Saturday, July 27, 2024
Homeຂ່າວຕ່າງປະເທດທະນາຄານໂລກ-ຫວຽດນາມ ສືບຕໍ່ປະຕິບັດບັນດາ ເປົ້າໝາຍພັດທະນາ

ທະນາຄານໂລກ-ຫວຽດນາມ ສືບຕໍ່ປະຕິບັດບັນດາ ເປົ້າໝາຍພັດທະນາ

ສຳນັກຂ່າວ ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ ລາຍງານວ່າ: ວັນທີ 27 ພຶດສະພາ, ຢູ່ນະຄອນຫລວງຮ່າໂນ້ຍ ປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກ ລັດຖະມົນຕີ ໄດ້ຕ້ອນຮັບ ທ່ານນາງ ມານູເອລາ ເຟໂຣ ຮອງປະທານ ທະນາຄານໂລກ ໃນລະຫວ່າງ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ທ່ານນາງ ມາຣຽມ ເຊີແມນ ຜູ້ອຳນວຍການ ທະນາຄານໂລກ ຝ່າຍຮັບຜິດຊອບ ຫວຽດນາມ, ລາວ, ກຳປູເຈຍ ພ້ອມດ້ວຍ ບັນດາ ເພື່ອນຮ່ວມງານ .

ທ່ານ ຟ້າມມິງຈິງ ໄດ້ສະແດງ ຄວາມຊົມເຊີຍ ຕໍ່ການໜູນຊ່ວຍ ຂອງທະນາຄານໂລກ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ຫວຽດນາມ ນັບແຕ່ ປີ 1993 ມາຮອດ ປະຈຸບັນ ດ້ວຍຍອດວົງເງິນທຶນ ເພີ່ມຂຶ້ນເຖິງ 24 ຕື້ໂດລາ ສະຫະລັດ; ພ້ອມກັນນັ້ນ ຍັງຫວັງວ່າ ທະນາຄານໂລກ ຈະສືບຕໍ່ ຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍ ປະຕິບັດ ບັນດາ ໂຄງການ ແລະ ນະໂຍບາຍ ເພື່ອຊຸກຍູ້ການເຕີບໂຕ ແບບຍືນຍົງ, ພັດທະນາ ເສດຖະກິດ ສີຂຽວ, ເສດຖະກິດ ດີຈີຕອນ, ເສດຖະກິດ ໝູນວຽນ, ເສດຖະກິດ ແບ່ງປັນອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments