Home ຂ່າວໜ້າໜຶ່ງ ກອງທັບປະຊາຊົນລາວ ຮ່ວມສໍາພັນສູ້ຮົບໃນບັ້ນຮົບດຽນບຽນຟູ.

ກອງທັບປະຊາຊົນລາວ ຮ່ວມສໍາພັນສູ້ຮົບໃນບັ້ນຮົບດຽນບຽນຟູ.

0

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 2 ພຶດສະພາ 2024 ນີ້, ທ່ານໄດ້ຍົກໃຫ້ເຫັນໄຊຊະນະດຽນບຽນຟູ ກໍຄື ການປະກອບສ່ວນຂອງ ກອງທັບປະຊາຊົນລາວ ໃນການຮ່ວມສຳພັນສູ້ຮົບໃນບັ້ນຮົບດຽນບຽນຟູ ຈົນໄດ້ຮັບໄຊສະນະ ເຊິ່ງ ໄຊຊະນະດຽນບຽນຟູ ໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນແບບເກົ່າ ຕ້ອງຍອມຮັບເຊັນສັນຍາເຊີແນວປີ 1954 ກ່ຽວກັບອິນດູຈີນ ຮັບຮອງຄວາມເປັນເອກະລາດ ແລະ ອະທິປະໄຕຂອງ 3 ຊາດອິນດູຈີນ.

ພາຍຫລັງສັນຍາເຊີແນວບໍ່ໄດ້ເທົ່າໃດປີ, ຈັກກະພັດລ່າເມືອງຂຶ້ນແບບໃໝ່ ໄດ້ເຂົ້າມາປ່ຽນແທນພວກລ່າເມືອງຂຶ້ນແບບເກົ່າ ຮຸກຮານລາວ ແລະ ຫວຽດນາມ ດ້ວຍລັດທິລ່າເມືອງຂຶ້ນແບບໃໝ່ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ສືບຕໍ່ຄຽງບ່າຄຽງໄຫລ່ ກັບພະນັກງານ-ນັກຮົບກອງທັບປະຊາຊົນລາວ ແລະ ປະຊາຊົນລາວ ບັນດາເຜົ່າດຳເນີນການຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ ແລະ ອາດຫານຊານໄຊທີ່ສຸດ ດ້ວຍຈິດໃຈເຂົ້າເມັດຫັກ, ຜັກເສັ້ນໜຶ່ງ ກໍແບ່ງກັນກິນ ເພື່ອທັບມ້າງຍຸດທະສາດຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫລ່ງຕີນມືຂາຍຊາດຂອງລັດຖະບານຫຸ່ນວຽງຈັນ ຍາດເອົາໄຊຊະນະ ເຊັ່ນ: ບັ້ນຮົບປົດປ່ອຍຫລວງນໍ້າທາ (1962), ບັ້ນຮົບ 128, ບັ້ນຮົບນໍ້າບາກ (1968), ບັ້ນຮົບເມືອງສູຍ (1969), ບັ້ນຮົບກູ້ກຽດ, ບັ້ນຮົບທະນົງກຽດ (1969-1970), ບັ້ນຮົບລາມເຊີນ 719 (1971), ບັ້ນຮົບທົ່ງໄຫຫີນຊຽງແຂວງ, ລ້ອງແຈ້ງ, ບັ້ນຮົບສາລາພູຄູນ (1971-1972) ແລະ ບັ້ນຮົບອື່ນໆ.

ເພື່ອຊ່ວຍໃຫ້ສະຫາຍຫວຽດນາມ ເຮັດສຳເລັດພາລະກິດປະຫວັດສາດ ໃນການປົດປ່ອຍພາກໃຕ້ຫວຽດນາມ, ພັກປະຊາຊົນປະຕິວັດລາວ, ສູນກາງແນວລາວຮັກຊາດ ກໍໄດ້ສ້າງທຸກເງື່ອນໄຂເອື້ອອຳນວຍ, ໄດ້ອະນຸຍາດໃຫ້ເພື່ອເປີດເສັ້ນທາງໂຮ່ຈີ່ມິງ ຜ່ານດິນແດນລາວ ເພື່ອລຳລຽງຂົນສົ່ງກໍາລັງທະຫານ, ພາຫະນະສົງຄາມ ເປັນເວລາຫລາຍປີ ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ ໃນວັນທີ 30 ເມສາ 1975 ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນໄຊຊະນະລວມຂອງສອງຊາດລາວ-ຫວຽດນາມ.

ໂດຍປະສານສົມທົບກັບໄຊຊະນະຂອງປະຊາຊົນຫວຽດນາມ, ຢູ່ລາວພວກເຮົາ ໄດ້ເປີດບັ້ນຮົບປຸກລະດົມການລຸກຮື້ຂຶ້ນດ້ວຍ 3 ບາດຄ້ອນຍຸດທະສາດ, ກ້າວໄປສູ່ການຢຶດອໍານາດທົ່ວປະເທດ ໃນວັນທີ 23 ສິງຫາ 1975, ລົບລ້າງລະບອບເກົ່າລາຊາທິປະໄຕລາດຊະອານາຈັກ ທີ່ເປັນເມືອງຂຶ້ນຂອງຕ່າງຊາດ, ສະຖາປະນາລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ.

ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດ ໃນປະຫວັດສາດ ການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມ ຜູ້ພິລະອາດຫານ ເຊິ່ງໄດ້ບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກ ຢູ່ໃນສະຕະວັດທີ XX ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນແບບເກົ່າ ຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດເຄິ່ງສັກດີນາ ທີ່ເຄີຍເປັນຫົວເມືອງຂຶ້ນ ປະຊາກອນບໍ່ຫລາຍ, ເສດຖະກິດຫລ້າຫລັງ, ກໍາລັງທະຫານ ແລະ ພາຫະນະ-ອາວຸດຍຸດໂທປະກອນມີໜ້ອຍ ແຕ່ດ້ວຍຄວາມສາມັກຄີຢ່າງແໜ້ນແຟ້ນ, ພາຍໃນຊາດ, ການນໍາພາ-ຊີ້ນຳຂອງພັກ ແລະ ປະທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງໃຫຍ່, ປຸກລະດົມ ແລະ ໝູນໃຊ້ກຳລັງປະກອບອາວຸດ ປະຕິບັດໜ້າທີ່ປ້ອງກັນປະເທດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ, ຕີເອົາໄຊຊະນະກັບສັດຕູຜູ້ຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫລາຍເທົ່າ ຈົນໄດ້ຮັບໄຊຊະນະ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version