Sunday, September 8, 2024
Homeຂ່າວຕ່າງປະເທດສ.ອາເມລິກາ ຂາຍນໍ້າມັນໃນສາງສຳຮອງ ຍຸດທະສາດ 1 ລ້ານຖັງ

ສ.ອາເມລິກາ ຂາຍນໍ້າມັນໃນສາງສຳຮອງ ຍຸດທະສາດ 1 ລ້ານຖັງ

ສຳນັກຂ່າວສານ ຫວຽດນາມ, ວັນທີ 21 ພຶດສະພາ, ກະຊວງ ພະລັງງານ ສ.ອາເມລິກາ ໃຫ້ຮູ້ວ່າ: ຈະຂາຍ ນໍ້າມັນ ຈຳນວນ 1 ລ້ານຖັງ ຢູ່ໃນສາງ ສຳຮອງ ຍຸດທະສາດ ຂະໜາດນ້ອຍ ໃນພາກຕາເວັນອອກ ສຽງເໜືອເພື່ອປິດສາງ ດັ່ງກ່າວ. ໂດຍ ທ່ານ ໂຈໄບເດນ ປະທານາທິບໍດີ ສ.ອາເມລິກາ ກ່າວວ່າ: ການເຄື່ອນໄຫວ ດັ່ງກ່າວນີ້ ຈະຊ່ວຍໃຫ້ ລາຄາ ນໍ້າມັນ ຫລຸດລົງ ກ່ອນຈະເຖິງ ລະດູຮ້ອນ, ເມື່ອຊາວສ.ອາເມລິກາ ເດີນທາງໄປ ທ່ອງທ່ຽວ ພາຍໃນປະເທດ ດ້ວຍລົດໃຫຍ່.

ເຖິງຢ່າງໃດກໍ່ຕາມ ຂໍ້ມູນ ຈາກ ສຳນັກງານ ສື່ສານ ພະລັງງານ ສ.ອາເມລິກາ (EIA) ລະບຸວ່າ: ການຂາຍນໍ້າມັນ ຈຳນວນ 1 ລ້ານຖັງ ດັ່ງກ່າວ ຈະບໍ່ສົ່ງຜົນ ກະທົບ ເນື່ອງຈາກ ສ.ອາເມລິກາ ບໍລິໂພກນໍ້າມັນ ສະເລ່ຍປະມານ 9 ລ້ານຖັງ ຕໍ່ວັນ (ຕາມສະຖິຕິຂອງປີກາຍ). ການຂາຍນໍ້າມັນ 1 ລ້ານຖັງ ຢູ່ທີ NGSR ເປັນສ່ວນໜຶ່ງ ຂອງ ກົດໝາຍ ທີ່ປະກາດໄວ້ ເມື່ອຕົ້ນປີນີ້ ເພື່ອໃຫ້ທຶນ ກະຊວງ ພະລັງງານ ໃນສົກປີ ການເງິນ 2024 ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments