Home ຂ່າວຕ່າງປະເທດ ສິງກະໂປ ແອຣລາຍ ຂົນສົ່ງຜູ້ໂດຍສານ ເພີ່ມຂຶ້ນກວ່າ 20%

ສິງກະໂປ ແອຣລາຍ ຂົນສົ່ງຜູ້ໂດຍສານ ເພີ່ມຂຶ້ນກວ່າ 20%

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສາຍການບິນ ສິງກະໂປ ແອຣລາຍ ລາຍງານວ່າ ປະລິມານ ການຂົນສົ່ງ ຜູ້ໂດຍສານ ຂອງ ສາຍການບິນ ໃນໄລຍະເດືອນ ເມສາ ລວມມີ 2,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 20,3% ເມື່ອທຽບໃສ່ ປີຕໍ່ປີ.

ໂດຍສະເພາະ ສະກູດ (Scoot ) ສາຍການບິນ ຕົ້ນທຶນຕໍ່າ ໃນສາຂາ ສິງກະໂປ ແອຣລາຍ ໄດ້ຂົນສົ່ງ ຜູ້ໂດຍສານ ໃນເດືອນເມສາ ລວມມີ 1,06 ລ້ານເທື່ອຄົນ, ເພີ່ມຂຶ້ນ 13,2% ເມື່ອທຽບໃສ່ປີຕໍ່ປີ. ສ່ວນດ້ານປະລິມານ ການຂົນສົ່ງ ສິນຄ້າ ໃນໄລຍະເດືອນເມສາ ເພີ່ມຂຶ້ນ 26,4% ເມື່ອທຽບໃສ່ ປີຕໍ່ປີ, ດ້ວຍແຮງຊຸກຍູ້ ຈາກ ຄວາມຕ້ອງການ ເພີ່ມຂຶ້ນ ເນື່ອງຈາກ ມີຄວາມກັງວົນ ດ້ານຄວາມປອດໄພ ໃນທະເລແດງ. ໃນຂະນະທີ່ ເຄືອຂ່າຍ ຂົນສົ່ງ ຜູ້ໂດຍສານ ຂອງ ສິງກະໂປ ແອຣລາຍ ກຣຸບ ໄດ້ຄວບຄຸມ 122 ຈຸດ ໝາຍ ນັບເຖິງທ້າຍເດືອນ ເມສາ ທີ່ຜ່ານມາ, ສ່ວນເຄື່ອຂ່າຍ ຂົນສົ່ງສິນຄ້າ ຄວບຄຸມ 126 ຈຸດໝາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version