Saturday, July 27, 2024
Homeຂ່າວຕ່າງປະເທດສປຈີນ ເລັ່ງແຈກຢາຍໄຟຟ້າ ພະລັງງານສະອາດ ຈຳນວນ 2 ຕື້ກິໂລວັດຕໍ່ຊົ່ວໂມງ

ສປຈີນ ເລັ່ງແຈກຢາຍໄຟຟ້າ ພະລັງງານສະອາດ ຈຳນວນ 2 ຕື້ກິໂລວັດຕໍ່ຊົ່ວໂມງ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 19 ພຶດສະພາ, ບໍລິສັດ ການໄຟຟ້າ ແຫ່ງປະເທດ ຈີນ ສາຂາ ທິເບດ ເປີດເຜີຍວ່າ: ເຂດປົກຄອງ ຕົນເອງ ທິເບດ (ຊິຈ້າງ) ທາງຕາເວັນຕົກ ສ່ຽງໃຕ້ ຂອງ ຈີນ ພວມວາງແຜນ ສົ່ງໄຟຟ້າ ພະລັງງານ ສະອາດ ຈຳນວນ 2 ຕື້ກິໂລວັດ ຕໍ່ຊົ່ວໂມງ ໄປຍັງ ບັນດາ ແຂວງຕ່າງໆ ຂອງ ຈີນ ຈຳນວນ 16 ແຫ່ງໃນປີນີ້.

ບໍລິສັດດັ່ງກ່າວ ຄາດວ່າ ພະລັງງານ ສະອາດ ທີ່ຈະສົ່ງໄປນີ້ ຈະຊ່ວຍໃຫ້ ທາງຕອນກາງ ແລະ ຕາເວັນອອກ ຂອງ ປະເທດ ສາມາດ ຫລຸດຜ່ອນ ການປ່ອຍ ແກັດກາກບອນ ດີອົກຊິດ ໄດ້ 1,6 ລ້ານໂຕນ ແລະ ຊັລເຟຣດີອົກຊິດ ຈຳນວນ 50.000 ໂຕນ. ນອກນັ້ນ, ເຂດທິເບດ ຍັງມີ ຊັບພະຍາກອນ ພະລັງງານ ແສງຕາເວັນ,ພະລັງງານນໍ້າ ແລະ ພະລັງງານລົມ ທີ່ ອຸດົມສົມບູນ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments