Saturday, July 27, 2024
Homeຂ່າວພາຍໃນກອງ​ປະ​ຊຸມ​ເຜີຍ​ແຜ່​ກິດ​ຈະ​ກຳ​ສ້າງ​ຊັບ​ສິນ ແລະ ຝຶກ​ອົບ​ຮົ​ມ​ການ​ເປັນ​ຄູ​ຝຶກ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ການ​ຄຸ້ມ​ຄອງ​ກິດ​ຈະ​ກຳ​ສ້າງ​ຊັບ​ສິນ ໂຄງ​ການ​ສ້າງ​ຄວາມ​ເຂ​ັ້ມ​ແຂງ​ໃຫ້​ຊຸມ​ຊົນຫຼຸດ​ຜ່ອນ​ໄພ​ທິ​ບັດ ແລະ ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ

ກອງ​ປະ​ຊຸມ​ເຜີຍ​ແຜ່​ກິດ​ຈະ​ກຳ​ສ້າງ​ຊັບ​ສິນ ແລະ ຝຶກ​ອົບ​ຮົ​ມ​ການ​ເປັນ​ຄູ​ຝຶກ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ການ​ຄຸ້ມ​ຄອງ​ກິດ​ຈະ​ກຳ​ສ້າງ​ຊັບ​ສິນ ໂຄງ​ການ​ສ້າງ​ຄວາມ​ເຂ​ັ້ມ​ແຂງ​ໃຫ້​ຊຸມ​ຊົນຫຼຸດ​ຜ່ອນ​ໄພ​ທິ​ບັດ ແລະ ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ

​​ໃນ​​ລະ​ຫວ່າງວັນ​ທີ 29-30 ເມ​ສາ 2024 ນີ້​ຢູ່​ທີ​ສະ​ໂມ​ສອນ​ເມືອງ​ໃໝ່ ແຂວງ​ຜົ້ງ​ສາ​ລີ ໂຄງ​ການອາ​ຫານ​ໂລກ WFP (world food programme) ໄດ້​ຈັດ ກອງ​ປະ​ຊຸມ​ເຜີຍ​ແຜ່​ກິດ​ຈະ​ກຳ​ສ້າງ​ຊັບ​ສິນ ແລະ ຝຶກ​ອົບ​ຮົ​ມ​ການ​ເປັນ​ຄູ​ຝຶກ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ການ​ຄຸ້ມ​ຄອງ​ກິດ​ຈະ​ກຳ​ສ້າງ​ຊັບ​ສິນ ໂຄງ​ການ​ສ້າງ​ຄວາມ​ເຂ​ັ້ມ​ແຂງ​ໃຫ້​ຊຸມ​ຊົນຫຼຸດ​ຜ່ອນ​ໄພ​ທິ​ບັດ ແລະ ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ໂດຍ​ພາຍ​ໃຕ້​ການ​ເປັນປະ​ທານ​ຂອງ ທ່ານ ບຸນ​ເພັງ ​ພຸດ​ກັນ​ຍາ ຮອງ​ຫົວ​ໜ້າ​ພະ​ແນກ ແຮ​ງງານ ​ແລະ ສະ​ຫວັດ​ດີ​ການສັງ​ຄົມແຂວງ ແລະ ທ່ານ ພຸດ​ທາ ຫົວ​ໜ້າ​ໂຄງ​ການ​ອາ​ຫານ​ໂລກ ປະ​ຈຳ​ແຂວງ ຜົ້ງ​ສາ​ລີ ມີ​ບັນ​ດາ​ທ່ານການ​ນຳ ​ຜູ້​ຊີ້​ນຳ​ວຽກ​ງານ​ໂຄງ​ການ, ມີ​ພະ​ນັກ​ງານ​ໂຄງ​ການ​ປະ​ຈຳ ​ແຂວງ​, ​ເມືອງ ແລະ​ ພາກ​ສ່ວນ​ຮັບ​ຜິດ​ຊອກ​ທີ່​ກ່ຽວ​ຂ້ອງໂຄງ​ການ ເມືອງ​ຂວາ ແລະ ເມືອງ​ໃໝ່​ ເຂົ້າ​ຮ່ວມ​. ໃນ​ກອງ​ປະ​ຊຸມ​ ທ່ານ ບຸນ​ເພັງ ​ພຸດ​ກັນ​ຍາ ຮອງ​ຫົວ​ໜ້າ​ພະ​ແນກ ແຮ​ງງານ ​ແລະ ສະ​ຫວັດ​ດີ​ການສັງ​ຄົມແຂວງ ໄດ້​ຂື້ນ​ມີ​ຄຳ​ເຫັນ ​​ແລະ ກ່າວ​ເປີດກອງ​ປະ​ຊຸມ​ຢ່າງ​ເປັນ​ທາງການ ພ້ອມ​ທັງ​ຊີ້​ນຳ​ກອງ​ປະ​ຊຸມ ຈາກ​ນັ້ນ​ຜູ້​ແທນກອງ​ປະ​ຊຸ​ມໄດ້​ຮັບ​ການ​ນຳ​ສະ​ເໜີ​ໂດຍ​ຫຍໍ້​ກ່ຽວ​ກັບ​ໂຄງ​ການ ເຊິ່ງໃຫ້​ຮູ້ເຖິງຈຸດ​ປະ​ສົງ, ​ເປົ້າ​ໝາຍ​, ຄວາມ​ຄືດ​ໜ້​າໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ແລະ ພາ​ລະ​ບົດ​ບາດ​ຂອງ​ແຕ່​ລະ​ພາກ​ສ່ວນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ, ນຳ​ສະ​ເໜີ​ກິດ​ຈະ​ກຳ​ການ​ສ້າງ​ຊັບ​ສິນ​ຂອງ​ແຕ່​ລະ​ບ້ານ​ທີ່​ໄດ້​ຮັບ​ການ​ຂັດ​ເລືອກ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ຕ້ອງ​ໄດ້​ແຈ້ງ​ໃຫ້​ຊຸມ​ຊົນ​​ຮັບ​ຮູ້​ເພື່ອ​ຄວາມ​ເປັນ​ເອ​ກະ​ພາບ ແລະ ສະ​ເໜີ​ການ​ຝຶກ​ອົບ​ຮົມ​ທີ່​ຈະ​ໄດ້​ຝຶກ​ໃຫ້​ກັບ​ຊຸມ​ຊົນ​ໃນ​ຕໍ່​ໜ້າ ໂດຍ​ສະ​ເພາະ​ແມ່ນ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ບ້ານ ເຊິ່ງ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ບ້ານມີ​ໜ້າ​ທີ່​ວາງ​ແຜນ​ການ​ດຳ​ເນີນ​ງານ, ຄຸ້ມ​ຄອງ​ອຸ​ປະ​ກອນ-ເຄື່ອງ​ມື​ໃນ​ການ​ກໍ່​ສ້າງ, ນຳ​ພາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ, ຕິດ​ຕາມ​ບັນ​ທຶກວັນ​ງານ​ຜູ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ເຮັດ​ວຽກ, ​ນຳ​ໃຊ​້ ບຳລຸງ​ຮັກ​ສາ/ສ້ອມ​ແປງ, ແບ່ງ​ປັນ​ຜົນ​ປະ​ໂຫຍດ ແລະ ຮັບ​ປະ​ກັນ​ຄວາມ​ຍືນ​ຍົງ, ປະ​ສານ​ງານ ແລະ​ ລາຍ​ງານ ​ຢ່າງ​ເປັນ​ປົກ​ກະ​ຕິ ພ້ອ​ມ​ນັ້ນ​ຍັງ​ໄດ້​ຮັບ​ຟັງ​ການ​ນຳ​ສະ​ເໜີ​ແບບ​ຟອມ​ຂອງ​ຂໍ້​ຕົກ​ລົງ, ແບບ​ຟອມລາຍການ​ບັນ​ທຶກ​ອຸ​ປະ​ກອນ ແລະ ແບບ​ຟອມ​ການ​ບັນ​ທຶກວັນ​ງານ ຂອງ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຊັບ​ສິນ​ຂັ້ນ​ບ້ານ ຈາກ​ນັ້ນ​ຜູ້​ແທນກອງ​ປະ​ຊຸມ​ກໍ​ໄດ້​ພ້ອມ​ກັນ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ບັນ​ດາ​ແບບ​ຟອມ​ຕ່າງໆ ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ນຳ​ເອົາ​ໄປ​ປັບ​ປຸງ ແລະ ​ນຳ​ເອົາ​ໄປຈັດ​ຕັ້ງ​ປະ​ຕິ​ບັດ​ເຂົ້າ​ໃນວຽກ​ງານ​​ຕົວ​ຈິງໃນ​ຕໍ່​ໜ້າ ​​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ສູງ​ສຸດ .

ໃນ​ຕ້ອນ​ທ້າຍກອງ​ປະ​ຊຸມ​ຄະ​ນະ​ປະ​ທານ​ໄດ້​ຂື້ນ​ມີ​ຄຳ​ເຫັນ ຊີ້​ແຈງ​ຕໍ່​ກອງ​ປະ​ຊຸມ ກອນ​ອື່ນ​ກໍ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ຊົມ​ຕໍ່​ຜູ້​ແທນກອງ​ປະ​ຊຸມ​ທີ​ໄດ້​ເອົາ​ໃຈ​ໃສ​່​ຮັບ​ຟັງ ແລະ ພ້ອມ​ກັນ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ບັນ​ດາ​ແບບ​ຂອງ​ແຕ່​ລະ​ກິດ​ຈະ​ກຳ​ການ​ສ້າງ​ຊັບ​ສິນ​ຂອງ​ແຕ່​ລະ​ບ້ານ ນອກ​ນັ້ນ​ຍັງ​ໄດ້​ຮຽກ​ຮ້ອງ​ມາ​ຍັງ​ວິ​ຊາ​ການ​​ທີ​ຈະ​ຕ້ອງ​ສືບ​ຕໍ່​ຝຶກ​ອົບ​ຮົມຢູ່​ຂັ້ນ​ບ້ານ ຈົ່ງ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ ນຳ​ເອົາ​ບັນ​ດາ​ເນື້ອ​ໃນ​ກອງ​ປະ​ຊຸມ​ລົງ​ໄ​ປ​ເຜີຍ​ແຜ່, ຝຶກ​ອົບ​ຮົມ​ໃຫ້​ບ້ານ​ເປົ້າ​ໝາຍກ່ຽວ​ກັບ​ການ​ຄຸ່ມ​ຄອງ​ຊັບ​ສິນ ໃຫ້​ມີ​ຜັນ​ສຳ​ເລັດ​ຕາມ​​ຄາດ​ໝາຍ​​ທີ່ມີ​ວາງ​ໄວ້.

(ພາບ ຂ່າວ: ວັນ​ວິ​ໄລ ຖວ​ທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments