Thursday, October 24, 2024
Homeຂ່າວຕ່າງປະເທດອູແກຣນ ຕ້ອງການບ້ວງເງິນ 500ຕື້ໂດລາສະຫະລັດ ໃນການສ້າງປະເທດຄືນໃໝ່

ອູແກຣນ ຕ້ອງການບ້ວງເງິນ 500ຕື້ໂດລາສະຫະລັດ ໃນການສ້າງປະເທດຄືນໃໝ່

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ທະນາຄານໂລກ (WB) ຄາດຄະເນວ່າ: ອູແກຣນ ອາດຈະຕ້ອງການບ້ວງເງິນ 500 ຕື້ໂດລາສະຫະລັດ ເພື່ອສ້າງສາຄືນໃໝ່ ພາຍຫລັງການປະທະກັນ ຫລັງຈາກຈັດກອງປະຊຸມສາກົນ ກ່ຽວກັບການສ້າງສາ ອູແກຣນຄືນໃໝ່ ຖືກໄຂຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງແບກແລງຂອງເຢຍລະມັນ. ໃນໂອກາດນີ້ ທ່ານ ໂອລາຟ ສກໍຟ (Olaf Scholz), ນາຍົກລັດຖະມົນຕີເຢຍລະມັນ ຮຽກຮ້ອງໃຫ້ບັນດາບໍລິສັດເອກະຊົນລົງທຶນໃຫ້ແກ່ບັນດາໂຄງການສ້າງສາ ປະເທດອູແກຣນຄືນໃໝ່. ທ່ານ Olaf Scholz ຢືນຢັນວ່າ: ບັນດາບໍລິສັດຈະເຫັນໄດ້ໂອກາດດຳເນີນທຸລະກິດເພື່ອລົງທຶນ ແລະ ປຶກສາຫາລື ກ່ຽວກັບຄວາມສາມາດບົ່ມຊ້ອນຂອງອູແກຣນ ໃນບັນດາຂົງເຂດ, ລວມມີ: ພະລັງງານ ທົດແທນ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຢາ. ນອກຈາກນີ້, ທ່ານ ແອນໂຕນີໂອ ຕາຈານີ (Antonio Tajani), ລັດຖະມົນຕີກະຊວງ ການຕ່າງປະເທດອີຕາລີ ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ເຫັນດີສະໜອງບ້ວງເງິນໜູນຊ່ວຍ 149 ລ້ານ ເອີໂຣ ໃຫ້ແກ່ ອູແກຣນ ເພື່ອກໍ່ສ້າງພື້ນຖານໂຄງລ່າງຄືນໃໝ່ໃນຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments