Saturday, July 27, 2024
Homeຂ່າວໜ້າໜຶ່ງອົງການຢູນີເຊບ ຖືສຳຄັນວຽກສົ່ງເສີມສິດທິເດັກ ໃນ ສປປ ລາວ

ອົງການຢູນີເຊບ ຖືສຳຄັນວຽກສົ່ງເສີມສິດທິເດັກ ໃນ ສປປ ລາວ

ອົງການອຸຍນີເຊບ ປະຈຳ ລາວ ພ້ອມທີ່ຈະຢູ່ຄຽງຄູ່ກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນລັດຖະບານ ໃນການຊ່ວຍເຫລືອເດັກນ້ອຍລາວ ໃຫ້ມີປະສິດທິພາບ ແລະ ໃຫ້ບັນລຸເປົ້າໝາຍການພັດທະນາຂອງເດັກ ໃນອະນາຄົດ ເຊິ່ງອົງການອຸຍນີເຊບ ຖືສຳຄັນວຽກງານສົ່ງເສີມສິດທິເດັກ ໃນ ສປປ ລາວ.

ທ່ານ ນາງ ເພຍ ເຣເບລໂລບຣິໂຕ ຜູ້ຕາງໜ້າອົງການອຸຍນິເຊບ ປະຈຳ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເປີດຂະບວນການສັກວັກຊິນໝາກແດງນ້ອຍ ແລະ ໝາກແດງໃຫຍ່ ແຫ່ງຊາດ ທີ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນນີ້ວ່າ: ອົງການອຸຍນີເຊບ ໄດ້ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໄດ້ 50 ປີແລ້ວ ໂດຍເຮັດວຽກເພື່ອການສົ່ງເສີມວຽກງານສິດທິເດັກ, ເພື່ອສົ່ງເສີມການສຶກສາຂອງເດັກ ນ້ອຍ ແລະ ສຸຂະພາບການເປັນຢູ່ທີ່ດີຂອງແມ່ ແລະ ເດັກ ໂດຍອົງການອຸຍນີເຊບ ພ້ອມຈະສືບຕໍ່ວຽກງານດັ່ງກ່າວໃຫ້ປະສົບຄວາມເປັນຈິງ ແລະ ຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃຫ້ບັນລຸເປົ້າໝາຍພັດທະ ນາຂອງເດັກ ໃນອະນາຄົດ. ອົງການອຸຍນີເຊບ ພ້ອມທີ່ຈະຢູ່ຄຽງຄູ່ກັບລັດຖະບານ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນລັດຖະບານລາວ, ຊ່ວຍເຫລືອເດັກນ້ອຍລາວ, ໃຫ້ມີປະສິດທິພາບ ແລະ ໃຫ້ບັນລຸເປົ້າໝາຍການພັດທະນາຂອງເດັກ ໃນອະນາຄົດ. ພ້ອມນັ້ນ, ເວົ້າເຖິງວຽກງານການປ່ຽນແປງດິນຟ້າອາກາດ ຕໍ່ການສຶກສາ ໂດຍກ່ຽວຂ້ອງກັບການພັດທະນາ ຈະເຮັດແນວໃດເຮັດໃຫ້ທຸກຄົນໄດ້ເຂົ້າເຖິງການຮຽນຮູ້, ເຂົ້າໃຈ ແລະ ແກ້ໄຂບັນຫາພ້ອມໆກັນ. ໃນນັ້ນ, ບັນຫາເລື່ອງຄວາມສະເໝີພາບຍິງ-ຊາຍ ໂດຍສະເພາະແມ່ນສິດທິເດັກຍິງ ແມ່ນສຳຄັນຫຼາຍທີ່ຕ້ອງໃຫ້ໂອກາດຢູ່ໃນປັດຈຸບັນ ກໍຄື ໃນອະນາຄົດ ແລະ ສິ່ງສໍາຄັນທີ່ເປັນອັນຕະລາຍທີ່ສຸດ ໃນປັດຈຸບັນ ແມ່ນບັນຫາໄພດີຈິຕອນ, ເຕັກໂນໂລຊີ, ສື່ອອນລາຍທີ່ເດັກນ້ອຍ ແລະ ຜູ້ປົກຄອງຈະຕ້ອງໄດ້ຮຽນຮູ້ ແລະ ນໍາໃຊ້ມັນໃຫ້ຖືກຕ້ອງ. ພ້ອມນັ້ນ, ບັນຫາ ນໍ້າສະອາດ ອົງການອຸຍນີເຊບ ກໍຢາກໃຫ້ທຸກຄົນໄດ້ເຂົ້າເຖິງນໍ້າສະອາດ ແລະ ສຸຂະພິບານ, ພ້ອມທັງບັນຫາການລ້ຽງດູຂອງພໍ່ແມ່ ກໍແມ່ນສຳຄັນທີ່ຕ້ອງໄດ້ເຂົ້າເຖິງຂໍ້ມູນຂ່າວສານ.

ໃນໂອາກດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2024 ທີ່ມາເຖິງນີ້, ທ່ານ ນາງ ເພຍ ເຣເບລໂລບຣິໂຕ ຍັງໄດ້ກ່າວເຖິງເດັກນ້ອຍວ່າ: ເດັກນ້ອຍ ຄືອະນາຄົດ ຄືຄວາມຫວັງຂອງທົ່ວໂລກບໍ່ວ່າຈະເປັນເດັກນ້ອຍຢູ່ ສປປ ລາວ ຫລື ຢູ່ໃນໂລກນີ້ ຢາກໃຫ້ເດັກນ້ອຍທຸກຄົນມີສະຕິ ບໍວ່າຈະເກີດຫຍັງຂຶ້ນ. ພ້ອມນັ້ນ, ຖ້າພວກເຮົາຕັ້ງໃຈເຮັດວຽກຮ່ວມກັນ ກໍສາມາດສ້າງເຮັດໃຫ້ອະນາຄົດທີ່ດີຕໍ່ເດັກນ້ອຍໄດ້. ສະນັ້ນ, ພວກເຮົາຈະໄດ້ຮ່ວມມືຮ່ວມໃຈກັນເຮັດໃຫ້ເປົ້າໝາຍດັ່ງກ່າວ ບັນລຸຜົນເປັນຈິງໃນອະນາຄົດທີ່ວາງໄວ້, ຂໍໃຫ້ເດັກນ້ອຍທຸກຄົນມີສຸຂະພາບທີ່ດີ ແລະ ແຂງແຮງ ເດັກນ້ອຍໃນວັນນີ້ ຄືຜູ້ສືບທອດທີ່ດີໃນວັນໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments