Sunday, September 8, 2024
Homeສາລະໜ້າຮູ້ກິນຫວານເຮັດໃຫ້ເຖົ້າໄວ!

ກິນຫວານເຮັດໃຫ້ເຖົ້າໄວ!

ເວລາທີ່ເຮົາກິນຫວານເຂົ້າໄປ ບໍ່ພຽງແຕ່ໃຫ້ຄວາມຫວານ, ແຕ່ຄວາມຫວານຈະເຮັດໃຫ້ເຮົາຕິດຫວານຂຶ້ນເລື້ອຍໆຈົນຂາດບໍ່ໄດ້ ເຊິ່ງນອກຈາກຈະເຮັດໃຫ້ເຮົາຕຸ້ຍແລ້ວ ຍັງເຮັດໃຫ້ໜ້າເຖົ້າກ່ອນໄວອີກດ້ວຍ!

ເນື່ອງຈາກນໍ້າຕານທີ່ເຮົາກິນເຂົ້າໄປ ຈະຖິືກຍ່ອຍເປັນຫົວໜ່ວຍນ້ອຍໆ ແລະ ຊຶມເຂົ້າກະແສເລືອດຢ່າງໄວ, ນໍ້າຕານໃນເລືອດເຫລົ່ານັ້ນ ຈະເດີນທາງໄປທົ່ວຮ່າງກາຍແລ້ວໄປຈັບຕົວກັບໂປຣຕີນ ແລະ ຄໍລາເຈນ ທີ່ເປັນສ່ວນປະກອບສໍາຄັນຂອງຜິວໜັງເຮັດໃຫ້ເສື່ອມສະພາບ ເມື່ອຄໍລາເຈນຖືກທໍາລາຍ ຜິວເຮົາກໍຈະຂາດຄວາມທົນທານ ແລະ ເກີດຮອຍແຫ່ວຫລາຍຂຶ້ນ, ນອກນັ້ນຍັງເຮັດໃຫ້ຜິວເຮົາຖືກທໍາຮ້າຍຈາກແສງແດດໄດງ່າຍຂຶ້ນ.

ນອກຈາກບັນຫາຜິວແຫ້ງແຫ່ວແລ້ວ ນໍ້າຕານຍັງເປັນສາເຫດຂອງອີກຫລາຍບັນຫາຜິວດັ່ງນີ້:

– ໜ້າມັນ : ຍິ່ງນໍ້າຕານໃນເລືອດສູງ ປະລິມານອິນຊູລິນກໍຍິ່ງສູງ, ຍິ່ງອິນຊູລິນສູງ ຍິ່ງເຮັດໃຫ້ຕ່ອມໄຂມັນກໍຈະຜະລິດນໍ້າມັນອອກມາຫລາຍຂຶ້ນ

– ເຮັດໃຫ້ເກີດການອັກເສບ : ປະລິມານນໍ້າຕານໃນເລືອດທີ່ຂຶ້ນໆລົງໆນັ້ນ ເປັນສາເຫດໃຫ້ເກີດການອັກເສບຂອງຜິວໜັງ ໂດຍສະເພາະສິວ ຜື່ນແດງຕ່າງໆ

– ຜິວແຫ້ງຂາດນໍ້າ : ນໍ້າຕານ ນອກຈາກຈະເຮັດໃຫ້ລະດັບນໍ້າຕານໃນເລືອດສູງຂຶ້ນແລ້ວ ຍັງດູດນໍ້າອອກຈາກເຊວຜິວດ້ວຍ ເຊິ່ງເປັນສາເຫດທີ່ເຮັດໃຫ້ຜິວເຮົາຂາດນໍ້າ ແຫ້ງແຫ່ວ, ໜ້າບວມ ແລະ ຍັງເຮັດໃຫ້ເກີດຮອຍດໍາຄໍ້າຕ່າງໆ

ດັ່ງນັ້ນ, ເຮົາຄວນກິນນໍ້າຕານຢ່າງພໍດີ ເຖິງແມ່ນວ່າຮ່າງກາຍເຮົາຕ້ອງການຄວາມຫວານ ແຕ່ຖ້າຫລາຍໄປກໍໜ້າເຖົ້າລົງໄດ້ໂດຍບໍ່ຮູ້ຕົວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments