Sunday, September 8, 2024
Homeຂ່າວຕ່າງປະເທດອັດຕາເງິນເຟີ້ ເຢຍລະມັນ ເພີ່ມຂຶ້ນຄັ້ງທຳອິດໃນຮອບ 6 ເດືອນ

ອັດຕາເງິນເຟີ້ ເຢຍລະມັນ ເພີ່ມຂຶ້ນຄັ້ງທຳອິດໃນຮອບ 6 ເດືອນ

ຂ່າວສານຫວຽດນາມລາຍງານວ່າ: ຂໍ້ມູນຈາກອົງການສະຖິຕິຂອງລັດຖະບານກາງເຢຍລະມັນ ເປີດເຜີຍໃນວັນທີ 29 ພຶດສະພາ ຜ່ານມາ, ສະແດງໃຫ້ເຫັນວ່າອັດຕາເງິນເຟີ້ໃນປະເທດເພີ່ມຂຶ້ນໃນເດືອນພຶດສະພາ 2024, ຍ້ອນປັດໄຈຊົ່ວຄາວ ແລະ ຈະບໍ່ຂັດຂວາງທະນາຄານກາງເອີຣົບ (ECB) ໃນການຫຼຸດອັດຕາດອກເບ້ຍ.

ຂ່າວລະບຸວ່າ: ອີງຕາມຂໍ້ມູນເບື້ອງຕົ້ນ ຈາກລາຄາຜູ້ບໍລິໂພກໃນພື້ນຖານເສດຖະກິດທີ່ໃຫຍ່ທີ່ສຸດຂອງເອີຣົບ ໃນເດືອນພຶດສະພາ 2024 ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຫຼັງຈາກເພີ່ມຂຶ້ນ 2,2% ໃນເດືອນເມສາ 2024 ແລະ ເປັນການເພີ່ມຂຶ້ນຄັ້ງທໍາອິດໃນຮອບ 6 ເດືອນ.

ຢ່າງໃດກໍຕາມ, ອັດຕາເງິນເຟີ້ຫຼັກ ຊຶ່ງບໍ່ລວມເອົາລາຄາພະລັງງານ ແລະ ສະບຽງອາຫານ, ຍັງຄົງບໍ່ປ່ຽນແປງຢູ່ທີ່ 3%, ຄາດວ່າຈະເພີ່ມຂຶ້ນເລັກນ້ອຍ.

ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເຢຍລະມັນ ຄາດວ່າຈະບໍ່ສົ່ງຜົນກະທົບຕໍ່ການຕັດສິນໃຈຂອງ ECB ທີ່ຈະເລີ່ມຫຼຸດອັດຕາດອກເບ້ຍ ໃນກອງປະຊຸມ ວັນທີ 6 ມິຖຸນາ ທີ່ຈະມາເຖິງ, ໂດຍຄາດວ່າຈະຫຼຸດລົງ 0,25%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments