Sunday, September 8, 2024
Homeຂ່າວພາຍໃນ"ກອງປະຊຸມວຽກງານດ້ານຄວາມປອດໄພທາງຫຼວງ ລະຫວ່າງ ກອງເລຂາ ຄຊປທ ກັບ ກອງເລຂາ ຄປທຂ ແຂວງ, ນະຄອນຫຼວງ ຄັ້ງວັນທີ 30 ພຶດສະພາ...

“ກອງປະຊຸມວຽກງານດ້ານຄວາມປອດໄພທາງຫຼວງ ລະຫວ່າງ ກອງເລຂາ ຄຊປທ ກັບ ກອງເລຂາ ຄປທຂ ແຂວງ, ນະຄອນຫຼວງ ຄັ້ງວັນທີ 30 ພຶດສະພາ 2024 ທີ່ໂຮງແຮມລາວພຣາຊາ”

ໃນຄັ້ງວັນທີ 30 ພຶດສະພາ 2024 ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມວຽກງານ ດ້ານຄວາມປອດໄພທາງຫຼວງ ລະຫວ່າງ ກອງເລຂາຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ແລະ ກອງເລຂາຄະນະກໍາມະການ ດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນຫຼວງ, ໂດຍການເປັນປະທານຂອງ ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຫົວໜ້າກອງເລຂາຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ, ເຊິ່ງມີບັນດາທ່ານຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ, ກອງບັນຊາການປ້ອງກັນຄວາມສະຫງົບ, ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທັງສູນກາງ ແລະ ທ້ອງຖີ່ນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ຈຸດປະສົງການປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ແຕ່ລະພາກສ່ວນ ໄດ້ຖອດຖອນບົດຮຽນແລກປ່ຽນຄໍາຄິດຄໍາເຫັນ ຈາກການປະຕິບັດວຽກງານຕົວຈິງ ຢູ່ແຕ່ລະແຂວງ ເພື່ອຫາວິທີທາງແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫຼວງ ໃຫ້ໄດ້ຮັບຜົນດີ ແລະ ປຶກສາຫາລືລົງເລິກບັນຫາກົນໄກການປະສານງານ, ແບບແຜນເຮັດວຽກ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ.

ງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 4 ເມສາ 2024 ພາຍໃຕ້ຫົວຂໍ້ທີ່ມີຊື່ວ່າ: ”ຂັບຂີ່ມີວິໄນ ມີນ້ຳໃຈ ໃຫ້ກຽດຄົນຍ່າງ” ຫຼື ພາສາອັງກິດແມ່ນ “Walk safely, drive carefully: Share the road with pedestrians”, ເຊິ່ງເປັນຫົວຂໍ້ທີ່ເໝາະສົມກັບປີທ່ອງທ່ຽວ ສປປ ລາວ ທີ່ ສຸດ ເວົ້າລວມ, ເວົ້າສະເພາະ ແຂວງຫຼວງພະບາງ ທີ່ມີແຂກຄົນນັກທ່ອງທ່ຽວມາຍ່າງທ່ຽວຊົມຢ່າງຫຼວງຫຼາຍ.

ເພື່ອເປັນການໂຄສະນາປູກຈິດສໍານຶກກ່ຽວກັບ ວຽກງານຄວາມປອດໄພທາງຫຼວງ ໃຫ້ທົ່ວສັງຄົມຮັບຮູ້ ພ້ອມທັງປະກອບສ່ວນເຂົ້າໃນການຈໍາກັດ, ຫຼຸດຜ່ອນອຸບັດຕິເຫດທາງຫຼວງ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນຂອງຊາດ ຄຽງຄູ່ກັບການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ.

ໃນງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2024 ໄດ້ຮັບກຽດເປັນປະທານໂດຍ ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ, ເຊິ່ງໃນພິທີຄັ້ງນີ້ ໄດ້ຮັບຟັງລາຍງານຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ຮອງປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໃນການຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ແລະ ຮັບຟັງສະພາບການສັນຈອນຂອງແຂວງຫຼວງພະບາງ ໂດຍສັງເຂບ ຂອງທ່ານເຈົ້າແຂວງຫຼວງພະບາງ.

ຫຼັງຈາກນັ້ນ, ກໍເປີດຂະບວນຍ່າງເພື່ອໂຄສະນາຄວາມປອດໄພທາງຫຼວງ ພ້ອມນັ້ນກໍມີການວາງສະແດງສິນຄ້າ ແລະ ຜະລິດຕະພັນກ່ຽວກັບຄວາມປອດໄພທາງຫຼວງ ແລະ ກິດຈະກຳໂຕ້ວາທິ, ຖາມ-ຕອບກ່ຽວກັບ ຄວາມປອດໄພທາງຫຼວງຂອງນ້ອງນັກສຶກສາ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 2.000 ຄົນ. ໃນນັ້ນ, ມີບັນດາທ່ານລັດຖະມົນຕີ, ເຈົ້າແຂວງຫຼວງພະບາງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງຫຼວງພະບາງ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສູນກາງສະຫະພັນກຳມະບານລາວ, ອົງການກາແດງແຫ່ງຊາດ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນ.

ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະທານກອງປະຊຸມ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ຢັ້ງຢືນເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ກໍຄື ບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງຫຼວງ ແລະ ທັງເປັນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການຈະລາຈອນທາງບົກ (ໃຫ້ມີການຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ຂຶ້ນທຸກປີ ໃນອາທິດທໍາອິດຂອງເດືອນເມສາ), ຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030 ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບ ການປັບປຸງຄວາມປອດໄພທາງຫຼວງ ໃນທົ່ວໂລກ (ປີ 2005) ເພື່ອໂຄສະນາ, ປຸກລະດົມສະຕິ ແລະ ປູກຈິດສໍານຶກໃຫ້ປະຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ເຖິງໄພອັນຕະລາຍໃນການລະເມີດກົດຈະລາຈອນ ເປັນຕົ້ນ ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບ ເຊິ່ງເປັນສາເຫດສ່ວນໃຫຍ່ໃນການເກີດອຸບັດຕິເຫດ; ເຫັນໄດ້ເຖິງຜົນກະທົບ ແລະ ຜົນສະທ້ອນໃນການເກີດອຸບັດຕິເຫດຕໍ່ການດໍາລົງຊີວິດຂອງສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments