Sunday, September 8, 2024
Homeຂ່າວກິລາສປປ ລາວ ໄດ້ຮັບກຽດເປັນປະທານສະພາກິລານັກຮຽນ ອາຊຽນ

ສປປ ລາວ ໄດ້ຮັບກຽດເປັນປະທານສະພາກິລານັກຮຽນ ອາຊຽນ

ໃນກອງປະຊຸມ ສະພາບໍລິຫານງານກິລານັກຮຽນ ອາຊຽນ (ASSC) ຈັດຂຶ້ນໃນວັນທີ 2 ມິຖຸນາ 2024 ທີ່ ສສ ຫວຽດນາມ, ເຊິ່ງໄດ້ເປັນເອກະສັນກັນມອບໝາຍໃຫ້ ສປປ ລາວ ເປັນປະທານສະພາກິລານັກຮຽນ ອາຊຽນ ຄົນໃໝ່ ໃນປີ 2025. ໃນຂະນະດຽວກັນ ສປປ ລາວ ກໍສະເໜີເປັນເຈົ້າພາບ ຈັດມະຫາກຳກິລານັກຮຽນ ອາຊຽນ ຄັ້ງທີ 18 ໃນປີ 2029.

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ທັງເປັນປະທານ ສະຫະພັນກິລານັກຮຽນລາວ ໄດ້ກ່າວວ່າ: ນັບເປັນໂອກາດທີ່ດີທີ່ກອງປະຊຸມ ໄດ້ຕົກລົງເຫັນດີ ມອບໝາຍໃຫ້ ສປປ ລາວ ເປັນປະເທດສະພາກິລານັກຮຽນຊຸດໃໝ່ ຖືວ່າເປັນກຽດສັກສີອັນໜຶ່ງ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ວົງການກິລາລາວ ທີ່ບັນດາປະເທດອາຊຽນ ໄດ້ມີຄວາມໄວ້ເນື້ອເຊື່ອໃຈ ມອບໝາຍພາລະກິດສຳຄັນນີ້ໃຫ້ ເຊິ່ງພວກເຮົາເອງກໍຕ້ອງມີຄວາມພາກພູມໃຈ ແລະ ຕ້ອງໄດ້ມີການກະກຽມຄວາມພ້ອມໃຫ້ດີທີ່ສຸດ ເພື່ອບໍລິຫານຈັດການພາລະກິດສຳຄັນດັ່ງກ່າວນີ້ ໃຫ້ປະສົບຜົນສຳເລັດ.

ທ່ານ ກິ່ງມະໂນ ພົມມະຫາໄຊ ກ່າວຕື່ມວ່າ: ສຳລັບການສະເໜີໂຕເປັນເຈົ້າພາບ ຈັດມະຫາກຳກິລານັກຮຽນ ອາຊຽນ ຄັ້ງທີ 18 ໃນປີ 2029 ນັ້ນ, ຕາມທໍາມະດາແລ້ວ ທາງສະຫະພັນກິລານັກຮຽນອາຊຽນ ໄດ້ສະເໜີໃຫ້ ສປປ ລາວ ເປັນເຈົ້າພາບ ຄັ້ງທີ 15 ໃນປີ 2026 ນີ້, ແຕ່ເນື່ອງຈາກສະພາບຄວາມພ້ອມທຸກດ້ານຂອງເຮົາ ເຫັນວ່າຍັງບໍ່ໄດ້ເທື່ອ ໂດຍສະເພາະ ໂຄງລ່າງພື້ນຖານ ກໍຄືບັນດາສະໜາມ ເພື່ອຮອງຮັບການຈັດການແຂ່ງຂັນກິລາແຕ່ລະປະເພດ. ສະນັ້ນ, ສປປ ລາວ ຈຶ່ງຂໍສະເໜີເປັນເຈົ້າພາບ ໃນຄັ້ງທີ 18 ໃນປີ 2029.

ຂ່າວ-ພາບ: ກະຊວງສຶກສາທິການ ແລະ ກິລາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments