Sunday, September 8, 2024
Homeຂ່າວຕ່າງປະເທດສາຍການບິນຫວຽດເຈັດ ຫລຸດດລາຄາປີ້ຊັ້ນທຸລະກິດທຸກເສັ້ນທາງບິນ

ສາຍການບິນຫວຽດເຈັດ ຫລຸດດລາຄາປີ້ຊັ້ນທຸລະກິດທຸກເສັ້ນທາງບິນ

ສາຍການບິນຫວຽດເຈັດ ( VietJet) ໄດ້ມອບສ່ວນຫລຸດ 50% ( ບໍ່ລວມພາສີ ແລະ ຄ່າທຳນຽມ ) ສຳລັບປີ້ຊັ້ນທຸລະກິດ ແລະ Sky Boss ທຸກເສັ້ນທາງການບິນທັງພາຍໃນ ແລະ ຕ່າງປະເທດ, ລວມທັງຖ້ຽວບິນ ຈາກນະຄອນຫລວງວຽງຈັນໄປຫານະຄອນໂຮ່ຈີມິນ. ທ່ານສາມາດຈັບຈອງປີ້ຕັ້ງແຕ່ມື້ນີ້ ຫາ ວັນທີ 14 ມິຖຸນາ 2024 ແລະ ຮັບທັນທີສ່ວນຫລຸດ 50% ໂດຍໃຊ້ລະຫັດໂປຣໂມຊັນ SBJUNE50 ທີ່ www.vietjetair.com, ແອັບມືຖື VietJet Air ຫລື ຢູ່ທີ່ຫ້ອງການຂາຍປີ້ ແລະ ຕົວແທນທີ່ໄດ້ຮັບອະນຸຍາດທົ່ວໂລກ. ສ່ວນຫລຸດສຸດພິເສດນີ້ແມ່ນໃຊ້ ໄດ້ລະຫວ່າງວັນທີ 01 ມິຖຸນາ ຫາ 25 ຕຸລາ 2024.

ສຳລັບປີ້ຊັ້ນທຸລະກິດ ແລະ Sky Boss ຈະໄດ້ຮັບບູລິມະສິດ Check-in & Dedicated Lanes ໂດຍບໍ່ ຕ້ອງຖ້າຄິວເພື່ອປະຢັດເວລາ  ພ້ອມທັງສາມາດຜ່ອນຄາຍໃນຫ້ອງໂຖງໄດ້ຢ່າງສະບາຍກ່ອນອອກເດີນທາງ, ໄດ້ຮັບປະ ທານອາຫານທີ່ແຊບ ແລະ ສົດໃໝ່. ຜູ້ໂດຍສານຊັ້ນທຸລະກິດຈະເພີດເພີນກັບປະສົບການຫ້ອງໂດຍສານ ສ່ວນຕົວທີ່ມີ ບ່ອນນັ່ງກວ້າງຂວາງເທິງເຮືອບິນ A330 ທີ່ທັນສະໄໝ. VietJet ໄດ້ຮັບການຍົກຍ້ອງເປັນ “ສາຍການບິນລາຄາປະ ຢັດສຸດ ປີ 2024” ແລະ “ເປັນສາຍການບິນລາຄາປະຢັດທີ່ສຸດໃນໂລກ ປີ 2024” ໂດຍ Airline Ratings, ສະທ້ອນ ໃຫ້ເຫັນຄວາມມຸ່ງໝັ້ນຂອງສາຍການບິນໃນການໃຫ້ບໍລິການທີ່ພິເສດ ແລະ ມອບປະສົບການທີ່ໜ້າຈົດຈໍາ ດ້ວຍເຮືອ ບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມຂອງ VietJet. ມີພະນັກງານການບິນທີ່ເປັນມືອາຊີບ ພ້ອມແລ້ວທີ່ ຈະເສີບອາຫານຫວຽດນາມ ແລະ ສາກົນທີ່ດີທີ່ສຸດໃຫ້ແກ່ທ່ານ ພ້ອມກັບການສະແດງສີລະປະທາງວັດທະນະທໍາທີ່ ເປັນເອກະລັກ ຢູ່ເຮືອບິນທີ່ລະດັບ 10.000 ແມັດ.ທ່ານສາມາດສອບຖາມກ່ຽວກັບ​ ປີ້ຊັ້ນ​ທຸ​ລະ​ກິດ​ ຫລື SkyBoss​, ຕິດ​ຕໍ່​​ທີ່ (+84​) 1900 6896 ຫລື ອີ​ເມວ [email protected]​. ໂອກາດດີໆ ທີ່ທ່ານບໍ່ຄວນພາດຈອງມື້ນີ້ ພ້ອມບິນໄປກັບສາຍການບິນທີ່ຫລູຫລາ ແລະ ລາຄາປະຢັດທີ່ສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments