Sunday, September 8, 2024
Homeຂ່າວໜ້າໜຶ່ງກຜທ ປູກຕົ້ນໄມ້ ໂອ​ກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ກຜທ ປູກຕົ້ນໄມ້ ໂອ​ກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ຄະນະພັກ, ຄະນະນຳກະຊວງແຜນການ ແລະ ການລົງທຶນ (ກຜທ) ພ້ອມດ້ວຍພະນັກງານຫຼັກແຫຼ່ງໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ ວັນທີ ​1 ມິຖຸນາ ຜ່ານ​ມາ ທີ່ ສູນສະຖິຕິແຫ່ງຊາດ ເນື່ອງໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2024. ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງ ແລະ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

​ ໃນໂອກາດນີ້, ທ່ານ ເພັດ ພົມພີພັກ, ໄດ້ກ່າວວ່າ: ພວກເຮົາມາເຕົ້າໂຮມກັນເພື່ອປູກຕົ້ນໄມ້ໃນມື້ນີ້, ຈຸດປະສົງ ເພື່ອພ້ອມກັນຫວນຄືນເຖິງຄວາມສໍາຄັນ ແລະ ຄວາມເອົາໃຈໃສ່ ຂອງການນໍາພັກ-ລັດ ຕໍ່ການພັດທະນາ ແລະ ຄຸ້ມຄອງຊັບພະຍາກອນປ່າໄມ້ຢູ່ປະເທດເຮົາ. ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແມ່ນມີຄວາມສໍາຄັນຫຼາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການປົກປັກຮັກສາສິ່ງແວດລ້ອມ ກໍຄື ການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ.

(ຂ່າວ-ພາບ: ກຜທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments