Sunday, September 8, 2024
Homeຂ່າວການເມືອງກອງປະຊຸມ AFMGM+3 ມີບົດບາດສໍາຄັນຈະຊ່ວຍສ້າງສະຖຽນລະພາບທາງດ້ານເສດຖະກິດ

ກອງປະຊຸມ AFMGM+3 ມີບົດບາດສໍາຄັນຈະຊ່ວຍສ້າງສະຖຽນລະພາບທາງດ້ານເສດຖະກິດ

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ +3 (AFMGM+3) ຄັ້ງທີ 27 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ໂຮງແຮມພູລແມນທະບີລີຊີ ປະເທດຊອກຊີ ໃນວັນທີ 3 ພຶດສະພາ 2024 ໂດຍການເປັນປະທານຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທ່ານ ຊະເວ ຊັງ ມອກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນ ສ ເກົາຫຼີ ແລະ ທ່ານ ຣີ ຈາງຢອງ ຜູ້ວ່າການທະນາຄານກາງແຫ່ງ ສ ເກົາຫຼີ.

ພ້ອມນັ້ນ ໃຫ້ກຽດເຂົ້າຮ່ວມຂອງລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຈາກ 10 ປະເທດສະມາຊິກອາຊຽນ ແລະ ຕີມໍເລສເຕໃນນາມຜູ້ສັງເກດການ ປະເທດບວກ 3 (ສປ ຈີນ ຍີ່ປຸ່ນ ສ ເກົາຫຼີ) ແລະ ບັນດາອົງການຈັດຕັ້ງສາກົນເຊັ່ນ: ອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (AMRO) ທະນາຄານພັດ ທະນາອາຊີ ແລະ ກອງທຶນການເງິນສາກົນ.

ໃນກອງປະຊຸມດັ່ງກ່າວໄດ້ປຶກສາຫາລື ຮັບຟັງການລາຍງານຜົນການຂອງກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ +3 (AFCDM+3) ຈັດຂຶ້ນຢູ່ທີ່ ສປປ ລາວ ໃນເດືອນເມສາຜ່ານມາໂດຍຮັບຮອງບັນດາວຽກງານໃນຂອບການຮ່ວມມືດ້ານການເງິນອາຊຽນ +3 ໂດຍສະເພາະການຄົ້ນຄວ້າເຄື່ອງມືການສະໜອງທຶນ ທັງໄດ້ຊີ້ນໍາໃຫ້ມີການປັບປຸງບາງເນື້ອໃນຂອງຂອບສັນຍາພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ເປັນກົນໄກຫຼາຍຝ່າຍ (CMIM) ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ການປະຕິບັດຍຸດທະສາດຮອດ 2030 ຂອງ AMRO ເຊິ່ງໄດ້ມອບໃຫ້ AMRO ປະຕິບັດໜ້າທີ່ເປັນກອງເລຂາໃຫ້ແກ່ປະເທດງອາຊຽນ +3 ນັບແຕ່ປີ 2024 ເປັນຕົ້ນໄປ ແລະ ໄດ້ຊີ້ນໍາໃຫ້ມີການຍົກລະດັບບົດບາດກໍຄືຄວາມສາມາດຂອງ AMRO ຈາກລະດັບພາກພື້ນໃຫ້ຂຶ້ນສູ່ລະດັບສາກົນ ແລະ ມີການຮ່ວມມືກັບສະຖານບັນການເງິນ ແລະ ອົງການຈັດຕັ້ງສາກົນອື່ນໃຫ້ຫຼາຍຂຶ້ນ ຄວາມຄືບໜ້າການປະຕິ ບັດຂໍ້ເລີ່ມການພັດທະນາຕະຫຼາດພັນທະບັດອາຊຽນ ການສ້າງຕັ້ງກອງເລຂາ ແລະ ຄວາມຄືບໜ້າການຄົ້ນຄວ້າຂອງບັນດາໜ່ວຍງານວິຊາການ ໂດຍສະເພາະກ່ຽວກັບການຮ່ວມມືຶດ້ານການເງິນໂດຍຫັນເປັນດີຈີຕອນ ການສ້າງຄວາມທົນທານດ້ານການເງິນ ກໍຄືຫັນເປັນການເງິນສີຂຽວຫຼາຍຂຶ້ນ ແລະ ອື່ນໆ ພ້ອມນີ້ໄດ້ຮັບຮອງຮ່າງຖະແຫຼງການຮ່ວມທີ່ໄດ້ຜ່ານການຮັບຮອງໂດຍກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າທະນາຄານກາງອາຊຽນ+3 ທີ່ຈັດຂຶ້ນໃນວັນທີ 2 ພຶດສະພາ 2024 ນີ້.

ນອກນັ້ນ ບັນດາລັດຖະມົນຕີ ແລະ ຜູ້ວ່າການຍັງໄດ້ແລກປ່ຽນກ່ຽວກັບສະພາບເສດ ຖະກິດຂອງໂລກ ແລະ ພາກພື້ນ ຮ່ວມກັບບັນດາສະຖານບັນການເງິນສາກົນ ເຊິ່ງໃນປີ 2024 ມີທ່າອ່ຽງດີຂຶ້ນ ອັດຕາການເຕີບໂຕເສດຖະກິດຂອງອາຊຽນ+3 ຈະຢູ່ໃນລະດັບ 4,5% ເພີ່ມຈາກປີ 2023 ທີ່ມີອັດຕາ 4,3% ຍ້ອນຫຼຸດຜ່ອນການເອື້ອຍອີງສິນຄ້າຈາກພາຍນອກ ການທ່ອງທ່ຽວ ແລະ ການລົງທຶນ ກໍຄືການຊົມໃຊ້ພາຍໃນເພີ່ມຂຶ້ນ ອັດຕາເງິນເຟີ້ ໂດຍລວມຄົງທີ່ຂຶ້ນແຕ່ກໍຍັງມີບາງປະເທດທີ່ອັດຕາຍັງສູງ.

ສະນັ້ນ ເວທີການຮ່ວມມືຶດ້ານການເງິນໃນພາກພື້ນອາຊຽນ+3 ມີບົດບາດຄວາມສໍາຄັນທີ່ຈະຊ່ວຍສ້າງສະຖຽນລະພາບທາງດ້ານເສດຖະກິດ ໂດຍປະສົມປະສານລະຫວ່າງການສ້າງຜົນປະໂຫຍດຮ່ວມກັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ການຄົ້ນຄວ້ານະໂຍບາຍທີ່ເໝາະສົມໂດຍອີງໃສ່ການຕີລາຄາ ແລະ ການແນະນຳຂອງອົງການສາ ກົນ ກໍຍັງເປັນສິ່ງທີ່ຈຳເປັນໂດຍຈະຍັງສືບຕໍ່ເນັ້ນໃສ່ການຟື້ນຟູຫຼາຍກວ່າການພັດ ທະນາ ພາຍຫຼັງສຳເລັດກອງປະຊຸມ ປະທານຮ່ວມສປປ ລາວ ແລະ ສ ເກົາຫຼີ ໄດ້ຈັດ ງານຖະແຫຼງຂ່າວໂດຍມີການເຂົ້າຮ່ວມຂອງນັກຂ່າວສາກົນກວ່າ 30 ສຳນັກ ເພື່ອແຈ້ງເນື້ອໃນຂອງຖະແຫຼ່ງການຮ່ວມ ແລະ ຜົນສຳເລັດຂອງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າທະນາຄານກາງອາຊຽນ +3 ຄັ້ງທີ 27 ສໍາລັບປີ 2025 ມາເລ ເຊຍ ແລະ ສປ ຈີນ ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານ ຕາມຮອບວຽນຕໍ່ຈາກ ສປປ ລາວ ແລະ ສ ເກົາຫຼີ.

#ວຽງຈັນທຸລະກິດສັງຄົມ

#ເ​ພັດ​ສະ​ໝອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments