Saturday, July 27, 2024
Homeສຶກສາກະຊວງສຶກສາທິການ-ກິລາ ເອົາໃຈໃສ່ວຽກງານການສຶກສາຄູ

ກະຊວງສຶກສາທິການ-ກິລາ ເອົາໃຈໃສ່ວຽກງານການສຶກສາຄູ

ປີ 2023 ຜ່ານມາ, ກະຊວງສຶກສາທິການ-ກິລາ ໄດ້ຕັ້ງໜ້າຍົກລະດັບຄູໃຫ້ມີຄວາມຮູ້ ຄວາມສາມາດໃນການສອນ ວິທີສົ່ງຄວາມຮູ້ໃຫ້ນັກຮຽນນັກສຶກສາຢ່າງເປັນລະບົບ ຊຶ່ງໄດ້ຝຶກອົບຮົມການນໍາໃຊ້ປຶ້ມຄູ່ມືແນະນໍາ ການນໍາໃຊ້ໂປຼແກຼມ ແລະ ແຫຼ່ງການຮຽນການສອນແບບ ອອບຟ໌ລາຍ ແລະ ອອນລາຍໃຫ້ຜູ້ອໍານວຍການ ແລະ ຄູປະຈໍາການ ຊັ້ນປະຖົມສຶກສາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ແລະ ແຜນງານການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງລະບົບການສຶກສາໃນ ສປປ ລາວ ສະໜັບສະໜູນໂດຍອົງການອຸຍນີເຊັບ ແລະ ສະຫະພາບເອີຣົບ ປະຈໍາ ສປປ ລາວ; ຄູ-ອາຈານໃນວິທະຍາໄລຄູ ແລະ ຄູສອນປະຖົມສາທິດຂອງວິທະຍາໄລຄູ 8 ແຫ່ງ ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງໃນຫຼາຍຫົວຂໍ້ ເຊັ່ນ: ການຮຽນການສອນຄະນິດສາດ ດ້ວຍຮູບແບບການສຶກສາການສອນ ແລະ ຮູບແບບແກ້ໄຂບັນຫາ ພາຍໃຕ້ການສະໜັບສະໜູນຂອງ ໂຄງການ iTEAM; ການນໍາໃຊ້ Google classroom ແລະ Google form ເຂົ້າໃນການຈັດການຮຽນການສອນ; ແລະ ການຫັນປ່ຽນຫຼັກສູດ ແລະ ວິທີສິດສອນ ພາຍໃຕ້ການສະໜັບສະໜູນຈາກ UNESCO-IBE; ປັບປຸງເນື້ອໃນໂຄງຮ່າງຫຼັກສູດສ້າງຄູມັດທະຍົມ ລະບົບປົກກະຕິ 4 ປີ ແລະ ລະບົບຕໍ່ເນື່ອງ 2 ປີ ໃຫ້ສອດຄ່ອງກັບຫຼັກສູດສາມັນສຶກສາ ແລະ STEM ສຶກສາ; ຝຶກອົບຮົມການນໍາໃຊ້ ຄູ່ມື ແລະ ແບບຮຽນ ວິຊາຄະນິດສາດ ຊັ້ນປະຖົມສຶກສາ ປີທີ 5 ໃຫ້ຜູ້ອໍານວຍການ ແລະ ຄູສອນຊັ້ນປະຖົມສຶກສາທົ່ວປະເທດ; ຝຶກອົບຮົມສ້າງຄວາມເຂັ້ມແຂງ ໃນການປະຕິບັດວຽກງານການສຶກສານິເທດໃຫ້ຜູ້ເຮັດວຽກສຶກສານິເທດຊັ້ນປະຖົມສຶກສາຂັ້ນແຂວງ, ເມືອງ ແລະ ວິທະຍາໄລຄູ ໃນທົ່ວປະເທດ; ສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ. ໄປພ້ອມກັນນັ້ນ ກະຊວງສຶກສາທິການ-ກິລາຍັງໄດ້ສ້າງນະໂຍບາຍຄູແຫ່ງຊາດ ເປັນສະບັບສົມບູນ ແລະ ກໍາລັງຢູ່ໃນການຂໍອະນຸມັດຮັບຮອງຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ແລະ ໄດ້ກໍ່ສ້າງອາຄານຮຽນ ແລະ ຈັດຊື້ອຸປະກອນຮັບໃຊ້ການຮຽນການສອນ ຂອງໂຮງຮຽນສາທິດໃນວິທະຍາໄລຄູ.

ໂດຍ: ຕະວິນຍານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments