Home ຂ່າວຕ່າງປະເທດ ກອງປະຊຸມສຳມະນາກ່ຽວກັບແນວຄິດປະທານ ໂຮ່ຈິມິນ ຢູ່ ແອງໂກລາ

ກອງປະຊຸມສຳມະນາກ່ຽວກັບແນວຄິດປະທານ ໂຮ່ຈິມິນ ຢູ່ ແອງໂກລາ

0

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 28 ພຶດສະພາ ຜ່ານມາ ຢູ່ນະຄອນລູອານດາ ປະເທດ ແອງໂກລາ, ກອງປະຊຸມສໍາມະນາ ທີ່ມີຊື່ວ່າ “ແນວຄິດຂອງປະທານ ໂຮ່ຈິມິນ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ແອງໂກລາ” ໄດ້ດຳເນີນຢູ່ສຳນັກງານຂອງພັກຂະບວນການປະຊາຊົນປົດປ່ອຍ ແອງໂກລາ (MPLA). ນີ້ແມ່ນເຫດການທີ່ນອນໃນຂອບເຂດ ການຢ້ຽມຢາມ ແລະ ເຮັດວຽກຢູ່ ແອງໂກລາ ຂອງຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກ, ນຳໂດຍທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ.

ໃນກອງປະຊຸມສຳມະນາ, ທ່ານ ເອສເຕເວສ ຄຣາລອສ ຮີລາຣິໂອ ເລຂາຮັບຜິດຊອບວຽກງານຖະແຫຼງຂ່າວ ແລະ ການສື່ສານ ພັກ MPLA, ຢັ້ງຢືນວ່າ: ກອງປະຊຸມສຳມະນາມີຄວາມໝາຍຢ່າງໃຫຍ່ຫຼວງ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງວັນເກີດຂອງປະທານ ໂຮ່ຈິມິນ ຄົບຮອບ 134 ປີ (1890 – 2024) ແລະ ສອງປະເທດ ຫວຽດນາມ – ແອງໂກລາ ພວມມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ ໃນປີ 2025. ທ່ານຢັ້ງຢືນວ່າບັນດາບົດປະກອບຄຳເຫັນກ່ຽວກັບຊີວະປະຫວັດ, ພາລະກິດ ແລະ ແນວຄິດຂອງປະທານ ໂຮ່ຈິມິນ ໃນກອງປະຊຸມສຳມະນາຄັ້ງນີ້ ແມ່ນບັນດາເອກະສານທີ່ລ້ຳຄ່າ ແລະ ແມ່ນບົດຮຽນທີ່ມີຄວາມໝາຍຢ່າງໃຫຍ່ຫຼວງໃຫ້ແກ່ສະມາຊິກພັກຮຸ່ນຕໍ່ໆໄປຂອງ ຫວຽດນາມ ແລະ ແອງໂກລາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version