Wednesday, October 23, 2024
Homeຂ່າວດ່ວນສືບຕໍ່ແກ້ໄຂລະບົບຈໍາຫນ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸພັດຜ່ານ

ສືບຕໍ່ແກ້ໄຂລະບົບຈໍາຫນ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸພັດຜ່ານ

ໄຟຟ້າລາວລາຍງານວ່າ: ປະຈຸບັນ ລັດວິສາຫະກິດໄຟຟ້າລາວ ຍັງສືບຕໍ່ແກ້ໄຂລະບົບຈໍາຫນ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸພັດຜ່ານ ໃນຄັ້ງວັນທີ 3 ພຶດສະພາ 2024 ທີ່ຜ່ານມາ ເພື່ອສະຫນອງໄຟໃຫ້ກັບຜູ້ຊົມໃຊ້ຢ່າງຕໍ່ເນື່ອງ, ເຊິ່ງຜົນກະທົບທີ່ໄດ້ຮັບຈາກພາຍຸໃນຄັ້ງນີ້ເປັນຕົ້ນ: ຕົ້ນໄມ້ຫັກທັບສາຍໄຟ, ເສົາໄຟລົ້ມ, ສິ່ງປຸກສ້າງພາດສາຍໄຟຂາດ, ຫມໍ້ນັບໄຟໄໝ້, ສາຍຕາຂ່າຍ 22/0.4 ກິໂລໂວນຂາດ ແລະ ສາເຫດອື່ນໆ; ປະຈຸບັນສາມາດສ້ອມແປງແກ້ໄຂໄດ້ຫຼາຍຈຸດເຊີ່ງຄິດເປັນເປີເຊັນໄດ້ດັ່ງນີ້:

-5 ເມືອງນອກ ຄື:

ເມືອງໄຊທານີ ສຳເລັດ 70%

ເມືອງຫາດຊາຍຟອງ ສຳເລັດ 50%

ເມືອງນາຊາຍທອງ ສຳເລັດ 90%

ເມືອງປາກງື່ມ ສຳເລັດ 70%

ເມືອງສັງທອງ ສຳເລັດ 97%

– 4 ເມືອງໃນ ຄື:

ເມືອງໄຊເສດຖາ ສໍາເລັດ 90%

ເມືອງສີສັດຕະນາກ ສໍາເລັດ 90%

ເມືອງຈັນທະບູລີ ສໍາເລັດ 95%

ເມືອງສີໂຄດຕະບອງ ສໍາເລັດ 90%

ແລະ ຈະເລັ່ງໃຫ້ທຸກຈຸດທີ່ໄດ້ຮັບຜົນກະທົບສໍາເລັດການແກ້ໄຂ ກ່ອນເວລາ 18:00 ໂມງ ຂອງມື້ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments