Home ຂ່າວຕ່າງປະເທດ ເອດີບີ ແລະ ສະຫະລັດອາເມລິກາ ສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ-ກາງ ຢູ່ລາວ

ເອດີບີ ແລະ ສະຫະລັດອາເມລິກາ ສະໜັບສະໜູນ ວິສະຫະກິດຂະໜາດນ້ອຍ-ກາງ ຢູ່ລາວ

0

ວັນທີ 22 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ, ທະນາຄານ ພັດທະນາ ອາຊີ (ADB) ແລະ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ຮ່ວມກັນປະກາດທຶນປະກອບສ່ວນໃສ່ໂຄງການລິເລີ່ມຂອງ ທະນາຄານ ພັດທະນາ ອາຊີ ຫລື ADB Frontier ຢ່າງເປັນທາງການ.

ໂຄງການດັ່ງກ່າວ, ຈະສະໜອງເງິນທຶນ ແລະ ສະໜັບສະໜູນດ້ານວິຊາການ ໃຫ້ແກ່ວິສະຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທີ່ມີການຂະຫຍາຍຕົວ ໂດຍນໍາໃຊ້ເຕັກໂນໂລຊີ ຢູ່ ສປປ ລາວ ແລະ ກຳປູເຈຍ ໂດຍເນັ້ນໃສ່ການຂະຫຍາຍຕົວຢ່າງທົ່ວເຖິງທາງດ້ານເສດຖະກິດ ແລະ ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ.

ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າສໍານັກງານ ທະນາຄານ ພັດທະນາ ອາຊີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການລິເລີ່ມຂອງທະນາຄານ ພັດທະນາ ອາຊີ ແມ່ນການລິເລີ່ມການພັດທະນາຢ່າງມີວິໄສທັດ ທີ່ລົງທຶນໃສ່ບໍລິສັດ ທີ່ເປັນວິສະຫະກິດຂະໜາດນ້ອຍ ແລະ ກາງທີ່ຍັງໜຸ່ມນ້ອຍ ແຕ່ມີຜົນປະກອບການເຕີບໂຕໄວຢ່າງຕໍ່ເນື່ອງ ເຊິ່ງເປັນວິສະຫະກິດມີທ່າກ້າວ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ໃຫ້ພວກເຂົາມີທຶນ ພ້ອມທັງເຄື່ອງມືດັ່ງທີ່ພວກເຂົາຕ້ອງການ ໃນການສ້າງ ແລະ ຫັນປ່ຽນອຸດສາຫະກຳ ທ້ອງຖິ່ນຢູ່ ສປປ ລາວ, ອົງການພັດທະນາສາກົນສະຫະລັດອາເມລິກາ ໄດ້ປະກອບສ່ວນທຶນສົມທົບມູນຄ່າ 3 ລ້ານໂດລາສະຫະລັດ ເຂົ້າໃສ່ໂຄງການດັ່ງກ່າວ. ນອກຈາກນີ້, ໂຄງການຍັງໄດ້ຮັບທຶນສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ຂອງສາທາລະນະລັດ ເກົາຫລີ ແລະ ທະນາຄານ ພັດທະນາ ອາຊີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version