Sunday, September 8, 2024
Homeຂ່າວກິລາສະໂມສອນກ໊ອຟ ອາວຸໂສລາວ ຈັດການແຂ່ງຂັນກ໊ອຟ ຈັດຄັ້ງທີ 3 ຂອງປີ 2024 ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ

ສະໂມສອນກ໊ອຟ ອາວຸໂສລາວ ຈັດການແຂ່ງຂັນກ໊ອຟ ຈັດຄັ້ງທີ 3 ຂອງປີ 2024 ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ

ສະໂມສອນກ໊ອຟ ອາວຸໂສລາວ ຈັດການແຂ່ງຂັນກ໊ອຟ ຈັດຄັ້ງທີ 3 ຂອງປີ 2024 ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ພ້ອມທັງເປັນການຈັດການແຂ່ງຂັນພາຍໃນສະໂມສອນ ແລະ ສະດົມທຶນຊ່ວຍສັງຄົມ ຂຶ້ນໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2024 ທີ່ສະໜາມກ໊ອຟ ລາວຄັນທຣີ ຄລັບ ( ຫຼັກ 14 ) ໂດຍມີພິທີຍັງມີພິທີປູກຕົ້ນໄມ້ທີ່ສະໜາມດັ່ງກ່າວອີກດ້ວຍ.

ເນື່ອງຈາກສະໂມສອນ ກ໊ອຟ ອາວຸໂສລາວ ຕັ້ງເປົ້າຈັດການແຂ່ງຂັນຢ່າງຕໍ່ເນື່ອງ ຢ່າງໜ້ອຍເດືອນລະຄັ້ງ ຫຼ້າສຸດວັນທີ 2 ມິຖຸນາ 2024 ທີ່ສະໜາມ ກ໊ອຟລາວ ຄັນທຣີ ຄລັບ ( Lao Country Club Golf Course ) ໄດ້ມີການຈັດການແຂ່ງຂັນກ໊ອຟພາຍໃນສະໂມສອນຂຶ້ນ ແລະ ເປັນຄັ້ງທີ 3 ຂອງປີ 2024 ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານທີ່ປຶກສາ ສະໂມສອນກ໊ອຟ ອາວຸໂສລາວ ແລະ ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໊ອຟ ອາວຸໂສລາວ ພ້ອມດ້ວຍສະມາຊິກພາຍໃນສະໂມສອນເກືອບ 100 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນການແຂ່ງຂັນຈະເລີ່ມຂຶ້ນໄດ້ມີພິທີປູກຕົ້ນໄມ້ຢູ່ສະໜາມດັ່ງກ່າວ ກ່ອນຈະມີການແຂ່ງຂັນກ໊ອຟທັງ 18 ຂຸ່ມ ( ສ່ວນຜົນການແຂ່ງຂັນຈະລາຍງານໃຫ້ຊາບພາຍຫຼັງ ) ໂດຍການແຂ່ງຂັນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ 2 ທ່ານຄື:

1.ທ່ານ ແສງທອງ ນໍລະສິງ ອຸປະຖໍາຂັນຊະນະເລີດແຕ່ລະສາຍ ລວມມູນຄ່າ 23,100,000 ກີບ

2.ທ່ານ ຈັນເພັງ ອິນສະຫວັນ ອຸປະຖໍາ ອາຫານໃນງານລ້ຽງທັງໝົດ

ຂ່າວ-ຮູບ: Larh Creators

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments