Home Uncategorized ປະທານອົງການກາແດງແຫ່ງຊາດລາວ ຕ້ອນຮັບຜູ້ຕາງໜ້າອົງການອາຫານໂລກ

ປະທານອົງການກາແດງແຫ່ງຊາດລາວ ຕ້ອນຮັບຜູ້ຕາງໜ້າອົງການອາຫານໂລກ

0

ເມື່ອບໍ່ດົນຜ່ານມາ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບທ່ານ ມາກ-ອານເດຣໂປຣ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຊິ່ງທ່ານໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ຄະນະດັ່ງກ່າວ ພ້ອມທັງໄດ້ລາຍງານສະພາບລວມ ພາລະບົດບາດ ສິດໜ້າທີ່ ຂອງອົງການກາແດງແຫ່ງຊາດລາວ ໃຫ້ຮັບຊາບ ໂດຍສະເພາະຜົນງານການຮ່ວມມືສອງຝ່າຍ ໃນການແຈກຢາຍອາຫານໃຫ້ປະຊາຊົນ ຢູ່ບັນດາແຂວງ ໃນປີຜ່ານມາ ເຫັນວ່າມີຜົນສຳເລັດຫຼາຍດ້ານ ແລະ ພ້ອມຈະໃຫ້ຄວາມຮ່ວມມືສືບຕໍ່ໃນການຊ່ວຍເຫຼືອປະຊາຊົນ ທີ່ທຸກຍາກຂາດເຂີນກັບອົງການອາຫານໂລກຕໍ່ໄປ.

ໂອກາດນີ້ທ່ານຜູ້ຕາງໜ້າອົງການອາຫານໂລກ ປະຈຳລາວ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານປະທານອົງການກາແດງແຫ່ງຊາດລາວ ທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບ ແລະ ໄດ້ສະແດງຄວາມຍິນດີຊົມເຊີຍຕໍ່ ທ່ານປະທານອົງການກາແດງແຫ່ງຊາດລາວທີ່ໄດ້ມາຮັບໜ້າທີ່ໃໝ່ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານແຈກຢາຍອາຫານ (ເຂົ້າສານ) ໃຫ້ປະຊາຊົນທີ່ທຸກຍາກຂາດເຂີນຢູ່ 4 ແຂວງໃນປີຜ່ານມາ ເຫັນວ່າມີຜົນສຳເລັດຢ່າງຈົບງາມ ແລະ ເຖິງມືປະຊາຊົນຢ່າງແທ້ຈິງ ສິ່ງເຫຼົ່ານັ້ນລ້ວນແຕ່ໄດ້ຮັບການຮ່ວມມືຈາກ ອົງການກາແດງແຫ່ງຊາດລາວ ອົງການກາແດງແຂວງ-ເມືອງ ແລະ ບຸກຄະລາກອນແຕ່ລະຂັ້ນ ທີ່ມີປະສົບການໃນການລົງເຮັດວຽກພື້ນທີ່ທ້ອງຖິ່ນ.

ສຳລັບແຜນການຮ່ວມມືກັບອົງການກາແດງແຫ່ງຊາດລາວ ໃນການຈັດຕັ້ງປະຕິບັດການແຈກຢາຍອາຫານໃຫ້ປະຊາຊົນ ຜູ້ທຸກຍາກຂາດເຂີນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ຂອງແຂວງເປົ້າໝາຍຂອງໂຄງການ ແມ່ນຈະໄດ້ດຳເນີນຮ່ວມກັນໃນໄວໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version