Saturday, July 27, 2024
Homeສຶກສາທົ່ວ ນວ ມີນັກສອບເສັງຈົບຊັ້ນ ປ5 ຈໍນວນ 15.869 ຄົນ

ທົ່ວ ນວ ມີນັກສອບເສັງຈົບຊັ້ນ ປ5 ຈໍນວນ 15.869 ຄົນ

ຂປລ. ພິທີສອບເສັງຈົບຊັ້ນປະຖົມປີທີ 5(ປ5) ສົກຮຽນ 2023-2024 ຢູ່ບັນດາໂຮງຮຽນໃນ ນະຄອນຫລວງວຽງຈັນ(ນວ) 9 ຕົວເມືອງ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ພຶດສະພາ 2024 ໂດຍມີນັກສອບເສັງທັງໝົດ 15.869 ຄົນ, ຍິງ 7.807 ຄົນ. ໃນຂະນະທີ່ການສອບເສັງເລື່ອນຊັ້ນ ປ.1-ປ4 ແລະ ມ1, ມ2, ມ3, ມ5, ມ6 ໄດ້ສຳເລັດການສອບເສັງແລ້ວ ໃນລະຫວ່າງວັນທີ 13-24 ພຶດສະພາ 2024. ສ່ວນການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4) ຈະຈັດຂຶ້ນໃນລະຫວ່າງວັນທີ 11-13 ມິຖຸນາ 2024. ສ່ວນ ມັດມະຍົມຕອນປາຍ (ມ7) ຈະຈັດຂຶ້ນໃນລະຫວ່າງວັນທີ 19-21 ມິຖຸນາ 2024 ທີ່ຈະມາເຖິງນີ້.

ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນ ປ5 ສົກຮຽນ 2023-2024 ທົ່ວນະຄອນຫລວງວຽງຈັນ ມີນັກສອບເສັງທັງໝົດ 15.869 ຄົນ, ຍິງ 7.807 ຄົນ, ມີຫ້ອງສອບເສັງ ທັງໝົດ 618 ຫ້ອງ, ສະເລ່ຍຈຳນວນນັກສອບເສັງ ຫ້ອງລະ 25-30 ຄົນ, ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ, ມີກຳມະການຍາມຫ້ອງເສັງ ທັງໝົດ 1.245 ຄົນ, ຈັດເປັນ 59 ສູນສອບເສັງ. ໃນນັ້ນ, ເມືອງຈັນທະບູລີ ມີ 5 ສູນສອບເສັງ, ສີໂຄດຕະບອງ ມີ 8 ສູນສອບເສັງ, ໄຊເຊດຖາ ມີ 8 ສູນສອບເສັງ, ສີສັດຕະນາກ ມີ 6 ສູນສອບເສັງ, ນາຊາຍທອງ ມີ 6 ສູນສອບເສັງ, ໄຊທານີມີ 12 ສູນສອບເສັງ, ຫາດຊາຍຟອງ ມີ 5 ສູນສອບເສັງ, ສັງທອງມີ 5 ສູນສອບເສັງ ແລະ ເມືອງປາກງື່ມ ມີ 5 ສູນສອບເສັງ.

ສຳລັບ ການສອບເສັງຈົບຊັ້ນ ມ4 ມີນັກສອບເສັງ ທັງໝົດ 12.391 ຄົນ, ຍິງ 6.294 ຄົນ, ມີຫ້ອງສອບເສັງ 582 ຫ້ອງ, ສະເລ່ຍຈຳນວນນັກສອບເສັງຫ້ອງລະ 20-25 ຄົນ, ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ, ຈັດເປັນ 32 ສູນສອບເສັງ. ສ່ວນການສອບເສັງ ຈົບຊັ້ນ ມ7 ມີນັກສອບເສັງ ທັງໝົດ 9.427 ຄົນ, ຍິງ 4.863 ຄົນ, ມີຫ້ອງສອບເສັງ 455 ຫ້ອງ, ສະເລ່ຍຫ້ອງລະ 22-23 ຄົນ, ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ, ຈັດເປັນ 22 ສູນສອບເສັງ.

ປັດຈຸບັນ ທົ່ວນະຄອນຫລວງວຽງຈັນ ມີໂຮງຮຽນປະຖົມທັງໝົດ 542 ແຫ່ງ. ໃນນັ້ນ, ມີໂຮງ ຮຽນເອກະຊົນ 197 ແຫ່ງ, ໂຮງຮຽນລັດ 345 ແຫ່ງ, ໂຮງຮຽນທີ່ມີຊັ້ນ ປ5 ມີຈໍານວນ 492 ແຫ່ງ, ໂຮງຮຽນມັດທະຍົມສຶກສາ ມີທັງໝົດ 197 ແຫ່ງ. ໃນນັ້ນ, ໂຮງຮຽນເອກະຊົນ 90 ແຫ່ງ, ໂຮງຮຽນລັດ 106 ແຫ່ງ, ໂຮງຮຽນທີ່ມີຊັ້ນ ມ4 ທັງໝົດ 175 ແຫ່ງ, ເພີ່ມຂຶ້ນ 4 ແຫ່ງ ແລະ ໂຮງຮຽນທີ່ມີຊັ້ນ ມ7 ມີ 114 ແຫ່ງ, ເພີ່ມຂຶ້ນ 6 ແຫ່ງ.

ຂ່າວ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments