Home ຂ່າວດ່ວນ ປກສ ເມືອງລອງ ກັກຜູ້ຖືກຫາ 6 ຄົນ ພ້ອມຂອງກາງຢາບ້າ 2.840 ເມັດ

ປກສ ເມືອງລອງ ກັກຜູ້ຖືກຫາ 6 ຄົນ ພ້ອມຂອງກາງຢາບ້າ 2.840 ເມັດ

0

ພັຕ ແສງຄຳ ຜົ້ງສາລີ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງລອງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນໄລຍະ 1 ເດືອນຜ່ານມາ ໄດ້ເອົາໃຈໃສ່ຕິດຕາມກຸ່ມເປົ້າໝາຍຢາເສບຕິດ ສາມາດກັກຜູ້ຖືກຫາໄດ້ 06 ຄົນ, ພ້ອມດ້ວຍຂອງກາງ 2.840 ເມັດ, ຜູ້ຖືກຫາຄື: ທ້າວ ລີທໍ່ ອາຍຸ 44 ປີ ປະຊາຊົນ ບ້ານພີນຫໍ້, ທ້າວ ກາແປວ ອາຍຸ 57 ປີ ປະຊາຊົນ ບ້ານຕີນດອຍ, ທ້າວ ເຢັງເຮີ ອາຍຸ 16 ປີ ແລະ ນາງ ໄມ ອາຍຸ 50 ປີ ທັງສອງ ປະຊາຊົນ ບ້ານແດນກາງ, ທ້າວ ໄມຄຳ ອາຍຸ 40 ປີ ແລະ ນາງ ແສງ ອາຍຸ 35 ປີ ທັງສອງ ປະຊາຊົນ ບ້ານສະເກົ່າ ຜູ້ຖືກຫາທັງ 06 ຄົນ ແມ່ນຢູ່ ເມືອງລອງ ແຂວງຫຼວງນໍ້າທາ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນຂອງພວກກ່ຽວແທ້ ແລະ ໄລຍະຜ່ານມາໄດ້ເຄື່ອນໄຫວພົວພັນ ຊື້-ຂາຍນຳຄູ່ຮ່ວມຂະບວນການດຽວກັນ, ເຊິ່ງຢາບ້າທີ່ຊື້ມານັ້ນ ເພື່ອນໍາມາເສບ ແລະ ຂາຍຍ່ອຍໃຫ້ກຸ່ມໄວໜຸ່ມ ຢູ່ພາຍໃນບ້ານ. ປະຈຸບັນເຈົ້າໜ້າທີ່ໄດ້ດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງຫຼວງນ້ຳທາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version