Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 08 ພຶດສະພາ 2024

ສະພາບອາກາດ ວັນທີ 08 ພຶດສະພາ 2024

0

ບໍລິເວນຄວາມກົດດັນ ຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຢູ່ໃນແຕ່ລະພາກ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ, ລົມພັດແຮງ, ຟ້າຜ່າ ແລະ ໝາກເຫັບຕົກຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສໍາລັບນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ ໃນລະຫວ່າງ 25-36 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version