Thursday, October 24, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຢ້ຽມຢາມ ເມືອງມໍຣະດົກ ແລະ ໂຄງການພັດທະນາ

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຢ້ຽມຢາມ ເມືອງມໍຣະດົກ ແລະ ໂຄງການພັດທະນາ

ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການ ຕ່າງປະເທດ ໄດ້ນຳພາຄະນະທູຕານຸທູດ ຈາກ 7 ປະເທດຄື: ບູນກາລີ, ອິນເດຍ ຍີ່ປຸ່ນ ສ ເກົາຫລີ ຕວັກເກຍ ສສ ຫວຽດນາມ ແລະ ຊຳບີ, ເຊິ່ງເປັນສະມາຊິກຄະນະກຳມະການມໍຣະດົກໂລກ (World Heritage Committee) ຂອງອົງການ ອຸຍແນັສໂກ ປະຈຳຢູ່ ປາຣີ ທີ່ເດີນທາງມາ ຈາກປະເທດຝຣັ່ງ ບູນກາລີ ແລະ ນະຄອນຫລວງວຽງຈັນ ເພື່ອຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແລະ ເຂດໂຄງການກໍ່ສ້າງເຂື່ອນໄຟຟ້າ ໃນວັນທີ 20-22 ພຶດສະພາ 2024.

ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ແມ່ນເພື່ອແລກ ປ່ຽນຂໍ້ມູນ ແລະ ບົດຮຽນອັນດີຈາກບັນດາປະເທດສະມາຊິກ ຄະນະກຳມະ ການມໍຣະດົກໂລກ ໃນການຄຸ້ມຄອງສະຖານທີ່ມໍຣະດົກໂລກຂອງຕົນ ໂດຍສະ ເພາະການຄຸ້ມຄອງເມືອງມໍຣະດົກໂລກຫຼວງພະບາງ ຂອງ ສປປ ລາວ ທັງເປັນການເພີ່ມທະວີມີຄວາມຮັບຮູ້ ແລະ ເຂົ້າໃຈ ຫຼາຍຂຶ້ນກວ່າເກົ່າ ກ່ຽວກັບສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໂຄງການພັດທະນາພື້ນຖານໂຄງລ່າງໃນແຂວງຫຼວງພະບາງ, ແນ່ໃສ່ຮັດແຫນ້ນການຮ່ວມມື ລະຫວ່າງບັນດາປະເທດສະມາຊິກ ອົງການອຸຍແນັສໂກ ທັງໃນຂອບຫຼາຍຝ່າຍ ແລະ ສອງຝ່າຍ ໃນອະນາຄົດ.

ໃນວັນທີ 20 ພຶດສະພາ 2024 ຄະນະຜູ້ແທນ ໄດ້ຢ້ຽມຊົມຫໍພິພິທະພັນແຫ່ງຊາດ ຫຼວງພະບາງ ແລະ ຕົວເມືອງມໍຣະດົກໂລກ ຫຼວງພະບາງ. ຈາກນັ້ນ, ໃນວັນທີ 21 ພຶດພະພາ 2024 ຄະນະຜູ້ແທນທັງໝົດ ໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາ ວ່າດ້ວຍ “ການຄຸ້ມຄອງເມືອງມໍຣະດົກໂລກຫຼວງພະບາງ” ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພະຂັນໄຊ ສີຄັນໄຊ, ຫົວໜ້າກົມມໍຣະດົກ ກະຊວງຖະແຫຼງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຄຳອິນ ຄິດຈະເດດ ເອກອັກຄະລັດຖະທູດ ແລະ ຫົວໜ້າຫ້ອງ ການຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການອຸຍແນັສໂກ ທີ່ ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍມີຫົວຫນ້າຫ້ອງວ່າການແຂວງ ແລະ ພະແນກການທີ່ກ່ຽວຂ້ອງພາຍໃນແຂວງຫຼວງພະບາງ ເຂົ້າຮ່ວມທັງໝົດຫຼາຍກວ່າ 30 ທ່ານ.

ໃນໂອກາດນີ້ ທ່ານ ໂພໄຊ ໄຂຄຳພິທູນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນວ່າ ລັດຖະບານ ແຫ່ງ ສປປ ລາວ ເວລາໃດ ກໍມີຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ບູລະນະສະຖານທີ່ທາງປະຫວັດສາດ ທາງວັດທະນະທຳ ແລະ ທາງທຳມະ ຊາດ ກໍຄື ຮີດຄອງປະເພນີອັນດີງາມຂອງປະເທດຕົນ ໃຫ້ມີຄວາມຍືນຍົງ ແລະ ຄົງຕົວ ເປັນຊັບສົມບັດຂອງຊາດ ເປັນມໍຣະດົກໃຫ້ແກ່ ລູກຫຼານ ກໍ່ຄື ປະຊາຊົນລາວບັນດາເຜົ່າ ແລະ ມວນມະນຸດ ຕະຫຼອດໄລຍະເວລາ 29 ປີ ທີ່ຜ່ານມາ ວຽກງານການຄຸ້ມຄອງມໍຣະດົກໂລກຫຼວງພະບາງ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ສະຖານະເມືອງມໍຣະດົກໂລກພາຍໃຕ້ສົນທິສັນຍາມໍຣະດົກໂລກ ຂອງອົງການອຸຍແນັສໂກ ໄດ້ປະກອບສ່ວນສຳ ຄັນເປັນຢ່າງຍິ່ງ ໃນການປັບປຸງຊີວີດການເປັນຢູ່ຂອງປະຊາຊົນຊາວຫຼວງພະບາງ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຂອງປະເທດ ນັບມື້ນັບດີຂຶ້ນ ເປັນກ້າວໆມາ.

ພ້ອມດຽວກັນນີ້ ທ່ານ ຍັງໄດ້ມີຄຳເຫັນ ໃຫ້ກອງປະຊຸມພ້ອມກັນແລກ ປ່ຽນ ແລະ ປຶກສາຫາລືຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນພັດທະນາ ແລະ ສະໜັບໜູນວຽກງານປົກປັກຮັກສາ ແລະ ອະນຸລັກ ມໍ ຣະດົກຂອງລາວ ກໍຄື ມໍຣະດົກຂອງໂລກ ໃຫ້ໄປຄ່ຽງຄູ່ກັບການພັດທະນາແບບຍືນຍົງ ແລະ ການປະຕິບັດທີ່ດີຂອງສາກົນ.

ນອກຈາກນັ້ນ ໃນຕອນບ່າຍຂອງວັນທີ 21 ແລະ ວັນທີ 22 ພຶດສະພາທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ສືບຕໍ່ນຳພາຄະນະຜູ້ແທນດັ່ງກ່າວ ລົງຢ້ຽມຢາມ ເຂື່ອນໄຟຟ້າ ໄຊຍະບູລີ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າຫຼວງ ພະບາງ ທີ່ກຳລັງຢູ່ໃນຂັ້ນຕອນການກໍ່ສ້າງ ຕາມລຳ ດັບ. ຕະຫລອດໄລຍະການເຄື່ອນໄຫວໃນຄັ້ງນີ້ ຄະນະຜູ້ແທນຕ່າງໆ ໄດ້ໃຫ້ຄວາມສົນໃຈຫລາຍ ໃນການປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນປະສົບການ ພ້ອມທັງໄດ້ສອບຖາມພາກລັດ ແລະ ຜູ້ພັດທະນາໂຄງການຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບຂໍ້ມູນຕ່າງໆທີ່ຕິດພັນກັບໂຄງການກໍ່ສ້າງເຂື່ອນຫລວງພະບາງ ແລະ ການຄຸ້ມຄອງເມືອງມໍຣະດົກໂລກ ຫລວງພະບາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments