Sunday, September 8, 2024
Homeຂ່າວໜ້າໜຶ່ງປະທານປະເທດ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ

ປະທານປະເທດ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອອກແຈ້ງການວ່າ: ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງພະນະທ່ານວາລາດີເມຍ ປູຕິນ, ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍແຕ່ວັນທີ 7-11 ພຶດສະພາ 2024 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫຼີມສະຫຼອງຄົບຮອບ 30 ປີ ການລົງນາມສົນທິສັນຍາວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ສະຫະພັນຣັດເຊຍ (1994-2024) ແລະ ເຂົ້າຮ່ວມເປັນແຂກກິດຕິມະສັກໃນພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມຣັດເຊຍ ຄົບຮອບ 79 ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments