Sunday, September 8, 2024
Homeຂ່າວໜ້າໜຶ່ງບົດປາໄສຮອງ​ນາຍົກລັດຖະມົນຕີ ປະທານຄະນະ​ກຳມາ​ທິການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວຫນ້າ​ຂອງ​ແມ່ຍິງ, ​ແມ່​ແລະ ເດັກໂອກາດສະເຫລີມສະຫລອງວັນເດັກສາກົນ ຄົບຮອບ 99 ປີ (1/6/1925-1/6/2024)

ບົດປາໄສຮອງ​ນາຍົກລັດຖະມົນຕີ ປະທານຄະນະ​ກຳມາ​ທິການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວຫນ້າ​ຂອງ​ແມ່ຍິງ, ​ແມ່​ແລະ ເດັກໂອກາດສະເຫລີມສະຫລອງວັນເດັກສາກົນ ຄົບຮອບ 99 ປີ (1/6/1925-1/6/2024)

ຂ້າພະ​ເຈົ້າ ມີຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າການນໍາພັກ-ລັດ ແລະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ​ແມ່ ​ແລະ​ ເດັກ ທີ່ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2024 ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ຈັດຂຶ້້ນຢູ່ແຂວງຈໍາປາສັກ ດິນແດນວິລະຊົນ ທີ່ສວຍສົດງົດງາມ ພາຍໃຕ້ຄໍາຂວັນທີ່ວ່າ “ສ້າງອະນາຄົດທີ່ຍືນຍົງ ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ” (Empowering Children Building a Sustainable Future).

ພວກເຮົາສະເຫລີມສະຫລອງວັນເດັກສາກົນ ໃນ​ທ່າມກາງ​ບັນຍາກາດ​​ທົ່ວ​ພັກ, ທົ່ວ​ລັດທົ່ວ​ກອງ​ທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ພວມສຸມໃສ່​​ປະຕິບັດມະຕິ​​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ການກະກຽມຂະບວນການໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ, ການຈັດຕັ້ງປະຕິບັດແຜນ​ພັດທະນາ​ເສດຖະກິດ​-ສັງຄົມແຫ່ງຊາດ ຄັ້ງທີ 9 ໃນຂະນະທີ່ເດັກລາວບັນດາເຜົ່າ ກໍຄືເດັກໃນທົ່ວໂລກ ແລະ ເດັກຢູ່ທົ່ວທຸກຫົນທຸກແຫ່ງ ພວມພ້ອມກັນສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ 2024 ຢ່າງເປັນຂະບວນຟົດຟື້ນ ຄືດັ່ງບຸນໃຫຍ່ຂອງເດັກໃນທົ່ວໂລກ ແລະ ເປັນເຫດການພິເສດອັນໜຶ່ງທີ່ມີຄວາມໝາຍໃຫຍ່ຫຼວງຕໍ່ເດັກ. ຈຸດປະສົງແມ່ນແນໃສ່ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກໃນທົ່ວໂລກ ຍ້ອນເດັກເປັນອະນາຄົດຂອງຊາດ, ເປັນເມັດພືດ, ເປັນໜໍ່ແໜງທຶນຮອນແຫ່ງຊີວິດໃນມື້ນີ້  ພ້ອມທີ່ຈະກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດ, ຂອງບັນດາປະຊາຊາດໃນທົ່ວໂລກໃນມື້ໜ້າ.  

​ ໃນ​ໂອກາດ​ທີ່​ມີ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ນີ້, ຂ້າພະ​ເຈົ້າ ຂໍ​ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະ​ແດງ​ຄວາມຂອບໃຈຢ່າງສູງ ມາຍັງການນໍາແຂວງຈໍາປາສັກ ທີ່ໄດ້ຈັດວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈໍາປີ 2024, ຍິນດີຕ້ອນຮັບ ແລະ ຂອບໃຈ      ບັນດາທ່ານ​​ໃນ​ຄະນະ​ກຳມາ​ທິການ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​, ແມ່ ແລະ ເດັກ ແຂວງ, ບັນດາພະແນກການແຂວງ, ຄະນະຄູອາຈານ ແລະ ນ້ອງນັກຮຽນ ພ້ອມທັງມວນຊົນທົ່ວໄປໃນແຂວງຈໍາປາສັກ ທີ່​ໄດ້ໃຫ້ຄວາມສໍາຄັນ ແລະ ​ເຂົ້າຮ່ວມຢ່າງພ້ອມພຽງ.

ຂໍ​ສະ​ແດງ​ຄວາມ​​ຂອບ​ໃຈຕໍ່ອົງການຢູນິເຊັບ ປະຈໍາລາວ ທີ່​ສົມທົບກັບ ຄຊກມດ ແລະ ແຂວງຈໍາປາສັກ ຮ່ວມກັນຈັດກິດຈະກຳນີ້ຂຶ້ນມາ ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້   ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ (ຊົ​ມ​ເຊີຍ).

ບັນດາທ່ານ ແຂກທີ່ມີກຽດ, ຫລານນ້ອຍທີ່ຮັກແພງ

ສປປ ລາວ ໄດ້ເລີ່ມຈັດຕັ້ງສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ ເລີ່ມແຕ່ສະໄຫມຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນ  ຈົນເຖິງປັດຈຸບັນ ແລະ ຍັງໄດ້ກຳນົດເປັນວັນປູກຕົ້ນໄມ້ແຫ່ງຊາດ ເນື່ອງຈາກວ່າການເຕີບໂຕຂອງຕົ້ນໄມ້ ກໍປຽບເໝືອນການລ້ຽງດູເບິ່ງແຍງເດັກ ພວກເຂົາເຫລົ່ານັ້ນ ຫາກໃຫ້ຮັບການອົບຮົມບົ່ມສອນທີ່ດີ  ແລະ ໄດ້ຮັບການພັດທະນາ ກໍຈະເຮັດໃຫ້ເຂົາເຈົ້າເຫລົ່ານັ້ນ ເຕີບໂຕຢ່າງມີຄຸນະພາບ ແລະ ມີພູມຄຸ້ມກັນທີ່ແຂງແກ່ນ ກໍປຽບເຫມືອນຕົ້ນໄມ້ປູກລົງດິນທີ່ດີ ໄດ້ຮັບການບົວລະບັດຮັກສາຢ່າງຖືກວິທີ່ ກໍຈະກາຍເປັນຕົ້ນໄມ້ໃຫຍ່ທີ່ມີຄວາມງາມ,  ເດັກກໍເຊັ່ນດຽວກັນ  ກໍຈະໄດ້ເຕີບໂຕຢ່າງມີຄຸນະພາບ ແລະ ເມື່ອໃຫຍ່ຂຶ້ນໄປກໍຈະເປັນກຳລັງແຮງງານສຳຄັນ ໃນການພັດທະນາສ້າງສາປະເທດຊາດ.

ວັນເດັກສາກົນ (1 ມິຖຸນາ) ຂອງທຸກປີ ເປັນໂອກາດໜຶ່ງໃຫ້ພວກເຮົາ ໂຄສະນາເຜີຍແຜ່ທັງທາງກວ້າງ ແລະ ທາງເລິກ ກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ, ບັນດານິຕິກຳສາກົນຕ່າງໆ ທີ່ພົວພັນເຖິງເດັກ, ດ້ວຍຫຼາຍຮູບແບບ ແນໃສ່ເພື່ອປູກຈິດສຳນຶກທີ່ຖືກຕ້ອງໃນທົ່ວສັງຄົມ ກ່ຽວກັບສິດທິຂອງເດັກ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຕໍ່ເດັກ ກ້າວໄປເຖິງການປ່ຽນແປງຈິນຕະນາການອັນເກົ່າແກ່ຫລ້າຫລັງ ແລະ ຮີດຄອງປະເພນີດັ່ງເດີມທີ່ຍັງຫລົງເຫລືອຢູ່ໃນຈິດສຳນຶກຂອງຄົນຈຳນວນໜຶ່ງໃນສັງຄົມທີ່ ບໍ່ທັນຫັນໄດ້ຄວາມສຳຄັນຂອງເດັກໃນສະຖາບັນຄອບຄົວ ທີ່ຍັງບໍ່ໃຫ້ໂອກາດເທົ່າທຽມກັນລະຫວ່າງເດັກຍິງ ແລະ ເດັກຊາຍ;      ພ້ອມນັ້ນ, ຍັງມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ,  ການຄ້າຂາຍສິ່ງເສບຕິດໃນກຸ່ມເດັກ, ການຄ້າ ຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ກໍຄືການຂູດຮີດແຮງງານເດັກ.

ຄຽງຄູ່ກັນນັ້ນ,  ເພື່ອໃຫ້ເດັກໄດ້ຮັບການປົກປ້ອງສິດ, ການດູແລ ເອົາໃຈໃສ່ໃນການພັດທະນາ ທາງຮ່າງກາຍ ສຸຂະພາບ ແລະ ການສຶກສາ , ລັດຖະບານລາວ ໄດ້ອອກນະໂຍບາຍ, ນິຕິກຳ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ແລະ ສ້າງແຜນດຳເນີນງານແຫ່ງຊາດ ເພື່ອພັດທະນາ ແລະ ປົກປ້ອງເດັກ ທັງນີ້້ ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງລັດຖະບານລາວ ໃນການເອົາໃຈໃສ່ສົ່ງເສີມ ແລະ ພັດທະນາເດັກລາວ ໃຫ້ກ້າວທັນເດັກປະອື່ນໃນໂລກ.

 ການຈັດຕັ້ງສະເຫລີມສະຫລອງວັນເດັກສາກົນ (ວັນທີ 1 ມິຖຸນາ) ຢູ່ ສປປ ລາວ ເປັນຂະບວນຟົດຟື້ນ ດ້ວຍການຈັດກິດຈະກຳຕ່າງໆ ນັບແຕ່ສູນກາງຮອດຂັ້ໜທ້ອງຖິ່ນຮາກຖານ   ຊຶ່ງສົ່ງເສີມໃຫ້ເດັກໄດ້ສະແດງອອກທາງດ້ານຄວາມຮູ້ ຄວາມສາມາດ ແລະ ພອນສະຫວັນ, ການ​ເຜີຍ​ແຜ່ສານຂອງ​ທ່ານນາຍົກ​ລັດຖະມົນຕີ ​ຕໍ່​ປວງ​ຊົນ​ລາວ ຜ່ານສື່​ມວນ​ຊົນ​ຕ່າງໆ, ການຍ່າງເພື່ອສຸຂະພາບ, ຈັດງານສະແດງສິລະປະ-ວັນນະຄະດີ ສົມທົບ​ກັບ​ການກວດ​ສຸຂະພາບ​ໃຫ້ເດັກນ້ອຍ, ສັກຢາ, ຢອດຢາກັນພະຍາດ. ຈັດຕັ້ງການຢ້ຽມຢາມ ແລະ ມອບ​ຂອງຂວັນ​ ໃຫ້​ເດັກທີ່ນອນໂຮງໝໍ, ເດັກ​ພິການ, ​ຢ້ຽມຢາມເພື່ອຖອດຖອນບົດຮຽນ ຢູ່ສູນ​ພັດທະ​ນາ​ເດັກແຫ່ງຕ່າງໆປຸກລະດົມທຶນຮອນທັງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄອບຄົວການນໍາແຕ່ລະຂັ້ນ ເພື່ອຈັດງານ ແລະ ເປັນທຶນການສຶກສາໃຫ້ເດັກນ້ອຍ ແລະ     ຊ່ວຍ ເດັກຜູ້ດ້ອຍໂອກາດ.

ແຕ່ລະປີ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ ແລະ ເດັກກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ສົມທົບກັບການນໍາແຕ່ລະຂັ້ນ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນຢ່າງເປັນຂະບວນຟົດຟື້ນໂດຍໃຫ້ກຽດເຂົ້າຮ່ວມຂອງການນຳພັກ-ລັດສູງສຸດ ເປັນຕົ້ນ ປະທານປະເທດ/ຮອງປະທານປະເທດ, ນາຍົກລັດຖະມນຕີ/ຮອງນາຍົກລັດຖະມົນຕີ, ປະທານສະພາ/ຮອງປະທານສະພາແຫ່ງຊາດ, ປະທານ/ຮອງປະທານ ສູນກາງແນວລາວສ້າງຊາດ, ລັດຖະມົນຕີ/ຮອງລັດຖະມົນຕີ ແລະ ອົງການທຽບເທົ່າ, ເຈົ້າແຂວງ/ຮອງເຈົ້າແຂວງ ເຊີ່ງໄດ້ຈັດຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ທ້ອງຖີ່ນ ຕາມເງື່ອນໄຂຕົວຈິງ

ສໍາລັບປີ 2024, ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ ກອງປະຊຸມອາຊຽນສໍາຄັນປິ່ນອ້ອມຂອງຂະແໜງການ; ພິເສດ ສໍາລັບວຽກເດັກ, ພວກເຮົາ ຈະເປັນເຈົ້າພາບຈັດເວທີເດັກ ອາຊຽນ ຄັ້ງທີ 8 ຂຶ້ນ ພາຍໃຕ້ຫົວຂໍ້ທີ່ວ່າ “ປະຕິບັດແຜນງານປ່ຽນແປງດິນຟ້າອາກາດ ທີ່ນຳພາໂດຍເດັກ ເພື່ອສ້າງຄວາມເຂັ້ມແຂງປະຊາຄົມອາຊຽນ“ ຊຶ່ງຈະມີບັນດາຕົວແທນເດັກ 10 ປະເທດ ສະມາຊິກອາຊຽນ ແລະ ບັນດາຕົວແທນເດັກລາວຈາກ 18 ແຂວງ ເຂົ້າຮ່ວມ.  ນອກຈາກນັ້ນ, ວັນເດັກໂລກ 20 ພະຈິກ 2024 ພວກເຮົາຈະໄດ້ພ້ອມກັນສະເຫລີມສະຫລອງວັນສົນທິສັນຍາ ວ່າດ້ວຍ ສິດທິເດັກ ຫຼື (ວັນເດັກໂລກ) ຄົບຮອບ 35 ປີ ຈະໄດ້ຈັດກອງປະຊຸມລະດັບສູງທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ, ການຕິດຕາມຄວາມຄືບໜ້າຄວາມໝາຍໝັ້ນຂອງພາກສ່ວນຕ່າງໆ ແລະ ແຜນງານພັດທະນາເດັກລາວ ຮຸນປີ 2030.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຂໍຮຽກຮ້ອງມາຍັງຜູ້ໃຫຍ່ທຸກຊັ້ນຄົນ, ​ທຸກເຜົ່າ, ທຸກສາດສະໜາ ຈົ່ງໄດ້ເອົາໃຈໃສ່ເບິ່ງແຍງລ້ຽງດູ, ສຶກສາອົບຮົມ ແລະ ສະໜັບສະໜູນ ໃຫ້ເດັກທຸກຄົນ ໄດ້ຮຽນຮູ້ຕາມຄວາມສາມາດຕົວຈິງ ແລະ ສົ່ງເສີມໃຫ້ເດັກທຸກຄົນ ໃຫ້ເປັນເດັກຍຸກ   ໃໝ່ ເປັນຄົນທັນສະໄໝກັບສະພາບການໃນຍຸກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ.

ຮຽກຮ້ອງມາຍັງລູກຫຼານຍິງ-ຊາຍ ຈົ່ງອອກແຮງສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນຮູ້, ມີສະຕິປັນຍາ, ມີຄຸນສົມບັດ, ມີຄວາມສຸກເບີກບານມ່ວນຊື່ນ ເພື່ອເປັນຊັບພະຍາກອນມະນຸດອັນປະເສີດ ໃນການພັດທະນາປະເທດຊາດໃຫ້ມັ່ງຄັ້ງ ເຂັ້ມແຂງ, ໃຫ້ປະຊາຊົນຮັ່ງມີຜາສຸກ, ສ້າງສັງຄົມສາມັກຄີປອງດອງ, ປະຊາທິະໄຕ, ຍຸຕິທຳ ແລະ ສີວິໄລ ຕາມຄວຂວັນ ທີ່ພັກໄດ້ວາງໄວ້ວ່າ: “ເພື່ອພາລະກິດຂອງຊາດ ເຍົາວະຊົນກຽມພ້ອມ”.

ທ້າຍສຸດນີ້ ຂໍອວຍໄຊໃຫ້ພອນໄຊ ອັນປະເສີດໃຫ້ບັນດາທ່ານ, ແຂກທີ່ມີກຽດ ຈົ່ງມີສຸຂະພາບເຂັ້ມ ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ຊີວິດຄອບຄົວ ແລະ ອວຍພອນແດ່ຫຼານນ້ອຍທຸກຄົນມີສຸຂະພາບແຂງແຮງ ເປັນເດັກດີຂອງພໍ່ແມ່, ຂອງສັງຄົມ  ແລະ ສະເຫຼີມສະ ຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ 2024 ພາຍໃຕ້ຄໍາຂວັນທີ່ວ່າ “ສ້າງອະນາຄົດທີ່ຍືນຍົງຄືການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ”  ຢ່າງມີຄວາມເບີກບານມ່ວນຊື່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments