Wednesday, October 23, 2024
Homeຂ່າວຕ່າງປະເທດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ

ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ

…….

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໃນວັນທີ 3 ມິຖຸນາ ຜ່ານມາ ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຟັງລັດຖະບານ ແລະ ອົງການກວດກາ ລາຍການກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025 – 2035. ໂຄງການໄດ້ປາຖະໜາປະກອບສ່ວນນຳວັດທະນະທຳກາຍເປັນພື້ນຖານທາງດ້ານຈິດໃຈຢ່າງ ໝັ້ນແກ່ນຂອງສັງຄົມ.

ຂ່າວລະບຸວ່າ: ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສະເໜີກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035. ໂຄງການໄດ້ວາງ 7 ເປົ້າໝາຍສັງລວມ, 9 ກຸ່ມເປົ້າໝາຍລະອຽດ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ, ຮອບດ້ານໃນການພັດທະນາວັດທະນະທຳ ແລະ ສ້າງ, ບູລະນະ, ມາດຖານຄຸນສົມບັດ, ສີສັນ, ຄຸນທາດ, ລະບົບຄຸນຄ່າມະນຸດ, ຄອບຄົວ ຫວຽດນາມ; ຍົກສູງບົດບາດທີ່ຕັ້ງໜ້າຂອງປະເທດເທິງເວທີສາກົນ ຜ່ານການເສີມຂະຫຍາຍກຳລັງແຮງທາງດ້ານວັດທະນະທຳ ຫວຽດນາມ, ການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບວັດທະນະທຳ, ຮັບເອົາສິ່ງທີ່ມີຄຸນຄ່າທາງດ້ານວັດນະທະນຳຂອງມວນມະນຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments