Sunday, September 8, 2024
Homeຂ່າວກິລາຈັດແຂ່ງຂັນດອກປີກໄກ່ ເຍົາວະຊົນ ຊີງແຊັມອາຊຽນ 2024

ຈັດແຂ່ງຂັນດອກປີກໄກ່ ເຍົາວະຊົນ ຊີງແຊັມອາຊຽນ 2024

ການແຂ່ງຂັນກີລາດອກປີກໄກ່ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ເຊີງແຊັມອາຊຽນ 2024 (Badminton Asia Regional Junior (Under 15 & 17) Championship 2024) ຈັດຂຶ້ນໃນວັນທີ 22-26 ພຶດສະພາ 2024 ຢູ່ເດີ່ນດອກປີກໄກ່ເສດຖາ (ບຶງຂະຫຍອງ) ນະຄອນ ຫຼວງວຽງຈັນ.

ທ່ານ ບຸນຍະແສງ ນາຊຽງຄໍາ ຮອງເລຂາທິການສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ທີມນັກກີລາ 5 ປະເທດເຂົ້າຮ່ວມ ປະກອບມີ: ສປປ ລາວ (ເຈົ້າພາບ) ກໍາປູເຈຍ ມຽນມາ ບຣູໄນ ແລະ ຕີມໍ ເລສເຕ ມີທັງໝົດ 12 ລາຍການ (12 ຫຼຽນຄໍາ) ແບ່ງອອກເປັນປະເພດທີມ 2 ລາຍການ ແລະ ປະເພດບຸກຄົນ 10 ລາຍການ ໃນນັ້ນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງໄຊ 6 ຫຼຽນຄໍາ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງໄຊ 6 ຫຼຽນຄໍາ ການແຂ່ງຂັນຄັ້ງນີ້ ຈັດຂຶ້ນ ກໍເພື່ອເປີດໂອກາດໃຫ້ນັກກີລາໃນຂົງເຂດອາຊຽນ ໄດ້ສະແດງຄວາມສາມາດຂອງເຂົາເຈົ້າ ເພື່ອພັດທະນາຕົນເອງໄປສູ່ລະດັບສາກົນ ໂດຍສະເພາະນັກກີລາລາວເຮົາ ໃນການກະກຽມຄວາມພ້ອມນັກກີລາເຍົາວະຊົນທີມຊາດລາວ ເພື່ອສືບຕໍ່ເຂົ້າຮ່ວມການແຂ່ງຂັນກີລານັກຮຽນອາຊຽນ ຄັ້ງທີ 13 ທີ່ ນະຄອນດານັງ ສສ ຫວຽດນາມ ເປັນເຈົ້າພາບ ໃນຕົ້ນເດືອນມິຖຸນາທີ່ຈະເຖິງນີ້.

ການແຂ່ງຂັນຄັ້ງນີ້ ສປປ ລາວ ສົ່ງນັກກີລາເຂົ້າຮ່ວມທັງ 2 ຮຸ່ນ ໃນນັ້ນ ຮຸ່ນອາຍຸບໍ່ເກີນ 15 ປີ ມີ 4 ຄົນ ຍິງ 2 ຄົນ ແລະ ຮຸ່ນອາຍຸບໍ່ເກີນ 17 ປີ ມີ 6 ຄົນ ຊາຍ 4 ຄົນ ໃນການແຂ່ງຂັນຄັ້ງນີ້ ພວກເຮົາກໍມີຄວາມຫວັງເລິກໆຈະສາມາດຍາດໃຫ້ໄດ້ 2 ຫຼຽນຄໍາ ຈາກທົງໝົດ 12 ລາຍການເຂົ້າຮ່ວມແຂ່ງຂັນຄັ້ງນີ້.

ລາຍລະອຽດການແຂ່ງຂັນ: 22 ພຶດສະພາ 2024 ເວລາ 10:00-13:00 ໂມງ ແຂ່ງຂັນຮອບຄັດເລືອກປະເພດທີມປະສົມ ວັນທີ 23 ພຶດສະພາ 2024 ເວລາ 9:00-13:00 ໂມງ ແຂ່ງຂັນຮອບຮອງຊະນະເລີດປະເພດທີມປະສົມ ວັນທີ 24 ພຶດສະພາ 2024 ເວລາ 9:00-12:00 ໂມງ ແຂ່ງຂັນຮອບຊີງຊະນະເລີດປະເພດທີມປະສົມ 12:30 ໂມງ ພິທີມອບຫຼຽນລາງວັນ ເວລາ 14:00-16:00 ໂມງ ແຂ່ງຂັນຮອບຄັດເລືອກປະເພດບຸກຄົນ 25 ພຶດສະພາ 2024 ເວລາ 9:00-13:00 ໂມງ ແຂ່ງຂັນຮອບຮອງຊະນະເລີດປະເພດບຸກຄົນ ວັນທີ 26 ພຶດສະພາ 2024 ເວລາ 9:00-12:00 ໂມງ ແຂ່ງຂັນຮອບຊີງຊະນະເລີດປະເພດບຸກຄົນ ເວລາ 12:30 ໂມງ ພິທີມອບຫຼຽນລາງວັນ.

ຂ່າວ: ສີພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments