Saturday, July 27, 2024
Homeຂ່າວພາຍໃນອຸດົມໄຊ ເປັນແຂວງທໍາອິດໃຫ້ບໍລິການລົດໂດຍສານໄຟຟ້າທີ່ສະຖານີລົດໄຟເມືອງໄຊ

ອຸດົມໄຊ ເປັນແຂວງທໍາອິດໃຫ້ບໍລິການລົດໂດຍສານໄຟຟ້າທີ່ສະຖານີລົດໄຟເມືອງໄຊ

ໃນປັດຈຸບັນ ການຂົນສົ່ງບໍ່ວ່າຈະເປັນທາງບົກ ທາງນໍ້າ ແລະ ທາງອາກາດ ລ້ວນແລ້ວແຕ່ມີຄວາມສະດວກສະບາຍ ໃນນັ້ນລົດໄຟຄວາມໄວສູງກໍເປັນປາກົດຕະການໃໝ່ຂອງປະເທດລາວ ໃນການນໍາໃຊ້ເດີນທາງໄປມາຕ່າງແຂວງ ໃນພາກເໜືອຂອງປະເທດລາວ ທີ່ໃຊ້ເວລາພຽງບໍ່ດົນກໍຮອດຈຸດໝາຍປາຍທາງແລ້ວ. ສະຖານີລົດໄຟຄວາມໄວສູງເມືອງໄຊ ແຂວງອຸດົົມໄຊ ໄດ້ມີລົດໂດຍສານທີ່ໃຊ້ພະລັງງານໄຟຟ້າ ທີ່ຫຼຸດຜ່ອນມົນລະພິດ ເປັນມິດຕໍ່ສິ່ງແວດລ້ອມໄວ້ຄອຍຖ້າບໍລິການຜູ້ໂດຍສານທີ່ເຂົ້າມາທ່ຽວຊົມເມືອງໄຊ.

ທ່ານ ດາວວຽງ ກິຕະດາວັນ ປະທານບໍລິສັດ ຈະເລີນຊັບ ຂົນສົ່ງໂດຍສານ ຈໍາກັດຜູ້ດຽວ ບໍລິການດີ ມີຄຸນນະພາບ ລາຄາປະຢັດ ຫຼືເປັນທີ່ຮູ້ຈັກໃນການບໍລິການລົດໄຟຟ້າຫ້າພັນກີບ ທ່ານໄດ້ໃຫ້ສໍາພາດກ່ຽວກັບການໃຫ້ບໍລິການລົດໄຟຟ້າໃນສະຖານີລົດໄຟ ເມືອງໄຊ ຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ກ່ອນຈະມາເຮັດວຽກບໍລິການລົດໂດຍສານໄຟຟ້າ ພື້ນຖານຂອງຄອບຄົວແມ່ນໄດ້ເຮັດວຽກການຂົນສົ່ງໂດຍສານແລ່ນລົດເມມາກ່ອນ ດັ່ງນັ້ນຕົນເອງກໍໄດ້ເລັ່ງເຫັນ ຊຶ່ງໃນເວລານັ້ນແມ່ນປີ 2018 ໂດຍລັດຖະບານໄດ້ມີການສົ່ງເສີມໃຫ້ນໍາໃຊ້ລົດໄຟຟ້າ ກໍຄືລົດນໍາໃຊ້ພະລັງງານສະອາດນີ້ເຂົ້າມາ ຕົນຈຶ່ງໄດ້ຊອກວິທີທາງເຮັດແນວໃດຈະໃຫ້ມີລົດຂົນສົ່ງທີ່ມີລາຄາທີ່ປະຢັດ ຢູ່ໃນເມືອງໄຊ ຫຼັງຈາກນັ້ນກໍເລີ່ມສຶກສາຫາລົດ ໂດຍໄດ້ເຫັນລົດໄຟຟ້າທີ່ເປັນທີ່ນິຍົມນໍາໃຊ້ໃນ ສປ ຈີນ ແລະ ນໍາເອົາມາທົດລອງໃຊ້ໃນເບື້ອງຕົ້ນແມ່ນ 3 ຄັນ, ໃນໄລຍະທົດລອງ 3 ເດືອນ ປາກົດເຫັນວ່າຜົນຕອບຮັບດີ ສັງຄົມໃຫ້ຄວາມຕອບຮັບ ເປັນຢ່າງດີ ຊຶ່ງເປັນການເກັບລາຄາທີ່ປະຢັດ ແລະ ເປັນລະບົບ. ມາຮອດປັດຈຸບັນມີລົດທັງໝົດ 20 ຄັນ; ພາຍຫຼັງການໃຫ້ບໍລິການໃນໄລຍະຜ່ານມາ ກໍເຫັນວ່າການບໍລິການ ສາມາດຕອບສະໜອງທາງດ້ານລາຍຮັບ ອັນທີ່ສໍາຄັນຄື: ແມ່ນການສ້າງວຽກເຮັດງານທໍາໃຫ້ຄົນພາຍໃນພື້ນທີ່; ສ້າງລາຍຮັບເຂົ້າແຂວງ ແລະເປັນໃບໜ້າອັນ ໃໝ່ໃຫ້ກັບເມືອງໄຊ ຊຶ່ງເປັນແຂວງທໍາອິດທີ່ໃຫ້ລົດໄຟຟ້າໃຫ້ບໍລິການໂດຍສານ.

ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າແມ່ນຈະຂະຫຍາຍສາຂາໄປແຂວງຫຼວງພະບາງ, ແຂວງຫຼວງນໍ້າທາ ປັດຈຸບັນກໍາລັງສຶກສາຂໍ້ມູນ, ສໍາລັບຄວາມຫຍຸ້ງຍາກກ່ຽວກັບລົດໄຟຟ້າເພາະວ່າເປັນສິ່ງໃໝ່ໃນບ້ານເຮົາ ອັນທີ່ຫຍຸ້ງຍາກແມ່ນເລື່ອງອາໄຫຼ່ ເພາະຈະເປັນອາໄຫຼ່ທີ່ຈະຕ້ອງໄດ້ນໍາເຂົ້າທັງໝົດ; ສໍາລັບຄວາມສະດວກແມ່ນປະເທດລາວ ເປັນແບັດຕາລີແຫ່ງອາຊຽນ ແລະລັດຖະບານກໍສົ່ງເສີມການນໍາໃຊ້ພະລັງງານໄຟຟ້າ ຊຶ່ງເປັນອັນດີຫຼັກໆ. ລູກຄ້າສ່ວນຫຼາຍຈະເປັນຄົນພາຍໃນໂດຍສ່ວນຫຼາຍ ລາຄາແມ່ນຈະຄິດໄລ່ເປັນເຂດ ໂດຍພາຍໃນເມືອງໄຊຈະແບ່ງເປັນ 3 ເຂດ ແຕ່ລະເຂດແມ່ນຈະເລີ່ມຕົ້ນ 10 ພັນກີບ ຈາກສະຖານີລົດໄຟ ໄປຫາເຂດຜູ້ໂດຍສານລົງ ແຕ່ຖ້າວ່າຂ້າມເຂດ ຈະຄິດໄຫຼ່ເພີ່ມພຽງແຕ່ 5 ພັນກີບ ສະແດງວ່າຜູ້ໂດຍສານຄົນໜຶ່ງຈະຈ່າຍພຽງແຕ່ 15 ພັນກີບເທົ່ານັ້ນ ສະເລ່ຍລາຍຮັບແຕ່ລະວັນ ຖ້າສະເລ່ຍເປັນຄັນ ແມ່ນລົດຄັນໜຶ່ງແມ່ນມີລາຍຮັບ 3 ຫາ 4 ແສນກີບ/ວັນ.

ໃນຈໍານວນລົດ 20 ຄັນ ແມ່ນຈະໃຫ້ການບໍລິການຢູ່ໃນເມືອງ ຈະເປັນຢູ່ຊານເມືອງ ທົ່ວເທດສະບານເມືອງ ຊຶ່ງປະຈໍາຢູ່ເປັນຈຸດ ເປັນຕົ້ນຢູ່ສະຖານີຄິວລົດສາທາລະນະ, ເຂດໂຮງໝໍ,ຕະຫຼາດ ແລະ ເຂດອື່ນໆທີ່ຢູ່ໃນຕົວເມືອງໄຊ ນອກນັ້ນ ຍັງມີບໍລິການທ່ຽວຊົມພາຍໃນຕົວເມືອງໄຊ ຫຼື ສາມາດເອີ້ນໃຊ້ບໍລິການໄດ້ຕາມສະບາຍ.

ໂດຍ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments