Thursday, October 24, 2024
Homeຂ່າວການເມືອງກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນານີ້ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະພັກກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນຳພາຊີ້ນຳວຽກງານໃນໄລຍະ 6 ເດືອນຕົ້ນປີ 2024 ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກແຕ່ລະຂັ້ນ.

ໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ວຽກງານຈຸດສຸມທີ່ຄະນະພັກກະຊວງປ້ອງກັນປະເທດ ເປັນຕົ້ນນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ໂດຍສະເພາະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດເຂົ້າສູ່ຕົວຈິງຂອງກົມກອງ-ທ້ອງຖິ່ນ ສາມາດຮັບປະກັນເຮັດໃຫ້ຂອບເຂດທົ່ວປະເທດມີຄວາມສະຫງົບໂດຍພື້ນຖານ, ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງໜັກແໜ້ນ, ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນແມ່ນບັນລຸໝາກຜົນສູງ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບມີຫຼາຍດ້ານດີຂຶ້ນກວ່າເກົ່າ, ແຕ່ຍັງມີບາງວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕື່ມ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ເວົ້າລວມ, ເວົ້າສະເພາະ ກໍຄືການປັບປຸງກໍ່ສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝ.

ກອງປະຊຸມຄັ້ງນີ້ ໄດ້ມີຄວາມເປັນເອກະພາບໃນການຕີລາຄາສະພາບການນຳພາ-ບັນຊາຕ້ອງມີຄວາມຮັບຜິດ ຊອບໃນການເບິ່ງບັນຫາໃຫ້ຖືກຕ້ອງພາວະວິໄສ, ຍົກໃຫ້ເຫັນບັນຫາທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງດ້ານຕ່າງໆຕ້ອງໄດ້ຮັບການແກ້ໄຂໃຫ້ຂາດຕົວ ເປັນຕົ້ນແມ່ນການແກ້ໄຂບັນຫາຕົວຈິງທາງດ້ານການເມືອງ-ແນວຄິດ, ທັດສະນະຫຼັກໝັ້ນ, ແບບແຜນວິທີເຮັດວຽກ, ແບບແຜນດຳລົງຊີວິດທີ່ຖືກຕ້ອງ, ຮັບປະກັນການກຳນົດແຜນວຽກຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມໃນຕົວຈິງຂອງກອງທັບ, ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດດ້ວຍຈິດໃຈບຸກທະລຸໃຫ້ມີການຫັນປ່ຽນຢ່າງຕັ້ງໝ້າດີຂຶ້ນກວ່າເກົ່າ. ກອງປະຊຸມໄດ້ດໍາເນີນເປັນເວລາ 2 ວັນຈຶ່ງສໍາເລັດ.

ຂ່າວ-ພາບ: ຄຳອ້າຍ ທອງວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments