Friday, October 18, 2024
Homeທຸລະກິດບໍລິສັດ ເບຍລາວ ເປີດຕົວສາຍການຜະລິດບັນຈຸກະປ໋ອງທີ່ທັນສະໄໝ ເພື່ອເພີ່ມຂີດຄວາມສາມາດ ແລະ ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງຕະຫຼາດ

ບໍລິສັດ ເບຍລາວ ເປີດຕົວສາຍການຜະລິດບັນຈຸກະປ໋ອງທີ່ທັນສະໄໝ ເພື່ອເພີ່ມຂີດຄວາມສາມາດ ແລະ ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງຕະຫຼາດ

ໃນວັນທີ 29 ເມສາ 2024 ນະຄອນຫຼວງວຽງຈັນ – ບໍລິສັດ ເບຍລາວ ໄດ້ມີການເປີດໂຕສາຍການຜະລິດບັນຈຸກະປ໋ອງໃໝ່ທີ່ໂຮງງານນະຄອນຫຼວງວຽງຈັນ ເຊິ່ງເປັນຂີດໝາຍອັນສຳຄັນ ໃນການສະແຫວງຫາສີ່ງທີ່ດີທີ່ສຸດ ແລະ ນະວັດຕະກໍາໃໝ່ໆເຂົ້າມາການຜະລິດຢູ່ສະເໝີ. ການເປີດໃຊ້ງານໃນຄັ້ງນີ້ກໍ່ເພື່ອຕອບສະໜອງຄວາມສາມາດໃນການຜະລິດ ເຊິ່ງຈະຊ່ວຍໃຫ້ສາມາດຕອບສະຫນອງກັບຄວາມຕ້ອງການທີ່ເພີ່ມຂຶ້ນໂດຍສະເພາະເຄື່ອງດື່ມທີ່ໄດ້ຮັບຄວາມນິຍົມ ແລະ ໃນຂະນະດຽວກັນກໍ່ຍັງຮັກສາມາດຕະຖານຄຸນນະພາບໄວ້ໄດ້ດີ.

ເປັນກຽດເຂົ້າຮ່ວມງານຄັ້ງນີ້ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ບົວວັນ ວິລະວົງ ຕາງໜ້າຜູ້ຖືຫຸ້ນຝ່າຍລັດຖະບານ ແລະ ນຳໜ້າຕ້ອນຮັບແຂກໃນຄັ້ງນີ້ໂດຍ ທ່ານ Joao ABECASIS ຮອງປະທານຝ່າຍບໍລິຫານປະຈຳພາກພື້ນອາຊີ ຈາກ ບໍລິສັດ ຄາຣ໌ສະເບີກ ສາກົນ, ທ່ານ ເຮັນຣິກ ແອນເດີຊັນ ຜູ້ອຳນວຍການບໍລິສັດ ເບຍລາວ, ທ່ານ ທະນຸສັກ ພົມມະຈັກ ຜູ້ອຳນວຍການສະພາບໍລິຫານ ແລະ ມີບັນດາພະນັກງານເຂົ້າຮ່ວມຢ່າງພ້ອມພຽງ. ການເຂົ້າຮ່ວມຈາກບັນດາແຂກກິດຕິມະສັກທີ່ໄດ້ກ່າວມາກ່ອນໜ້ານີ້ໄດ້ສະແດງໃຫ້ເຫັນເຖີງການສະໜັບສະໜູນຈາກລັດຖະບານ ທີ່ມີຕໍ່ກັບຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງເບຍລາວ ທີ່ຍາມໃດກໍ່ກະຕືລືລົ້ນໃນການຊຸກຍູ້ເສດຖະກິດໃຫ້ມີການເຕີບໃຫຍ່ຂະຫຍາຍໂຕຢູ່ສະເໝີ.

ເຄື່ອງຈັກດັ່ງກ່າວໄດ້ຖືກພັດທະນາໂດຍການຮ່ວມມືກັບໂຮງງານຜູ້ຜະລິດທີ່ມີປະສົບການຍາວນານຂອງປະເທດເຢຍລະມັນ ຫຼື KHS ເຊິ່ງເຄື່ອງຜະລິດກະປ໋ອງໃຫມ່ນີ້ີມາພ້ອມການຜະລິດ ແລະ ການບັນຈຸທີ່ລໍ້າມັນສະໄໝ ໂດຍຄວາມສາມາດຜະລິດໄດ້ 60,000 ກະປ໋ອງຕໍ່ຊົ່ວໂມງ ມາພ້ອມລະບົບການຄວບຄູມທີ່ມີຄຸນນະພາບສູງ ແລະ ທັນສະໄຫມ ດ້ວຍຄວາມລໍ້າໜ້າ ເຮັດໃຫ້ສາມາດຫຼຸດຜ່ອນການເອົາອົກຊີເຈນໃນລະຫວ່າງຂະບວນການບັນຈຸ ແລະ ຍັງຄົງມາດຕະຖານສຸຂະອະນາໄມທີ່ບໍລິສັດວາງໄວ້ ເພື່ອຮັບປະກັນວ່າທຸກໆກະປ໋ອງທີ່ອອກຈາກບໍລິສັດຍັງຄົງຄວາມສົດໃໝ່ ແລະ ຮັກສາລົດຊາດທີ່ເປັນເອກະລັກໃຫ້ຄົງຢູ່ ເພື່ອທີ່ຈະໃຫ້ຜູ້ບໍລິໂພກໄດ້ສຳຜັດກັບປະສົບການການດື່ມສຸດພິເສດທີ່ຫາຢູຸ່ໃສບໍ່ໄດ້ນັ້ນເອງ.

ທ່ານ ເຮັນຣິກ ແອນເດີຊັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ໄດ້ກ່າວວ່າ: “ການເປີດນຳໃຊ້ສາຍການຜະລິດກະປ໋ອງທີ່ມີຄວາມລໍ້າສະໄໝໃນໂຮງງານຜະລິດຊັ້ນນໍາຂອງພວກເຮົານີ້ ໄດ້ເປັນເຄື່ອງພິສູດເຖິງຄວາມມຸ່ງໝັ້ນອັນແນ່ວແນ່ຂອງພວກເຮົາ ເພື່ອຄວາມເປັນເລີດ ແລະ ຜູ້ນຳໜ້າດ້ານນະວັດຕະກໍາ ຈາກກຳລັງການຜະລິດທີ່ມີຢູ່ແລ້ວຂອງພວກເຮົາຈະເພີ່ມທະວີຄູນເປັນສອງເທົ່າ, ບໍ່ແມ່ນແຕ່ຕອບສະຫນອງຄວາມຕ້ອງການໃຫ້ພຽງພໍໃນປະຈຸບັນເທົ່ານັ້ນ ແຕ່ຍັງວາງກົນລະຍຸດໃນການເຕີບໂຕຢ່າງມີປະສິດທີພາບໃນອະນາຄົດນຳອີກ.”

ການລົງທຶນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ຄາຣ໌ສະເບີກ ສາກົນ ແລະ ບໍລິສັດ ເບຍລາວ ໃນການລົງທຶນໃນປະເທດລາວ ແລະ ດ້ວຍກຳລັງການຜະລິດທີ່ເພີ່ມຂຶ້ນ ເຮັດໃຫ້ ບໍລິສັດ ເບຍລາວ ຍິ່ງເສີມຄວາມເຂັ້ມແຂງ ແລະ ຕອກຢໍ້າຄວາມເປັນຜູ້ນໍາໃນອຸດສາຫະກຳເຄື່ອງດື່ມທັງພາຍໃນ ແລະ ຕ່າງປະເທດຢ່າງແທ້ຈິງ. ການລົງທຶນໃສ່ສາຍການຜະລິດກະປ໋ອງທີ່ລໍ້າສະໄໝນີ້ເປັນການເນັ້ນຢໍ້າເຖິງວິໄສທັດຂອງບໍລິສັດ ໃນການສະໜອງຜະລິດຕະພັນທີ່ມີຄຸນນະພາບ ແລະ ດີເລີດໃຫ້ແກ່ຜູ້ບໍລິໂພກ. ນອກຈາກນັ້ນ, ການລົງທຶນໃນຄັ້ງນີ້ຍັງປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາເສດຖະກິດໃນປະເທດໃຫ້ມີຄວາມຈະເລີນຮຸ່ງເຮືອງ ເຊິ່ງໝາຍຄວາມວ່າລັດຖະບານຈະມີລາຍຮັບເພີ່ມຂື້ນ ຈາກການເກັບພາສີອາກອນ ແລະ ການສົ່ງອອກຜະລິດຕະພັນທີ່ເພີ່ມຂື້ນນັ້ນເອງ.

ໃນຂະນະທີ່ ບໍລິສັດ ເບຍລາວ ພັດທະນາຢ່າງບໍ່ຢຸດຢັ້ງ ແຕ່ບໍລິສັດກໍ່ຍັງຄົງຄຳນຶງເຖິງການສະໜອງຜະລິດຕະພັນທີ່ມີຄຸນນະພາບ​ ແລະ ແທດເໝາະກັບຄວາມພໍໃຈຜູ້ບໍລິໂພກຫຼາຍເທົ່າທີ່ຈະຫຼາຍໄດ້. ໃນການເພີ່ມສາຍການຜະລິດກະປ໋ອງໃຫມ່ນີ້ບໍ່ພຽງແຕ່ສາມາດຕອບສະຫນອງສິນຄ້າໃຫ້ທັນ ແຕ່ຍັງເກີນຄວາມຄາດໝາຍ ເພື່ອໃຫ້ຮັບປະກັນວ່າຜະລິດຕະພັນຂອງບໍລິສັດຈະຍັງຄົງຢູ່ໃນສັງຄົມຕະຫຼອດໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments