Saturday, July 27, 2024
Homeຂ່າວຕ່າງປະເທດພ້ອມກັນເສີມຂະຫຍາຍມູນເຊື້ອ ສາມັກຄີຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

ພ້ອມກັນເສີມຂະຫຍາຍມູນເຊື້ອ ສາມັກຄີຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

———————-

ໄຊຊະນະບັ້ນຮົບດຽນບຽນຝູ້ ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ ໃນພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດ ຂອງ 3 ປະເທດອິນດູຈີນ ເວົ້າລວມ, ເວົ້າສະເພາະ ການຮ່ວມສຳພັນສູ້ຮົບ ໃນບັ້ນຮົບດຽນບຽນຝູ້ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃນພາລະກິດປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ໃນໂອກາດສະເຫຼີມສະຫຼອງບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ (7/5/1954- 7/5/2024) ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 3 ພຶດສະພາ 2024 ນີ້ວ່າ: ບົດຮຽນປະຫວັດສາດກ່ຽວກັບມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ປະຊາຊົນສາມປະເທດອິນດູຈີນ ໂດຍສະເພາະ ການຮ່ວມສຳພັນສູ້ຮົບ ສະຫວ່າງ ຫວຽດນາມ ແລະ ລາວ ໃນບັ້ນຮົບດຽນບຽນຝູ້ ມາເຖິງປັດຈຸບັນ ຍັງມີຄຸນຄ່າດັ່ງເດີມ ແລະ ເພື່ອເສີມຂະຫຍາຍມູນເຊື້ອ ດັ່ງກ່າວ, ພວກເຮົາຕ້ອງສືບຕໍ່ ເສີມຂະຫຍາຍບັນດາບົດຮຽນ, ຈິດໃຈຕ້ອງຕໍ່ສູ້, ເສີມຂະຫຍາຍກຳລັງແຮງຂອງກ້ອນມະຫາສາມັກຄີຊົນຊາດ, ຮ່ວມຈິດຮ່ວມໃຈແກ້ໄຂທຸກຄວາມຫຍຸ້ງຍາກລຳບາກ ເພື່ອຕີຊະນະສັດຕູ, ເສີມຂະຫຍາຍກຳລັງແຮງພາຍໃນ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ຕັດສິນໃຈ ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ ເພື່ອຍາດເອົາໄຊຊະນະ, ສືບທອດ ແລະ ພັດທະນາບົດຮຽນກ່ຽວກັບການເຄົາລົບຄວາມເປັນຈິງ, ກຳແໜ້ນທັດສະນະພຶດຕິກຳຕົວຈິງ, ປະດິດສ້າງໃນການກະທຳຢ່າງທັນການ ເພື່ອບັນລຸເປົ້າໝາຍສູງສຸດ, ເພີ່ມທະວີຄວາມສາມັກຄີ, ເປີດກວ້າງສາຍພົວພັນການຕ່າງປະເທດ, ຍາດແຍ່ງການສະໜັບສະໜູນ, ຊ່ວຍເຫຼືອຂອງ ບັນດາປະເທດອ້າຍນ້ອງ, ເພື່ອນມິດສາກົນ ແລະ ຄຽງບ່າຄຽງໄຫຼ່ຊຶ່ງກັນ ແລະ ກັນ.

ໃນສະເພາະໜ້າ, ສອງປະເທດ ຫວຽດນາມ-ລາວ ຄວນສຸມໃສ່ພາລະກິດພັດທະນາ ຂອງແຕ່ລະປະເທດ, ຕ້ອງຍົກສູງຈິດໃຈຮັກຊາດ, ຈິດໃຈເອກະລາດເປັນເຈົ້າຕົນເອງ, ເຊີດຊູຊົນຊາດ, ເຂັ້ມແຂງດ້ວຍຕົນເອງ, ບໍ່ຍອມຮັບຄວາມທຸກຍາກ ແລະ ຫຼ້າຫຼັງ, ຕັດສິນໃຈໃນຜ່ານຜ່າສິ່ງທ້າທາຍ, ເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຄິດກ້າເຮັດ, ຍາມໃດກໍສະໜິດຕິດແທດລະຫວ່າງທິດສະດີກັບພຶດຕິກຳຕົວຈິງ, ວິໄຈບັນດາການພັດທະນາໃໝ່ສະພາບການຂອງໂລກ ແລະ ພາຍໃນຢ່າງຖືກຕ້ອງ ແລະ ພັດທະນາທິດສະດີ ຢ່າງປະດິດສ້າງ ເພື່ອນຳພາພາລະກິດປ່ຽນແປງໃໝ່ ກ້າວເຂົ້າສູ່ໄຊຊະນະ ແລະ ອື່ນໆ.

ສຳລັບ ສາຍພົວພັນ ຫວຽດນາມ-ລາວ ໃຫ້ສືບຕໍ່ພາສາຍພົວພັນ ດ້ານການເມືອງກ້າວເຂົ້າສູ່ລວງເລິກ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ພິເສດ ຕ້ອງສືບຕໍ່ປົກປັກຮັກສາ ແລະ ຍົກສູງປະສິດທິຜົນ ບັນດາກົນໄກການຮ່ວມມືລະຫວ່າງການນຳຂັ້ນສູງສອງປະເທດ, ເຊື່ອມຊຶມ ແລະ ຍົກສູງຄວາມຮັບຮູ້ ລວມກ່ຽວກັບລະດັບຄວາມສຳຄັນຂອງສາຍພົວພັນພິເສດຫວຽດນາມ-ລາວ ສູ່ທຸກຊັ້ນຄົນ ຂອງສອງປະເທດ. ພ້ອມທັງ ຍົກລະດັບ ການຮ່ວມມືດ້ານເສດຖະກິດ ຂອງສອງປະເທດ ຜ່ານການເປີດກວ້າງ, ຍົກລະດັບການເຊື່ອມຈອດຄົມມະນາຄົມ ຕາເວັນອອກ-ຕາເວັນຕົກ, ສ້າງຕັ້ງກົນໄກຮ່ວມມືຢ່າງຄົບຊຸດ, ນະໂຍບາຍພິເສດ, ອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ຂອງສອງປະເທດລົງທຶນ, ແກ້ໄຂຂໍ້ຄົງຄ້າງ ດ້ວຍບັນດາມາດຕະການກ້າວກະໂດດ, ເສີມຂະຫຍາຍບັນດາຮູບແບບການຮ່ວມມືໃໝ່ ເພື່ອຍາດແຍ່ງທ່າແຮງບົ່ມຊ້ອນ ຂອງສອງປະເທດ ແລະ ຍາດແຍ່ງຄວາມບົ່ມຊ້ອນດ້ານທຶນຮອນ, ບົດຮຽນ, ເຕັກໂນໂລຊີຂອງຄູ່ຮ່ວມມື, ຍາດແຍ່ງສົນທິສັນຍາການຄ້າເສລີ ສະບັບຕ່າງໆ ເພື່ອເພີ່ມທະວີປະສິດທິຜົນດ້ານການຄ້າ, ເປີດກວ້າງການຕະຫຼາດ ແລະ ດຶງດູດການລົງທຶນ, ສຸມໃສ່ພັດທະນາແຫຼ່ງ ຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບ ການພັດທະນາຂອງແຕ່ລະປະເທດ, ພ້ອມທັງ ປະກອບສ່ວນຮັດແໜ້ນຄວາມຮັກແພງ ສະໜິດຕິດແທດ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

ໂອກາດນີ້, ທ່ານ ຫງວຽນ ບ໋າ ຮຸ່ງ ຍັງໄດ້ສະແດງຄວາມ ເອກອ້າງທະນົງໃຈ ຕໍ່ບັນດາຄວາມມານະພະຍາຍາມ ອັນໃຫຍ່ຫຼວງຂອງຫຼາຍຮຸ່ນຄົນ ໃນການສ້າງສາປະເທດຊາດ, ເພີ່ມພູນຄຸນສ້າງໃຫ້ແກ່ສາຍພົວພັນ ຫວຽດນາມ-ລາວ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາສາຍພົວພັນນີ້ກາຍເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະ ເປັນຮູບແບບອັນໜຶ່ງອັນດຽວໃນໂລກ. ດ້ວຍຄວາມເອົາໃຈໃສ່ຢ່າງສະໜິດຕິດແທດ ຂອງການນຳຂັ້ນສູງ ຂອງສອງພັກ, ສອງລັດ, ຮ່ວມກັບຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ, ບັນດາວິສາຫະກິດ ພວກເຮົາມີພື້ນຖານຢ່າງຄົບຖ້ວນ ເພື່ອຮັກສາຄວາມເຊື່ອໝັ້ນ ຕໍ່ອະນາຄົດອັນສະຫວ່າງສະໄຫວຂອງແຕ່ລະປະເທດ ກໍຄື ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະນົງແກ່ນຕະຫລອດກາລະນານ.

ຂ່າວ: ນາງແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments