Saturday, July 27, 2024
Homeຂ່າວໜ້າໜຶ່ງທ່ານ ລິນຄຳ ດວງສະຫວັນ ຂຶ້ນເປັນລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຜູ້ໃໝ່

ທ່ານ ລິນຄຳ ດວງສະຫວັນ ຂຶ້ນເປັນລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຜູ້ເກົ່າ-ຜູ້ໃໝ່ ລະຫວ່າງ ທ່ານ ເພັດ ພົມພີພັກ ລັດ ຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຜູ້ເກົ່າ ແລະ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຜູ້ໃໝ່ ໄດ້ຈັດຂຶ້ນ ວັນທີ 5 ພຶດສະພາ 2024 ຢູ່ທີ່ ກະ ຊວງດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງ ເລຂາທິການສູນ ກາງພັກ ປະທານກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີບັນດາຄະນະປະຈໍາພັກກະຊວງ ຄະນະບໍລິ ຫານງານພັກ ຄະນະນໍາກະຊວງ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໂອກາດນີ້ ທ່ານ ເພັດ ພົມພີພັກ ໄດ້ຜ່ານບົດສະຫຼຸບວຽກ ງານໄລຍະຜ່ານມາໃຫ້ຮູ້ວ່າ: ດ້ານວຽກງານການເມືອງ- ແນວຄິດ ໄດ້ນຳພາ-ຊີ້ນຳການຈັດຕັ້ງເຊື່ອມຊຶມແນວທາງ ມະຕິ ຄໍາສັ່ງ ເອກະສານທີ່ສໍາຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນຢ່າງທົ່ວເຖິງ ດ້ານວຽກງານວຽກວິຊາສະເພາະ ໄດ້ຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ IX ມາເປັນແຜນງານຂອງຂະແໜງ ການ ປະກອບມີ 4 ແຜນງານຄື: ແຜນງານຜະລິດສະບຽງ ອາຫານ ແລະ ໂພຊະນາການ ແຜນງານຜະລິດກະສິກໍາເປັນສິນຄ້າ ແຜນງານຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ແຜນ ງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ນັບແຕ່ປີ 2021 ມາຮອດປະຈຸບັນ ມີຜົນງານທີ່ພົ້ນເດັ່ນຄື: ຂະ ແໜງກະສິກຳ ແລະ ປ່າໄມ້ ມີການຂະຫຍາຍໂຕເພີ່ມຂຶ້ນ ໃນແຕ່ລະປີຈາກ 1,2% ໃນປີ 2020 ມາເປັນ 2,5% ໃນປີ 2021 2,3% ໃນປີ 2022 (ຫຼຸດລົງເນື່ອງຈາກສະພາບໂຄວິດ) ແລະ 3,4% ໃນປີ 2023 ລື່ນຄາດໝາຍທີ່ສະພາຮັບຮອງ 2,5% ກວມເອົາ 21,4% ຂອງ GDP ໃນປີ 2023 ສຳເລັດການສ້າງ 2 ນະໂຍບາຍແຫ່ງຊາດຄື: ນະ ໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ແລະ ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ໄດ້ເຕົ້າໂຮມຄືນ ບັນດາໂຮງງານປຸງແຕ່ງກະ ສິກຳ ແລະ ປ່າໄມ້ ທີ່ໄດ້ມອບໂອນມາຈາກ ກະຊວງອຸດສາ ຫະກຳ ແລະ ການຄ້າ ພ້ອມທັງໄດ້ມີການປັບປຸງລະບົບການຜະລິດຂອງໂຮງງານ ໄດ້ພະຍາຍາມສຸມໃສ່ການເຈລະຈາດ້ານສຸຂານາໄມ ພືດ ແລະ ສັດ (SPS) ເພື່ອເປີດຕະຫຼາດກັບປະເທດຄູ່ຄ້າ ຈຳນວນລາຍການສິນຄ້າໄດ້ເພີ່ມຂຶ້ນຈາກ 38 ລາຍການ ໃນປີ 2020 ມາເປັນ 64 ລາຍການ ໃນປີ 2024 (ເພີ່ມຂຶ້ນໃໝ່ 26 ລາຍການ) ແລະ ວຽກງານອື່ນໆ ລວມທັງ ວຽກງານຈຸດສຸມໃນຕໍ່ ໜ້າຕື່ກອີກ.

ໃນຕອນທ້າຍ ທ່ານ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນໂອ້ລົມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຜົນສໍາເລັດໃນການຈັດ ຕັ້ງປະຕິບັດວຽກງານຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃນໄລຍະຜ່ານມາ ເຊິ່ງມີຜົນສໍາເລັດຫຼາຍດ້ານ ສະເໜີໃຫ້ຄະນພັກກະຊວງສືບຕໍ່ຮັກສາມູນເຊື້ອສາມັກຄີ ຕິດພັນກັບການພັດທະນາວຽກງານການກະສິກໍາ ປ່າໄມ້ ແລະ ພັດທະ ນາຊົນນະບົດ ໃຫ້ມີບາດກ້າວໃໝ່ ເຂັ້ມແຂງ ເອົາໃຈໃສ່ວຽກງານການດໍາເນີນກວດກາການຈັດຕັ້ງຈັດຕັ້ງປະຕິບັດ ຍົກສູງດ້ານສະມັດຕະພາບການຜະລິດ ດ້ານແນວພັນ ແລະ ເຕັກນິກວິຊາການ ເພື່ອເຮັດໃຫ້ວຽກງານກະສິກໍາ ໄດ້ຮັບການຂະຫຍາຍຕົວເປັນກ້າວໆ.

…………………………………………….

#ວຽງຈັນທຸລະກິດສັງຄົມ

#ເພັດສະໝອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments