Home ຂ່າວໜ້າໜຶ່ງ ຄວາມຄືບໜ້າການກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມກ່ຽວຂ້ອງ

ຄວາມຄືບໜ້າການກຽມເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມກ່ຽວຂ້ອງ

0

ໃນວັນທີ 28 ພຶດສະພາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານກອງປະຊຸມລາຍງານຄວາມຄືບໜ້າໃນການກະກຽມເປັນເຈົ້າພາບ ແລະ ປະທານກອງປະ ຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາທ່ານລັດຖະ ມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ.

ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ແລະ ກວດກາຄືນຄວາມຄືບໜ້າບັນດາໜ້າວຽກຮີບດ່ວນຂອງແຕ່ລະອະນຸກຳມະການເຊັ່ນ :ການກະກຽມດ້ານເນື້ອໃນ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການຈັດສັນສະຖານທີ່ພັກສຳລັບລັດຖະມົນຕີ ແລະ ຄະນະຜູ້ແທນຫຼາຍກວ່າ 30 ປະເທດ ທີ່ຈະມາຮ່ວມປະຊຸມ, ຄວາມພ້ອມຂອງສະຖານທີ່ປະຊຸມ, ການກະກຽມດ້ານພາຫະນະຮັບໃຊ້ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ ແລະ ບັນດາຄະນະຜູ້ແທນ, ຄວາມເປັນລະບຽບພາຍໃນຕົວເມືອງນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນການປັບປຸງຖະໜົນຫົນທາງ ແລະ ຄວາມເປັນລະບຽບດ້ານຈາລະຈອນ, ຄວາມພ້ອມດ້ານສະໜາມ ບິນ, ຄວາມພ້ອມດ້ານລະບົບການສື່ສານ ແລະ ອິນເຕີເນັດ, ບຸກຄະລາກອນຮັບໃຊ້ກອງປະຊຸມ, ຄວາມພ້ອມດ້ານສະຖານທີ່ທ່ອງທ່ຽວ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.

ຜ່ານການປຶກສາຫາລື ເຫັນວ່າ ການກະກຽມບັນດາໜ້າວຽກຮີບດ່ວນຂອງແຕ່ລະອະນຸກໍາມະການມີຄວາມຄືບໜ້າດີ. ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການ ສືບຕໍ່ດໍາເນີນການໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນວັນທີ 21-27 ກໍລະກົດ 2024 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

(ຂ່າວ: ກະຊວງຕ່າງປະເທດ; ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version