Home ຂ່າວໜ້າໜຶ່ງ ອັດຕາເງິນເຟີ້ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1%

ອັດຕາເງິນເຟີ້ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1%

0
44

ການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ໂດຍສະເພາະ ອັດຕາເງິນເຟີ້ ໃນ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1% . ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ລາຍງານ ການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ ນີ້ ທີ່ ສະພາແຫ່ງຊາດ ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ລາຍງານວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2024 ເສດຖະກິດຂອງ ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ທັງສະພາບການເງິນສາກົນ ແລະ ເສດຖະກິດພາຍໃນ. ສະພາບການເງິນສາກົນ ໃນ 6 ເດືອນຕົ້ນປີ ຍັງສືບຕໍ່ມີຄວາມເຄັ່ງຕຶງ ເນື່ອງຈາກທະນາຄານກາງ ສະຫະລັດອາເມຣິກາ ຍັງສືບຕໍ່ຮັກສາອັດຕາດອກເບ້ຍອ້າງອີງໃນລະດັບສູງ (5,5%) ເລີ່ມແຕ່ເດືອນມິຖຸນາ 2023 ເປັນຕົ້ນມາ ເຮັດໃຫ້ສະກຸນເງິນທ້ອງຖິ່ນຂອງບັນດາປະເທດຕ່າງໆ ທຽບສະກຸນເງິນໂດລາ ຜັນຜວນ ແລະ ອ່ອນຄ່າ (ຕົວຢ່າງ: ເງິນບາດທຽບໂດລາ ອ່ອນຄ່າ 6,53%, ເງິນຢວນ ອ່ອນຄ່າ 1,78%, ເງິນເຢນ ອ່ອນຄ່າ 8,94% ແລະ ເງິນໂດລາສິງກະໂປ ອ່ອນຄ່າ 2,45%) ເຮັດໃຫ້ບັນດາປະເທດທີ່ມີພັນທະຊຳລະໜີ້ສິນສູງ ມີລາຍຈ່າຍດອກເບ້ຍເພີ່ມສູງຂຶ້ນກວ່າປົກກະຕິ. ໂດຍລວມແລ້ວ, ໂຄງສ້າງເສດຖະກິດ ມະຫາພາກຂອງປະເທດເຮົາຍັງຂາດຄວາມສົມດູນທາງດ້ານງົບປະມານແຫ່ງລັດ ແລະ ດຸນເງິນຕາຕ່າງປະເທດ, ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອຊຳລະການນໍາເຂົ້າສິນຄ້າ, ການບໍລິການ ແລະ ໜີ້ສິນຕ່າງປະເທດ ຍັງສືບຕໍ່ເພີ່ມຂຶ້ນໃນຂະນະທີ່ຄວາມອາດສາມາດໃນການສະໜອງເງິນຕາຍັງຈຳກັດ ເຮັດໃຫ້ການຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຍັງຫຍຸ້ງຍາກສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງຫຼີກລ່ຽງບໍ່ໄດ້.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ລາຍງານໃຫ້ຮູ້ຕື່ມວ່າ: ສຳລັບຜົນໄດ້ຮັບໃນການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ໂດຍສະເພາະ ອັດຕາເງິນເຟີ້ ໃນ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1% (ສະເພາະ ເດືອນພຶດສະພາ 2024 ຢູ່ໃນລະດັບ 25,8%) ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25% (ມະຕິສະພາ ບໍ່ເກີນ 9% (ຫຼື 1 ໂຕເລກ); ອັດຕາແລກປ່ຽນຂອງລະບົບທະນາຄານ ສະເພາະ ເດືອນພຶດສະພາ 2024 (ຂໍ້ມູນຮອດວັນທີ 31/5/2024) ທຽບໃສ່ທ້າຍປີ 2023 ເງິນກີບທຽບໃສ່ເງິນໂດລາ ອ່ອນຄ່າ 3,98% (ຈາກ 20.525,31 ກີບ/ໂດລາ ໃນທ້າຍປີ 2023 ມາເປັນ 21.376,39 ກີບ/ໂດລາ), ເງິນກີບທຽບໃສ່ເງິນບາດ ອ່ອນຄ່າ 2,96% (ຈາກ 639,85 ກີບ/ບາດ ໃນທ້າຍປີ 2023 ມາເປັນ 659,35 ກີບ/ບາດ). ໂດຍລວມແລ້ວ ເງິນກີບທຽບເງິນໂດລາອ່ອນຄ່າສະເລ່ຍຈາກ 1,45% ຕໍ່ເດືອນ ໃນປີ 2023 ມາເປັນ 0,70% ຕໍ່ເດືອນ ໃນປີ 2024 ແລະ ເງິນກີບທຽບເງິນບາດ ອ່ອນຄ່າສະເລ່ຍຈາກ 2% ຕໍ່ເດືອນໃນປີ 2023 ເປັນ 0,61% ຕໍ່ເດືອນ ໃນປີ 2024. ໃນຂະນະທີ່ ສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງ ທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບ ຢູ່ໃນລະດັບສູງກ່ວາ 10%, ແຕ່ເຖິງຢ່າງໃດກໍຕາມ ນັບແຕ່ທ້າຍເດືອນພຶດສະພາ ປີ 2024 ເຫັນວ່າ ອັດຕາແລກປ່ຽນອ່ອນຄ່າໃນຈັງຫວະທີ່ແຮງຂຶ້ນສົມຄວນ ເມື່ອທຽບກັບຕົ້ນປີ 2024; ປະລິມານເງິນ M2 ຮອດທ້າຍເດືອນພຶດສະພາ 2024 ທຽບໄລຍະດຽວກັນຂອງປີຜ່ານມາ ປະລິມານເງິນ M2 ທີ່ບໍ່ລວມການອ່ອນຄ່າຂອງເງິນກີບ ຂະຫຍາຍຕົວໃນລະດັບ 22% (ລວມການອ່ອນຄ່າຂອງເງິນກີບ ຂະຫຍາຍຕົວໃນລະດັບ 39%) ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ; ໃນ 6 ເດືອນຕົ້ນປີ 2024 ການຂະຫຍາຍຕົວຂອງປະລິມານເງິນ M2 ຄາດວ່າຈະຢູ່ໃນລະດັບ 22% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (ຖ້າລວມການອ່ອນຄ່າຂອງອັດຕາແລກປ່ຽນ ຄາດວ່າຈະຂະຫຍາຍຕົວໃນລະດັບ 35%) (ມະຕິສະພາ ຂະຫຍາຍຕົວບໍ່ເກີນ 25%); ລະດັບຄັງສໍາຮອງເງິນຕາຕ່າງປະເທດ ຮອດທ້າຍເດືອນພຶດສະພາ 2024 ສາມາດກຸ້ມການນໍາເຂົ້າໄດ້ 4 ເດືອນກວ່າ ແລະ ຄາດຄະເນ 6 ເດືອນຕົ້ນປີ 2024 ຈະສາມາດກຸ້ມການນໍາເຂົ້າໄດ້ 4 ເດືອນເຄິ່ງ (ມະຕິສະພາ ຢ່າງຕໍ່າ 5 ເດືອນຂຶ້ນໄປ); ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ: ໃນເດືອນພຶດສະພາ 2024 (ຂໍ້ມູນເບື້ອງຕົ້ນ) ບັນລຸໄດ້ 102,50% ຂອງ GDP ແລະ ຄາດຄະເນ 6 ເດືອນຕົ້ນປີ 2024 ຈະບັນລຸໄດ້ 102% ຂອງ GDP (ມະຕິສະພາ: ບໍ່ຫຼຸດ 85%); ຍອດເຫຼືອສິນເຊື່ອຂອງຂະແໜງທະນາຄານ ໃນເດືອນພຶດສະພາ 2024 (ຂໍ້ມູນເບື້ອງຕົ້ນ) ບັນລຸໄດ້ 64,17% ແລະ ຄາດຄະເນ 6 ເດືອນຕົ້ນປີ 2024 ຈະບັນລຸໄດ້ 63% ຂອງ GDP (ມະຕິສະພາ ບໍ່ຫຼຸດ 65%); ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs): ໃນເດືອນເມສາ 2024 (ຂໍ້ມູນປັບປຸງ) ຢູ່ໃນລະດັບ 1,75% ແລະ ຄາດຄະເນ 6 ເດືອນຕົ້ນປີ 2024 ຈະຢູ່ໃນລະດັບບໍ່ເກີນ 3% (ມະຕິສະພາ: ບໍ່ເກີນ 3%); ລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ໃນ 5 ເດືອນຕົ້ນປີ 2024 ລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ບັນລຸໄດ້ 63,33% ຂອງການສົ່ງອອກທັງໝົດ ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະປະຕິບັດ ໄດ້ 65,87% ຂອງການສົ່ງອອກທັງໝົດ (ໂຕເລກນີ້ແມ່ນບໍ່ລວມຫົວໜ່ວຍສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ບາງມາດຕາຂອງກົດໝາຍ) (ມະຕິສະພາ ບໍ່ຫຼຸດ 70%). ສັງລວມແລ້ວ, ຜ່ານການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ເຫັນວ່າ ສາມາດບັນລຸໄດ້ 5 ຕົວຊີ້ບອກ ແລະ ອີກ 3 ຕົວຊີ້ບອກ ຍັງເປັນສິ່ງທີ່ທ້າທາຍທີ່ ທຫລ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນເງິນຕາໃນ 6 ເດືອນທ້າຍປີ 2024.

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here