Saturday, July 27, 2024
Homeຂ່າວຕ່າງປະເທດEU ສ້າງຕັ້ງສຳນັກງານຄຸ້ມຄອງ AI

EU ສ້າງຕັ້ງສຳນັກງານຄຸ້ມຄອງ AI

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 29 ພຶດສະພາ ຜ່ານມາ, ສະຫະພາບເອີຣົບ (EU) ໄດ້ປະກາດສ້າງຕັ້ງ “ສຳນັກງານຄຸ້ມຄອງ AI” ປະກອບດ້ວຍຜູ້ຊ່ຽວຊານດ້ານເຕັກໂນໂລຊີ, ທະນາຍຄວາມ ແລະ ນັກເສດຖະສາດ ເພື່ອຄຸ້ມຄອງເຕັກໂນໂລຊີປັນຍາປະດິດ (AI) ພາຍໃຕ້ກົດໝາຍໃໝ່ທີ່ຖືວ່າອາດຈະມີຜົນກະທົບໃນວົງກວ້າງ.

ຂ່າວລະບຸວ່າ: ຄະນະກໍາມະການເອີຣົບ (EC), ອົງການບໍລິຫານຂອງ EU ກ່າວວ່າ: ການສ້າງຕັ້ງຫ້ອງການ AI ແມ່ນເພື່ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາ, ການປະຕິບັດ ແລະ ການນໍາໃຊ້ AI ໃນອະນາຄົດ ໃນລັກສະນະທີ່ສົ່ງເສີມການປະດິດສ້າງ ແລະ ຜົນປະໂຫຍດທາງດ້ານເສດຖະກິດ – ສັງຄົມ ແລະ ຫຼຸດຜ່ອນຄວາມສ່ຽງ .

ສຳນັກງານນີ້ປະກອບດ້ວຍ 140 ສະມາຊິກ ຊຶ່ງຢູ່ພາຍໃຕ້ EC ໂດຍກົງ ເປັນອົງການທີ່ມີໜ້າທີ່ຈັດການເຕັກໂນໂລຊີຂອງກຸ່ມ.

ທ່ານ ເທີຣີ ເບຣຕັນ ຄະນະກຳມະການເອີຣົບ ຜູ້ຮັບຜິດຊອບວຽກງານຕະຫຼາດພາຍໃນ ໃຫ້ຮູ້ວ່າ: ສຳນັກງານນີ້ຈະຊຸກຍູ້ລະບົບນິເວດ AI ຂອງເອີຣົບທີ່ມີຫົວຄິດປະດິດສ້າງ, ແກ່ງແຍ້ງ ແລະ ເຄົາລົບບັນດາມາດຕະການ ແລະ ຄຸນຄ່າຂອງ EU.

ໃນຂະນະດຽວກັນ, ທ່ານ ມາເກຣເທີ ເວສເກີ ຮອງປະທານບໍລິຫານ EC ໃຫ້ຮູ້ວ່າ: ສຳນັກງານດັ່ງກ່າວຮ່ວມກັບບັນດານັກພັດທະນາ ແລະ ຊຸມຊົນວິທະຍາສາດ ຈະປະເມີນ ແລະ ທົດສອບ AI ທົ່ວໄປ ເພື່ອຮັບປະກັນວ່າ AI ຮັບໃຊ້ມະນຸດ ແລະ ຮັກສາຄຸນຄ່າທົ່ວໄປຂອງ EU.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments