Saturday, July 27, 2024
Homeຂ່າວການເມືອງທ່ານ ສອນທະນູ ທຳມະວົງ ຖືກແຕ່ງຕັ້ງຮັກສາການເຈົ້າແຂວງ ບໍລິຄຳໄຊ

ທ່ານ ສອນທະນູ ທຳມະວົງ ຖືກແຕ່ງຕັ້ງຮັກສາການເຈົ້າແຂວງ ບໍລິຄຳໄຊ

ພິທີລົງນາມມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ກອງແກ້ວ ໄຊສົງຄາມ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ບໍລິຄຳໄຊ( ຜູ້ເກົ່າ ) ແລະ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງ ບໍລິຄຳໄຊ ( ຜູ້ໃໝ່ )ໄດ້ຈັດຂື້ນເປັນທາງການໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2024 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ບໍລິຄຳໄຊ,ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ຫົວໜ້າຄະນະຈັດຕັ້ງສູນກາງພັກ,ມີການນຳຂັ້ນສູນກາງ,ຄະນະບໍລິຫານງານພັກແຂວງ, ພະນັກງານຫຼັກແຫຼ່ງແລະແຂກຖືກເຊີນ ເຂົ້າຮ່ວມ.

ໂດຍປະຕິບັດຕາມຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ,ລົງວັນທີ 30 ເມສາ 2024 ວ່າດ້ວຍ ການຍົກຍ້າຍເລຂາພັກແຂວງ,ເຈົ້າແຂວງ ບໍລິຄຳໄຊ,ອິງຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກສະບັບເລກທີ 11/ກມສພ,ລົງວັນທີ 30 ເມສາ 2024 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ,ອິງຕາມຂໍ້ກຳນົດ ຂອງກົມການເມືອງສູນກາງພັກສະບັບເລກທີ 02/ກມສພ ລົງວັນທີ 14 ກໍລະກົດ 2003 ວ່າດ້ວຍການແຕ່ງຕັ້ງສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານ ແລະ ນິຕິກຳທີ່ກ່ຽວຂ້ອງ.ກົມການເມືອງສູນກາງພັກ ຕົກລົງ ຍົກຍ້າຍ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງ ບໍລິຄຳໄຊ ໄປຮັບໜ້າທີ່ໃໝ່ ຢູ່ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ,ຕົກລົງແຕ່ງຕັ້ງ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ,ຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດມາ ເປັນເລຂາຄະນະບໍລິຫານງານພັກແຂວງ ຮັກສາການ ເຈົ້າແຂວງ ບໍລິຄຳໄຊ.

ໂອກາດດັ່ງກ່າວນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຍົກໃຫ້ເຫັນຂອງການຍົກຍ້າຍບ່ອນປະຈຳການຂອງພະນັກງານການນຳຂັ້ນສູງ ແມ່ນອິງໃສ່ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກໃນໄລຍະປັດຈຸບັນ,ທ່ານ ຍັງໄດ້ເນັ້ນໃຫ້ ເລຂາພັກແຂວງ ຮັກສາການເຈົ້າແຂວງ ບໍລິຄຳໄຊ ຄົນໃໝ່ ຈົ່ງໄດ້ສືບຕໍ່ຜັນຂະຫຍາຍມະຕິຄະນະບໍລິຫານພັກແຂວງ ບໍລິຄຳໄຊ ສະໄໝທີ 7 ວາງອອກໃຫ້ປະກົດຜົນເປັນຈິງ,ໂດຍສະເພາະແມ່ນຖືສຳຄັນວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະພັກ, ສະມາຊິກພັກ ພະນັກງານ-ລັດຖະກອນກຳລັງປະກອບອາວຸດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃຫ້ກວ້າງຂວາງ,ພ້ອມນັ້ນຄະນະບໍລິຫານງງານພັກແຂວງ,ຄະນະບໍລິຫານງານພັກເມືອງ,ອົງການຈັດຕັ້ງພາຄີ,ອົງການຕຸລາການ-ນິຕິບັນຍັດ ຈົ່ງໄດ້ໃຫ້ຄວາມຮ່ວມມື ກັບສະຫາຍເລຂາພັກແຂວງຄົນໃໝ່,ເພື່ອພ້ອມກັນສ້າງສາພັດທະນາແຂວງ ບໍລິຄຳໄຊ ໃຫ້ມີຄວາມເຕີບໃຫຍ່ທາງດ້ານເສດຖະກິດ-ສັງຄົມກ້າວຂື້ນໄປຢ່າງບໍ່ຢຸດຢັ້ງ.

ຂ່າວ: ສາຍສະໝອນ,ພາບ: ຄຳຟອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments