Sunday, September 8, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ - ສປ ຈີນ ຈັດປະຊຸມປະທານຄະນະກຳມະການປະສົມເຂດຊາຍແດນທາງບົກ

ສສ ຫວຽດນາມ – ສປ ຈີນ ຈັດປະຊຸມປະທານຄະນະກຳມະການປະສົມເຂດຊາຍແດນທາງບົກ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໃນວັນທີ 28–29 ພຶດສະພານີ້ ຢູ່ນະຄອນ ຄຸນໝິງ ຂອງ ສປ ຈີນ ໄດ້ຈັດ ວາລະ ປະຊຸມ ປະທານ ຄະນະ ກຳມະການ ປະສົມ ເຂດຊາຍແດນ ທາງບົກ ຫວຽດນາມ-ຈີນ. ທັງສອງຝ່າຍ ໄດ້ແລກປ່ຽນ ແລະ ບັນລຸໄດ້ຄວາມຮັບຮູ້ລວມ ກ່ຽວກັບ ແຜນການປະຕິບັດງານປີ 2024 ຂອງຄະນະ ກຳມະການ ປະສົມ, ໃນນັ້ນ, ຈຸດສຸມແມ່ນສົມທົບກັນ ຈັດບັນດາການເຄື່ອນໄຫວ ສະເຫລີມສະຫລອງ, ຄື: ສະເຫລີມສະຫລອງ 25 ປີ ແຫ່ງວັນເຊັນສົນທິສັນຍາ ກ່ຽວກັບ ເຂດຊາຍແດນທາງບົກ ຫວຽດນາມ – ຈີນ (2000 – 2025), 15 ປີແຫ່ງວັນເຊັນ ອະນຸສັນຍາ ຂີດເສັ້ນປັກຫລັກໝາຍຊາຍແດນ ທາງບົກ ຫວຽດນາມ – ຈີນ (2010–2025) ແລະ ເນື້ອໃນກ່ຽວຂ້ອງ ຈຳນວນໜຶ່ງ.ໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີ ຈະສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນ ໃນກົນໄກ ຄະນະກຳມະການ ປະສົມ ເຂດຊາຍແດນ ທາງບົກ ຫວຽດນາມ – ຈີນ, ປະຕິບັດ ວຽກງານຄຸ້ມຄອງ, ປົກປັກ ຮັກສາ ເຂດຊາຍແດນ, ດ່ານຊາຍແດນ ໃຫ້ເປັນຢ່າງດີ, ຖືກຕາມເອກະສານ ນິຕິກຳ 3 ສະບັບ ກ່ຽວກັບ ເຂດຊາຍ ແດນທາງບົກ ຫວຽດນາມ – ຈີນ ແລະ ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ, ຊຸກຍູ້ການຮ່ວມມື, ພັດທະນາຢູ່ເຂດຊາຍແດນ, ພ້ອມກັນ ສ້າງເຂດຊາຍແດນ ລະຫວ່າງ 2 ປະເທດ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດ ທະນາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments