Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 29 ພຶດສະພາ 2024

ສະພາບອາກາດ ວັນທີ 29 ພຶດສະພາ 2024

0

ຄວາມກົດດັນຕໍ່າຂອງ ອາກາດຮ້ອນ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ ຈະມີກໍາລັງແຮງຂື້ນ ພັດປົກຄຸມເປັນສ່ວນໃຫ່ຍ. ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ຫາ ຕົກປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ວັນທີ 29/05/2024 ຫາ ເວລາ 07 ໂມງ ວັນທີ 30/05/2024.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 21-31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 55% ຂອງພາກ. ອຸນຫະພູມໃນລະຫວ່າງ 23-35 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 26-35 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງ ຝົນເທົ່າກັບ 55% ຂອງພາກ. ອຸນຫະພູມໃນລະຫວ່າງ 26-37 ອົງສາ.

ແຂວງໄຊສົມບູນ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງ ຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 21-30 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມ ຂອງຝົນເທົ່າກັບ 55% ຂອງພາກ. ອຸນຫະພູມໃນລະຫວ່າງ 27-37 ອົງສາ.

ສໍາລັບເຂດພພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ທົ່ວໄປ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 19-29 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version