Saturday, July 27, 2024
Homeຂ່າວພາຍໃນລມຕ ກະຊວງ ຍທຂ ຕ້ອນຮັບຮອງປະທານຫ້ອງການທະນາຄານໂລກ

ລມຕ ກະຊວງ ຍທຂ ຕ້ອນຮັບຮອງປະທານຫ້ອງການທະນາຄານໂລກ

ເມື່ອບໍ່ດົນມານີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ (ຍທຂ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ນາງ ມານູເອວລາ ເຟີໂຣ (Ms. Manuela V. Ferro) ຮອງປະທານຫ້ອງການທະນາຄານໂລກ ປະຈໍາພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ.

ຈຸດປະສົງຂອງການພົບປະໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ກ່ຽວກັບ ສະພາບລວມ ແລະ ທິດທາງບຸລິມະສິດໃນການພັດທະນາຂະແໜງໂຍທາທິການ ແລະ ຂົນສົົ່ງ ຂອງ ສປປ ລາວ, ສະພາບລວມວຽກງານອໍານວຍຄວາມສະດວກການຂົນສົົ່ງເພື່ອຊຸກຍູ້ການເຊື່ອມຈອດພາກພື້ນ ແລະ ສາກົນຂອງ ສປປ ລາວ ແລະ ການກະກຽມ ແລະ ດໍາເນີນໂຄງການຮ່ວມມື ໃນຕໍ່ໜ້າໃຫ້ເປັນໄປຕາມກໍານົດເວລາທີ່ວາງໄວ້.

ໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມລາວຄັ້ງທໍາອິດຂອງ ທ່ານ ນາງ ມານູເອວລາ ເຟີໂຣ ຮອງປະທານຫ້ອງການທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ທະນາຄານໂລກທີ່ໄດ້ເປັນຄູ່ຮ່ວມພັດທະນາທີ່ຍາວນານ ແລະ ແຂງແຮງ ຂອງຂະແໜງໂຍທາທິການ ແລະ ຂົນສົົ່ງ.ປັດຈຸບັນໄດ້ມີໂຄງການທີ່ ກະຊວງໂຍທາທິການ ແລະ ຂົນສົົ່ງ ໄດ້ຮ່ວມກັບທະນາຄານໂລກ ຈັດຕັ້ງປະຕິບັດເຖິງ 6 ໂຄງການ ທີ່ລ້ວນແລ້ວແຕ່ເປັນໂຄງການບຸລິມະສິດ ໃນແຜນພັດທະນາ 5 ປີ ຂອງ ກະຊວງໂຍທາທິການ ແລະ ຂົນສົົ່ງ.

ທ່ານລັດຖະມົນຕີ ກະຊວງ ຍທຂ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທະນາຄານໂລກ ທີ່ໄດ້ເຫັນຄວາມສໍາຄັນຂອງການພັດທະນາ ຂະແໜງການໂຍທາທິການ ແລະ ຂົນສົົ່ງ ໂດຍປະກອບສ່ວນໃຫ້ການສະໜັບສະໜູນໃສ່ການພັດທະນາພື້ນຖານໂຄງລ່າງໄປພ້ອມໆກັບການພັດທະນາອົງກອນ, ໂດຍສະເພາະການຈັດຕັ້ງປະຕິບັດໂຄງການພັດທະນາແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project – SEARECC), ໂຄງການນີ້ ແມ່ນການເຊື່ອມຈອດການຂົນສົົ່ງສິນຄ້າຈາກບັນດາປະເທດອ້ອມຂ້າງຜ່ານດ່ານສາກົນມາເຊື່ອມໃສ່ລົດໄຟລາວ – ຈີນ ຊຶ່ງເປັນບຸລິມະສິດຂອງລັດຖະບານ ໃນການນໍາໃຊ້ລົດໄຟລາວ-ຈີນໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ຊຶ່ງແມ່ນການຜັນຂະຫຍາຍນະໂຍບາຍຂອງລັດຖະບານ ຫັນ ສປປ ລວ ຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ-ເຊື່ອມໂຍງ ໂດຍການພັດທະນາແລວທາງຫຼວງແຫ່ງຊາດ ໃຫ້ກາຍເປັນແລວທາງເສດຖະກິດ ສຸມໃສ່ການພັດທະນາແບບເປັນເຂດແຄ້ວນ ຊຶ່ງມູນຄ່າຂອງໂຄງການທັງໝົດ 131,9 ລ້ານໂດລາ.

ຈາກນັ້ນ, ທ່ານ ນາງ ມານູເອວລາ ເຟີໂຣ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ຂອງ ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ ໃນການຢ້ຽມຢາມລາວຄັ້ງນີ້ ແລະ ຈະສືບຕໍ່ໃນການສະໜັບສະໜູນ ແລະ ການຮ່ວມມ ກັບ ກະຊວງ ໂຍທາທິການ ແລະ ຂົນສົົ່ງ ທາງດ້ານການພັດທະນາໂຄງລ່າງພື້ນຖານ, ການພັດທະນາທາງດ້ານບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງ ໂຍທາທິການ ແລະ ຂົນສົົ່ງ ໃຫ້ນັບມື້ນັບມີການພັດທະນາຂຶ້ນເລື້ອຍໆ.

(ຂ່າວ-ພາບ: ຍທຂ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments