Thursday, October 24, 2024
Homeຂ່າວໜ້າໜຶ່ງກະຊວງການເງິນ ຊີ້ແຈງຄຳຊັກຖາມ ກ່ຽວກັບນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນ

ກະຊວງການເງິນ ຊີ້ແຈງຄຳຊັກຖາມ ກ່ຽວກັບນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນ

ໃນວັນທີ 13 ມິຖຸນາ 2024 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການກຳນົດນະໂຍບາຍເພີ່ມເງິນ ເດືອນ, ເງິນອຸດໜູນ ໃຫ້ພະນັກງານ, ທະຫານ-ຕຳຫລວດ ເຖິງວ່າໄດ້ປະຕິບັດແລ້ວ ແຕ່ຍັງເຫັນວ່າ ເປັນຈຳນວນໜ້ອຍ ແລະ ບໍ່ທັນແບ່ງເບົາພາລະຄ່າຄອງຊີບ ທີ່ສູງຂຶ້ນຕາມສະພາບເງິນເຟີ້ ແລະ ອັດ ຕາແລກປ່ຽນໃນປັດຈຸບັນ, ລັດຖະບານຈະມີການຄົ້ນຄວ້າ ເພື່ອຮັບປະກັນໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງຄືແນວໃດ?, ບັນດາມາດການດ້ານງົບປະມານ-ການເງິນ ທີ່ກະຊວງການເງິນໄດ້ວ່າງອອກສາມາດ ຊ່ວຍແກ້ໄຂສະພາບ ຄວາມຫຍຸ້ງຍາກທາງດ້ານເງິນຕາ ເປັນຕົ້ນ ອັດຕາເງິນເຟີ້, ອັດຕາແລກປ່ຽນ, ການອ່ອນຄ່າຂອງເງິນກີບ ແລະ ຄ່າຊີບ ທີ່ນັບມື້ນັບສູງຂຶ້ນ ຄືແນວໃດ?.

ຕໍ່ກັບບັນຫາດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ຄຳຊີ້ແຈ້ງວ່າ: ການປະຕິບັດລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ພະນັກງານບຳນານ, ລັດຖະບານ ກໍຄື ກະຊວງການເງິນ ຖືເປັນລາຍຈ່າຍບຸລິມະສິດດ້ວຍການຄົ້ນຄວ້າຂຶ້ນແຜນ, ເພີ່ມມູນຄ່າດັດສະນີເງິນເດືອນແຕ່ລະໄລຍະ ແລະ ປະຕິບັດການເບີກຈ່າຍໃຫ້ທັນເວລາ, ແຕ່ຍ້ອນສະພາບເສດຖະກິດມີຄວາມຫຍຸ້ງຍາກ, ສະພາບເງິນເຟີ້ ແລະ ອັດຕາແລກປ່ຽນສູງຂຶ້ນ ເຮັດໃຫ້ການດຳລົງຊີວິດ ຂອງພະນັກງານລັດຖືກກະທົບ. ຕໍ່ສະພາບດັ່ງກ່າວ, ໃນປີ 2023 ໄດ້ຄົ້ນຄວ້າເພີ່ມເງິນຄ່າຄອງຊີບ 150.000 ກີບ ແລະ ຍົກລະດັບເງິນເດືອນຂັ້ນຕໍ່າສຸດ ຂອງພະນັກ ງານມາເປັນ 1.700.000 ກີບ ແລະ ໃນປີ 2024 ໄດ້ສືບຕໍ່ເພີ່ມຄ່າຄອງຊີບຂຶ້ນອີກ 150.000 ກີບ ເຮັດໃຫ້ເງິນເດືອນພື້ນຖານຕໍ່າສຸດຂອງພະນັກງານລັດຖະກອນ ມາເປັນ 1.850.000 ກີບ ເຊິ່ງເຫັນວ່າສາມາດແກ້ໄຂແບ່ງເບົາພາລະຄ່າຄອງຊີບໄດ້ໃນລະດັບໜຶ່ງ.

ອີງໃສ່ສະພາບເງິນກີບອ່ອນຄ່າ ໃນປັດຈຸບັນ, ລັດຖະບານ ໄດ້ສືບຕໍ່ໃຫ້ກະຊວງພາຍໃນ, ກະ ຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າປັບປຸງໂຄງສ້າງເງິນເດືອນຄືນໃໝ່ ເພື່ອໃຫ້ສອດ ຄ່ອງກັບສະພາບເສດຖະກິດ. ກະຊວງການເງິນ ຈະຄົ້ນຄວ້າຄວາມອາດສາມາດໃນການເພີ່ມເງິນ ເດືອນຂຶ້ນຕື່ມ ເຊິ່ງປັດໄຈຫລັກແມ່ນຂຶ້ນກັບລາຍຮັບງົບປະມານທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອຈະມາຄົ້ນຄວ້າເພີ່ມ. ຜ່ານການຄົ້ນຄວ້າເບື້ອງຕົ້ນ ຄາດວ່າຈະສູ້ຊົນຍົກລະດັບປັບປຸງນະໂຍບາຍເງິນເດືອນ ຕໍ່າສຸດ ມາຢູ່ລະດັບ 2 ລ້ານ ຫາ 2,2 ລ້ານກີບ ເຊິ່ງຈະເຮັດໃຫ້ລາຍຈ່າຍເງິນເດືອນເພີ່ມຂຶ້ນ ປະມານ 8-18% ຂອງລາຍຈ່າຍເງິນເດືອນຕໍ່າສຸດຂອງປີ 2024 ດ້ວຍການປັບປຸງ ໂຄງສ້າງດັດສະນີເງິນ ເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆເຂົ້າສູ່ລະບົບເງິນເດືອນ ໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດງວດ 1 ປີ 2025 ເປັນຕົ້ນໄປ.

ສຳລັບ ຜົນກະທົບຕໍ່ອັດຕາເງິນເຟີ້ ແລະ ການອ່ອນຄ່າຂອງອັດຕາແລກປ່ຽນ ເກີດຈາກປັດໄຈພາຍໃນ ແລະ ພາຍນອກ. ສະນັ້ນ, ກະຊວງການເງິນ ໄດ້ຄົ້ນຄວ້ານະໂຍບາຍ ແລະ ມາດຕະການທາງດ້ານເງິນຕາ ທີ່ຕິດພັນກັບການແກ້ໄຂບັນຫາ, ສິ່ງທ້າທາຍດ້ານການເງິນ-ເງິນຕາ ໃນປີ 2022 ໂດຍຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະ ກິດ-ການເງິນ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຂອງຄະນະສະເພາະກິດ 19/ກມສພ ໂດຍໄດ້ຜັນຂະຫຍາຍເປັນ 5 ໜ້າວຽກ ຄື: ນະໂຍບາຍທາງດ້ານພາສີ-ອາກອນ ເຊິ່ງໄດ້ມີການປັບຫລຸດອັດຕາອາກອນຊົມໃຊ້ນໍ້າມັນເຊື້ອໄຟ ຕາມມະຕິຄະນະປະຈຳສະພາແຫ່ງຊາດ; ອອກນິຕິກຳ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຜ່ານລະບົບທະນາຄານ; ການອອກລັດຖະບັນຍັດປະທານປະເທດ ວ່າດ້ວຍການປັບປຸງອັດຕາອາກອນຊົມໃຊ້ ຂອງບາງປະເພດສິນຄ້າ ເປັນມາດຕະ ການໜຶ່ງທີ່ຊ່ວຍໃນການຄຸ້ມຄອງການໄຫລອອກຂອງເງິນຕາຕ່າງປະເທດ, ແຕ່ທາງພາກປະຕິບັດຕົວຈິງເຫັນວ່າ ຍັງມີບາງໝວດສິນຄ້າເພີ່ມຂຶ້ນເຊັ່ນ: ມູນຄ່າການນຳເຂົ້າພາຫະນະເພີ່ມຂຶ້ນ 37%; ເຄື່ອງດື່ມສຳເລັດຮູບເພີ່ມຂຶ້ນ 7%; ປະເພດເຄື່ອງດື່ມທີ່ມີທາດເຫລົ້າຫລຸດລົງ 43%; ປະເພດຜະລິດຕະພັນເບຍ ເພີ່ມຂຶ້ນ 16% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນມາດຕະການໃນຕໍ່ໜ້າ, ຈະທົບທວນຄືນ ອັດຕາ ແລະ ກົນໄກການຈັດຕັ້ງປະຕິບັດ ໃຫ້ສອກຄ່ອງກັບສະພາບຕົວຈິງຕື່ມ; ການ ຈັດຕັ້ງປະຕິບັດອັດຕາອາກອນມູນຄ່າເພີ່ມ ຈາກ 7% ມາເປັນ 10% ເຊິ່ງເປັນອັດຕາເກົ່າທີ່ເຄີຍປະຕິ ບັດຜ່ານມາ ເພື່ອເຮັດໃຫ້ສາມາດສ້າງລາຍຮັບເຂົ້າງົບປະມານລັດເພີ່ມຂຶ້ນ ປະມານ 2.000 ຕື້.

ສຳລັບ ບັນດາມາດຕະການ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຂອງຄະນະສະ ເພາະກິດ 19/ກມສພ ຕິດພັນກັບກະຊວງການເງິນ ກໍໄດ້ຈັດຕັ້ງຜັນຂະຫຍາຍ ການຈັດເກັບຄ່າທຳ ນຽມການນຳເຂົ້າເພື່ອສົ່ງອອກຕໍ່ ເປັນເງິນຕາຕ່າງປະເທດ ແມ່ນໄດ້ສໍາເລັດການເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນຂ່າວສານ ຜ່ານລະບົບທັນສະໄໝ ກັບທະນາຄານ ແຫ່ງ ສປປ ລາວ ເຊິ່ງສາມາດດຶງເອົາຂໍ້ມູນຈາກລະບົບຂອງກົມພາສີ ກະຊວງການເງິນ ໄດ້ໂດຍພື້ນຖານ (ບໍ່ທັນມີຕົວເລກຢັ້ງຢືນຜົນການຈັດຕັ້ງປະຕິບັດ). ນອກຈາກນີ້, ຍັງມີການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ, ການດໍາເນີນມາດຕະການຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ, ການຄຸ້ມຄອງການນຳເຂົ້າສິນຄ້າຕິດຕົວຜູ້ໂດຍສານ ແລະ ການເຄື່ອນຍ້າຍເງິນຕາອອກໄປຕ່າງປະເທດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments