ເມື່ອຫວນຄືນອະດີດ 60 ກວ່າປີ ຫລື 6 ທົດສະວັດຄືນຫລັງ, ໄດ້ມີເຫດການປະ ຫວັດສາດທີ່ປວງຊົນລາວທັງຊາດບໍ່ອາດຫລົງລືມໄດ້ ນັ້ນກໍ່ຄື: ວິລະກຳໜີອອກຈາກຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ພະນັກງານແນວລາວຮັກຊາດໃນຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີ ຂອງວັນທີ 24 ພຶດສະພາ 1960.
ພາຍຫລັງທີ່ບັນດາຜູ້ນຳຂອງພັກ ແລະ ພະນັກງານແນວລາວຮັກຊາດຖືກຈັບ ກຸມຄຸມຂັງໃນ ວັນທີ 28 ກໍລະກົດ 1959. ບັນດາຜູ້ນໍາ (ຜູ້ແທນແນວລາວຮັກຊາດ) ທີ່ຖືກຈັບ ລວມ ມີ 7 ສະຫາຍຄື: ສະຫາຍ ສຸພານຸວົງ, ສະຫາຍ ໝູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະຫາຍ ຄຳຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ. ສ່ວນພະນັກງານ, ທະຫານແນວລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມເປັນຂ້າ ລາຊະການໃນກົງຈັກລັດຖະບານປະສົມກໍ່ຖືກຈັບເຊັ່ນດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ, ສະຫາຍ ມາ ໄຂຄຳພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ.
![](https://medialaos.net/wp-content/uploads/2024/05/442479294_975375157931634_8788433239208881321_n.jpg)
ໃນໄລຍະເກືອບ 10 ເດືອນທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດທັງ 16 ທ່ານ ສຸດທີ່ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດ ໝາຍໄວ້ໃນຈຳນວນບັນດາຜູ້ນຳບຸກຄົນສຳຄັນໆປະມານ 8 – 9 ຄົນຈະໄດ້ຖືກປະຫານຊີວິດ. ນອກນັ້ນຈະໄດ້ຖືກຕັດສິນຂັງຄຸກຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານພິເສດສະເພາະ ເພື່ອເອົາບັນດາຜູ້ນຳແນວລາວຮັກຊາດອອກຕັດສິນບໍ່ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ມື້ຄະນະລັດຖະບານຫຸ່ນໄດ້ຕົກລົງເປັນເອກະພາບກັນ.
ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນແມ່ນເປັນມື້ຕັດສິນການໜີອອກຈາກຄຸກ”. ສໍາລັບບັນດາຜູ້ນໍາ ເຖິງວ່າເພິ່ນຈະຖືກກັກຂັັງກໍຕາມ ແຕ່ບໍ່ໄດ້ລົດລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງທາງເພື່ອໃຫ້ຫລຸດພົ້ນອອກ ຈາກການກະທຳອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ຢ່າງສຸດຂີດຄວາມສາມາດ ໃນການສຶກສາອົບຮົມແກ່ ສາລະວັດຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດແທ້ຄວາມໂຫດຮ້າຍສາມານຂອງລັດທິຈັກກະພັດແບບໃໝ່ຈົນໃນທີ່ສຸດ ສາລະວັດດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກຊາດ. ດ້ວຍເຫດນັ້ນ ຈຶ່ງມີ ການວາງແຜນໃນການຕິດຕໍ່ພົວພັນທາງລັບລະຫວ່າງນອກ ແລະ ໃນຄຸກ ຢ່າງປິດລັບທີ່ສຸດ ເພື່ອຈະໜີອອກຈາກຄຸກອອກໄປສູ່ເຂດທີ່ໝັ້ນຂອງການປະຕິວັດ.
ເມື່ອແຜນການເປັນໄປຕາມເປົ້າໝາຍ ທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຕໍ່ໃສ່ວັນທີ 24 ພຶດສະພາ 1960 ຜູ້ນຳຂອງພັກ-ແນວລາວຮັກຊາດ ໄດ້ໜີອອກ ຈາກຄຸກໂພນເຄັງໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ ດ້ວຍຄວາມປອດໄພທຸກປະການ.
![](https://medialaos.net/wp-content/uploads/2024/05/442487881_975374971264986_3173626628754511613_n.jpg)
ເຫດການວິລະກຳດັ່ງກ່າວນີ້, ແມ່ນໄຊຊະນະ ທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການ ເຖິງວ່າ ຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນ ໂດຍເດັດຂາດ ອັນນີ້ ກໍຍ້ອນບັນດາຜູ້ນຳເຮົາຖືປະເທດຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິ ລະກຳໜີອອກຈາກຄຸກ ຄັ້ງມະຫັດສະຈັນໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫລືອ ເຮັດໃຫ້ບັນດາທ່ານຜູ້ນຳໂຕນໜີອອກຈາກຄຸກໄດ້ເປັນຜົນສຳ ເລັດ. ນີ້ຄືວັນແຫ່ງໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງ ເລືອດ ກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ.
![](https://medialaos.net/wp-content/uploads/2024/05/442510085_975374984598318_4248649191146689666_n.jpg)
ການໜີອອກຈາກຄຸກແບບຮວມໝູ່ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດຄັ້ງມະຫັດສະຈັນນີ້ ແມ່ນມີຄວາມສ່ຽງທີ່ສຸດ ແລະ ບໍ່ມີໃຜຄິດວ່າຈະເປັນໄປໄດ້ ເຊິ່ງເຫດການດັ່ງກ່າວຖືເປັນບົດຮຽນທີ່ຍັງຝັງເລິກຢູ່ໃນໃຈຂອງປວງຊົນລາວຢ່າງບໍ່ມີມື້ຈະຫລົງລືມໄດ້.