Saturday, July 27, 2024
Homeຂ່າວພາຍໃນຍົກສູງຄວາມອາດສາມາດຂອງຜູ້ພິການໃຫ້ສັງຄົມໄດ້ເຫັນຜ່ານການເດີນແບບ

ຍົກສູງຄວາມອາດສາມາດຂອງຜູ້ພິການໃຫ້ສັງຄົມໄດ້ເຫັນຜ່ານການເດີນແບບ

ສູນຫັດຖະກຳເພື່ອຄົນພິການ ແລະ ຊົນເຜົ່າ ຈັດງານ WE CAN ” ຫຼື ” ພວກເຮົາເຮັດໄດ້ ” ໃນວັນທີ 4 ມິຖຸນາ 2024 ທີ່ສູນການຄ້າວຽງຈັນເຊັນເຕີ ມີຫົວໜ້າສູນຫັດຖະກຳເພື່ອຄົນພິການ ແລະ ຊົນເຜົ່າ ຮອງທູດສະຫະລັດອາເມຣິກາ ຮອງທູດ ສ ເກົາຫຼີ ຮອງທູດອິນໂດເນເຊຍ ຮອງທູດຟີລິບປີນປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອຍົກສູງບົດບາດຄວາມອາດສາມາດ ຂອງຜູ້ພິການໃຫ້ສັງຄົມໄດ້ເຫັນວ່າພວກເຮົາກໍມີຫົວຄິດປະດິດສ້າງ ມີສ່ວນຮ່ວມໃນວຽກງານພັດທະນາ ແລະ ເປັນ⁠ການສົ່ງເສີມສ້າງຄວາມເຂັ້ມແຂງງານຫັດຖະກຳສິນຄ້າລາວ ໂດຍສະເພາະແມ່ນສິນຄ້າຫັດຖະກຳຂອງຄົນພິການ ຂຶ້ນສູ່ເວທີເດີນແບບ ແລະ ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ທັງນີ້ກໍເພື່ອສະແດງໃຫ້ເຫັນວ່າຄົນພິການກໍສາມາດອອກແບບ ຜະລິດເຄື່ອງທີ່ມີສີສັນງົດງາມໄດ້ ນອກຈາກນີ້ຍັງເປັນການປູກຈິດສຳນຶກກ່ຽວກັບຄວາມສຳຄັນ ແລະ ການຮັກສາສິ່ງແວດລ້ອມອີກດ້ວຍ.

WE CAN ເປັນງານຍົກສູງບົດບາດຂອງຜູ້ພິການ ຜ່ານຜົນງານເຄື່ອງຫັດຖະກຳຮ່ວມສະໄໝ ພາຍໃຕ້ເງື່ອນໄຂທີ່ວ່າ ສິ້ນ-ເສື້ອເກົ່ານຳມາເປັນຜ້າແພຕັດຫຍິບເປັນຊຸດຊົນເຜົ່າແຟຊັ່ນ ກະເປົ່າງານປັກແສ່ວດ້ວຍມືຜູ້ພິການ ⁠ເຄື່ອງປະດັບຫັດຖະກຳລາວ ປະສົມປະສານການຣີໄຊເຄລດ້ວຍຫົວຄິດປະດິດສ້າງ ຈາກກຸ່ມຜູ້ພິການທີ່ໄດ້ນຳເອົາສິ່ງເສດເຫຼືອເຊັ່ນ ຖົງຢາງພາສຕິກ ທໍ່ດູດພາສຕິກເກົ່າມາໝູນໃຊ້ເປັນວັດສະດຸໃນການຜະລິດສິນຄ້າເພື່ອຊ່ວຍສັງຄົມລາວ ໃນການຫຼຸດປະລິມານຂອງຂີ້ເຫຍື້ອລົງ ເກີບທີ່ປະດັບປະດາດ້ວຍການນຳສິ່ງເສດເຫຼືອຖົງຢາງພັສຕິກເກົ່າ ກ່ອງໂຟມ ທໍ່ດູດເກົ່າ ດ້ວຍງານຝີມືຢ່າງປານີດຂອງຜູ້ພິການແບບທັນສະໄໝ ເຊິ່ງເຄື່ອງທັງໝົດນັ້ນແມ່ນຜະລິດໂດຍຄົນພິການ 80%.

ເຄື່ອງທີ່ນຳມາໂຊເດີນແບບຄັ້ງນີ້ມີ 12 ຊຸດພ້ອມດ້ວຍເຄື່ອງປະດັບຕ່າງໆ ເປັນຊຸດລາວ, ຊຸດຊົນເຜົ່າແບບປະຍຸກທີ່ມີຄວາມສວຍງາມ ທີ່ອອກແບບ ແລະ ຜະລິດໂດຍຄົນພິການ ສ່ວນນາງແບບທີ່ຮ່ວມເດີນແບບຄັ້ງນີ້ມີນາງງາມຈັກກະວານ ປີ 2022 ປີ 2023 ແລະ ຈາກກອງປະກວດນາງງາມຈັກກະວານປີ 2024 ນາງແບບອາສາສະໝັກອີກດ້ວຍ.

ທີ່ມາ: ວຽງຈັນທຸລະກິດ-ສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments