Saturday, July 27, 2024
Homeຂ່າວໜ້າໜຶ່ງກິດຈະກໍາໂຕ້ວາທີ ວັນງົດສູບຢາໂລກ ປີ 2024

ກິດຈະກໍາໂຕ້ວາທີ ວັນງົດສູບຢາໂລກ ປີ 2024

ຕອນເຊົ້າວັນທີ 31 ພຶດສະພາ 2024 ກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກ ປະຈໍາລາວ ຈັດກິດຈະກໍາ ໂຕ້ວາທີ ວັນງົດສູບຢາໂລກ ປີ 2024 ຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ, ໂດຍມີທ່ານ ດຣ ນາງ ຄັດທະນາພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ທ່ານ ດຣ ນາງຢູຣິປາກ ຮັກສາການ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ພ້ອມດ້ວຍຄູອາຈານ ນັກຮຽນ ຈາກໂຮງຮຽນມັດທະຍົມປາຍມິດຕະພາບໂຮຈິມິນ ແລະມັດທະຍົມປາຍຈັນທະບູລີເຂົ້າຮ່ວມ.

ທ່ານ ດຣ ນາງຄັດທະນາພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ກ່າວວ່າ: ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ຢາສູບ ແມ່ນເປັນອັນຕະລາຍຕໍ່ສຸຂະພາບ ຂອງຜູ້ທີ່ສູບຢາ ແລະ ຄົນອ້ອມຂ້າງ. ປັດຈຸບັນ, ນອກຈາກຢາສູບທີ່ເປັນກອກແລ້ວ ຍັງມີຢາສູບຮູບແບບໃໝ່ ເປັນຕົ້ນແມ່ນ ຢາສູບໄຟຟ້າ ຊຶ່ງກໍາລັງລະບາດ ໃນກຸ່ມເຍົາວະຊົນ-ຊາວໜຸ່ມ ໃນຂອບເຂດທົ່ວໂລກ, ເນື່ອງຈາກ ອຸດສາຫະກຳຢາສູບ ໄດ້ນໍາໃຊ້ເທັກໂນໂລຊີທີ່ທັນສະໄໝ ເພື່ອຫຼອກລວງໃຫ້ໄວໜຸ່ມ ໃຫ້ຫຼົງໄຫຼໃນ ຜະລິດຕະພັນຢາສູບຮູບແບບໃໝ່ ແລະ ຈະກາຍເປັນລູກຄ້າໜ້າໃໝ່ຂອງພວກເຂົາໃນທີ່ສຸດ, ຊຶ່ງຜະລິດຕະພັນດັ່ງກ່າວ ມີຄວາມອັນຕະລາຍຮ້າຍແຮງກວ່າຢາສູບທຳມະດາຫຼາຍເທົ່າ.

ຊຶ່ງຄໍາຂວັນໃນປີນີ້ແມ່ນ “ ປົກປ້ອງເດັກ ແລະ ໄວໜຸ່ມ ຈາກການຕົວະຍົວະຫຼອກລວງ ຂອງ ອຸດສາຫະກຳຢາສູບ” ເນື່ອງຈາກວ່າພວກເຂົາເຫຼົ່ານັ້ນ ກໍາລັງຈະເປັນອະນາຄົດຂອງປະເທດຊາດ. ເຖິງວ່າກົດໝາຍວ່າດ້ວຍການຄວບຄຸມຢາສູບ ຈະມີການຫ້າມຮອບດ້ານ: ຫ້າມຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈໍາໜ່າຍ, ຊື້-ຂາຍ ແລະ ບໍລິໂພກ ກໍຕາມ, ພວກເຮົາ ຈໍາເປັນຕ້ອງມີການບັງຄັບໃຊ້ກົດໝາຍ ໂດຍນໍາໃຊ້ມາດຕະການຕ່າງໆເພື່ອສະກັດກັ້ນຢາສູບໄຟຟ້າ ແລະ ຜະລິດຕະພັນ ຢາສູບຮູບແບບໃໝ່ນີ້ ຢ່າງເຂັ້ມງວດ ທັງນີ້ແມ່ນເພື່ອປົກປ້ອງສຸຂະພາບຂອງລູກຫຼານພວກເຮົາໃຫ້ປອດໄພ ຈາກສິ່ງເສບຕິດດັ່ງກ່າວ ໂດຍການຮ່ວມມືຈາກທຸກຂະແໜງການ ແລະ ທຸກພາກສ່ວນໃນສັງຄົມ.

ຢາສູບ ແມ່ນຢາເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງ ເຍົາວະຊົນ-ຊາວໜຸ່ມ ທຸກຄົນ ຈົ່ງປົກປ້ອງຕົນເອງ ຈາກພິດໄພ ແລະ ການເປັນທາດ ຂອງຢາສູບ ໂດຍການ: ບໍ່ລອງສູບ, ບໍ່ສູບ ແລະ ຈະບໍ່ຕິດຢາສູບ.

ການກິດຈະກໍາ ໂຕ້ວາທີ ວັນງົດສູບຢາໂລກ ປີ 2024 ຄັ້ງນີ້ ມີສອງໂຮງຮຽນສົ່ງນັກຮຽນຂອງຕົນເຂົ້າຮ່ວມ ຄື: ໂຮງຮຽນມັດທະຍົມປາຍຈັນທະບູລີ ແລະ ໂຮງຮຽນມັດທະຍົມປາຍມິດຕະພາບວຽງຈັນ-ໂຮຈິມິນ ຜ່ານການໂຕ້ວາທີເຖິງສາມຮອບ ຜົນປະກົດແມ່ນໂຮງຮຽນມັດທະຍົມປາຍມິດຕະພາບວຽງຈັນ-ໂຮຈິມິນ ໄດ້ຄະແນນຊະນະເລີດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments