Home ຂ່າວການເມືອງ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພົບປະໂອ້ລົມ ການນຳແຂວງອຸດົມໄຊ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພົບປະໂອ້ລົມ ການນຳແຂວງອຸດົມໄຊ

0
33

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ ໃນວັນທີ 21 ພຶດສະພາ 2024 ຜ່ານມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດ ໄດ້ພົບປະໂອ້ລົມ ພະນັກງານການນຳແຂວງອຸດົມໄຊ ໂດຍລົງເລິກການຕິດຕາມ, ຊຸກຍູ້ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍມີ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ-ຮອງເຈົ້າເມືອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ບຸນຄົງ ຫລ້າຈຽມພອນ ໄດ້ລາຍງານສະພາບການນໍາພາ-ຊີ້ນໍາ ຈັດຕັ້ງປະຕິ ບັດວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງອຸດົມໄຊ ໃນໄລຍະ 5 ເດືອນຜ່ານມາ ໂດຍສະເພາະວຽກງານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຜນພັດທະ ນາເສດຖະກິດ-ສັງຄົມ ປະຈໍາປີ 2024, ວຽກງານວັດທະນະທໍາ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ ໂດຍຕິດພັນກັບຄວາມຄືບໜ້າຂອງການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ມາຮອດປັດຈຸບັນ, ແຂວງອຸດົມໄຊ ໄດ້ມີການຜັນຂະຫຍາຍ ນິຕິກຳຂອງຂັ້ນເທິງ, ແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງຄັ້ງທີ X, ກອງປະຊຸມໃຫຍ່ອົງຄະນະພັກເມືອງ, ສອງກອງບັນຊາການ ປກຊ-ປກສ ແຂວງ, ຮາກຖານ ສຳນັກງານອ້ອມຂ້າງແຂວງ, ເມືອງ ແລະ ຮາກຖານບ້ານ, ມອບວຽກໃຫ້ບັນດາພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ, ສ້າງເປັນປື້ມຄູ່ມື, ບົດແນະນຳຂັ້ນຕອນໃນການຈັດຕັ້ງປະຕິບັດ ແຕ່ລະດ້ານຢ່າງລະອຽດ, ໄດ້ເຜີຍແຜ່, ເຊື່ອມຊຶມ ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ຂັ້ນແຂວງ ໃຫ້ບັນດາພະນັກງານຫລັກແຫລ່ງໄດ້ຈັດຕັ້ງການທົດລອງ ດຳເນີນກອງປະຊຸມໃຫຍ່ຢູ່ບ້ານເທສະບານແຂວງຈຳ ນວນໜຶ່ງ, ມອບໃຫ້ການນຳເມືອງ ນຳເອົາເນື້ອໃນຈິດໃຈ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັັກ ໄປຈັດຕັ້ງຜັນຂະຫຍາຍໃຫ້ເລິກເຊິ່ງ ກວ້າງຂວາງ. ໃນນີ້, ຢູ່ຂັ້ນຮາກຖານບ້ານ, ສຳນັກງານ-ອົງການອ້ອມຂ້າງເມືອງ ຈໍານວນ 743 ຮາກຖານ ເທົ່າກັບ 77,40% ແມ່ນສຳເລັດໃນການດຳເນີນກອງປະຊຸມໃຫຍ່ຂອງຕົນແລ້ວ ແລະ ຍັງສືບຕໍ່ດຳເນີນ ຈຳນວນ 217 ຮາກຖານ ເທົ່າກັບ 22,60%, ກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄາດວ່າຈະໄດ້ຈັດຕັ້ງປະຕິບັດ ແລະ ດຳເນີນຕົວຈິງໃນຕົ້ນປີ 2025 ນີ້. ສ່ວນກອງປະຊຸມໃຫຍ່ ອົງຄະນະພັກແຂວງ ແມ່ນຈະໄດ້ດຳເນີນ ໃນໄລຍະກາງປີ 2025.

ການພົບປະໂອ້ລົມຄັ້ງນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ແຂວງອຸດົມໄຊ ຍາດມາໄດ້ໃນໄລຍະ 5 ເດືອນຜ່ານມາ, ພ້ອມທັງໃຫ້ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດວຽກງານຮອບ ດ້ານ ໃຫ້ບັນລຸຕາມລະດັບຄາດໝາຍ ແລະ ທິດທາງແຜນການທີ່ກຳນົດໄວ້. ພ້ອມທັງ, ເນັ້ນບາງບັນຫາ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໂດຍສະເພາະ ການນຳເອົານິຕິກຳຂັ້ນສູນກາງມາຈັດຕັ້ງຜັນຂະຫຍາຍ, ກຳນົດ ແລະ ຈັດຕັ້ງ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກ ສ່ວນ; ສຶກສາອົບຮົມທາງດ້ານວຽກງານການເມືອງ-ແນວຄິດ ພະນັກງານຫລັກແຫລ່ງໃຫ້ຮັບຮູ້, ເຂົ້າໃຈ ຕໍ່ແນວທາງ ແລະ ກົດລະບຽບຂອງພັກ, ໜ້າທີ່ ແລະ ຂໍ້ຫ້າມຂອງສະມາຊິກພັກ; ມີແນວຄິດແຂ່ງຂັນ ໃນການສ້າງສາພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຄອບຄົວ; ຄະນະພັກ, ຄະນະນຳ ຕ້ອງຕິດຕາມ ແລະ ຊຸກຍູ້ຢ່າງໃກ້ສິດຕິດແທດ ໃນການດຳເນີນກອງປະຊຸມໃຫຍ່ແຕ່ລະຂັ້ນ ແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ໃນແຂວງອຸດົມໄຊ ມີຜົນສຳເລັດຕາມລະດັບຄາດໝາຍ.

ຂ່າວ: ຄານມະນີ ຮຽນດໍຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here