຈາກລ້າງໜ້າແລ້ວເອົາສໍາລີມາຈຸ່ມນົມສົດ ແລ້ວເຊັດ ແລະ ນວດໃຫ້ທົ່ວໃບໜ້າ ເພື່ອໃຫ້ນົມຊືມເຂົ້າໄປໃນບໍລິເວນຜິວໜັງແລ້ວລ້າງອອກ ພຽງແຕ່ວິທີງ່າຍໆ ແບບນີ້ຈະໄດ້ຮັບໃບໜ້າທີ່ອ່ອນ ແລະ ນຽນນຸ້ມ.

2. ຖ້າຢາກມີໃບໜ້າທີ່ຊຸ່ມຊື່ນ ແລະ ສົດໃສ ພຽງແຕ່ເອົານົມສົດປົນກັບນໍ້າສະອາດໃສ່ກະຕຸກແລ້ວເອົາໄປແຊ່ໃນຕູ້ເຢັນເກັບຮັກສາໄວ້ ຫຼັງຈາກນັ້ນສີດໃສ່ໜ້າໃນເວລາກາງເວັນ ທ່ານຈະມີຜິວໜ້າທີ່ຊຸ່ມຊື່ນ ແລະ ໜ້າສຳພັດ (ສູດນີ້ແມ່ນມາຈາກ Angelina Jolie).

3. ຂອບຕາດຳຄືໝີແພນດາສາວໆ ຄົນໃດທີ່ນອນເດິກມີຕາດຳ ພວກເຮົາມີວິທີຊ່ວຍເຫຼືອ ພຽງແຕ່ຈຸ່ມສໍາລີກັບນົມສົດເຢັນໆ ຈາກນັ້ນປະໄວ້ປະມານ 10-15 ຫຼັງຈາກນັ້ນລ້າງອອກດ້ວຍນໍ້າສະອາດ ຈະເຮັດໃຫ້ຮອຍຄໍ້າຈາງລົງ *ຜູ້ຍິງຄວນຫຼີກລ້ຽງການທາຄີມທີ່ໃກ້ກັບຂອບຕາ ເພາະຈະເຮັດໃຫ້ຕາດຳຂື້ນ*

4. ມາກໜ້າສູດນີ້ແມ່ນດີທີ່ສູດນີ້ ແມ່ນສູດໃໝ່ໃຫ້ນຳເອົາໝາກ​ເຫຼັນຕັດເປັນຕ່ອນບາງໆ (ແຊ່ໄວ້ຕູ້ເຢັນ) ແລະ ຈຸ່ມໃສ່ນົມສົດ ຈາກນັ້ນເອົາມາທາໄວ້ທົ່ວໃບໜ້າ ປະໄວ້ປະມານ 15-20 ນາທີແລ້ວລ້າງອອກ.

ອີກສູດໜຶ່ງສຳລັບໃບໜ້າທີ່ຜົດຜື່ນຈາກສິວ ຄວນໃຊ້ນົມສົ້ມ + ໂຢເກີດ

ອຸປະກອນທີ່ຕ້ອງກຽມຄື:

1. ໂຢເກີດລົດທຳມະຊາດ

2. ນົມສົ້ມ

3. ສໍາລີ

ວິທີເຮັດ

1. ອັດຕາສ່ວນຂອງໂຢເກີດ 2 ບ່ວງ ຕໍ່ກັບນົມສົ້ມ 1 ບ່ວງ ປະສົມເຂົ້າກັນແລ້ວຄົນໃຫ້ເປັນເນື້ອດຽວກັນ.

2. ຕັກສ່ວນປະສົມໃສ່ສໍາລີ ຫຼັງຈາກນັ້ນທາທົ່ວໃບໜ້າຍົກເວັ້ນດວງຕາ ແລ້ວປະເຄິ່ງຊົ່ວໂມງ ຫຼັງຈາກນັ້ນລ້າງອອກດ້ວຍໂຟມທີ່ສະອາດ ໃນເວລາພຽງສອງສາມມື້ເທົ່ານັ້ນ ທ່ານຈະສາມາດມີຄວາມສຸກກັບໃບໜ້າເປັ່ງປັງ ທົດລອງເຮັດເບີ່ງເດີ!.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments