Saturday, May 18, 2024
Homeຂ່າວການເມືອງຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ (30 ເມສາ 1975 – 30 ເມສາ 2024)

ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ (30 ເມສາ 1975 – 30 ເມສາ 2024)

ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ,ວັນແຫ່ງການທັບມ້າງອຳນາດການປົກຄອງທີ່ເປື່ອຍເຫຍື່ອຍຂອງພວກລ່າເມືອງຂຶ້ນແບບໃໝ່,ເປັນວັນທີ່ປະເທດຫວຽດນາມມີຄວາມເປັນເອກະລາດຢ່າງສົມບູນຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ກໍຄົບຮອບ 49 ປີພໍດີ. ສະນັ້ນ,ມື້ນີ້ຜູ້ຂຽນຂໍຄວນຄືນເຫດການສຳຄັນໃນທ້າຍສະຕະວັດທີ 19-ຕົ້ນສະຕະວັດທີ 20 ລັດທິລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ຢຶດ ເອົາ 3 ຊາດອິນດູຈີນກາຍເປັນອານານິຄົມ, ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ແລະປະ ທານ ໂຮ່ຈີ່ມິງ, ປະຊາຊົນຫວຽດນາມໄດ້ລຸກຂຶ້ນຕໍ່ສູ້ຈົນຮອດເດືອນ 8 ປີ 1945 ໄດ້ລຸກຮືຂຶ້ນຢຶດອໍາ ນາດປະກາດເອກະລາດ ວັນທີ 2 ກັນຍາ 1945, ແຕ່ມາຮອດປີ 1946 ຈັກກະພັດຝຣັ່ງ ໄດ້ກັບຄືນ ມາຮຸກຮານຫວຽດນາມຄັ້ງທີ 2 ປະຊາຊົນຫວຽດນາມໄດ້ສືບຕໍ່ການຕໍ່ສູ້ຕ້ານຝຣັ່ງຈົນຮອດວັນທີ 7 ພຶດສະພາ 1954 ສາມາດຍາດໄດ້ໄຊຊະນະ ແລະ ໄດ້ທັບມ້າງສູນບັນຊາການໃຫຍ່ຂອງຝຣັ່ງ ຢູ່ດຽນບຽນຟູໄດ້ ນຳໄປສູ່ການເຊັນສາຍາເຊີແນວກ່ຽວກັບອິນດູຈີນວັນທີ 20 ກໍລະກົດ 1954.

ແຕ່ນໍ້າເມີກບໍ່ທັນແຫ້ງ, ຈັກກະພັດອາເມລິກາໄດ້ເຂົ້າມາຮຸກຮານເທື່ອໃໝ່ຍິ່ງຮ້າຍກາດກວ່າເກົ່າ ເພາະມີກຳລັງທະຫານ, ພາຫະນະສົງຄາມທັນສະໄໝ, ໄດ້ຕັ້ງຖານທັບຫລາຍແຫ່ງເພື່ອມາຮຸກຮານ ປະ ເທດອິນດູຈີນ. ຍຸດທະສາດ ແລະ ກົນອຸບາຍຂອງຈັກກະພັດອາເມລິກາຕໍ່ຫວຽດນາມໄດ້ຕັດແບ່ງຫວຽດ ນາມເປັນ 2 ພາກ ນັບແຕ່ເສັ້ນຂະໜານທີ 17 ອົງສາ ລົງໄປເປັນພາກໃຕ້ຢູ່ໃນເຂດຄວບຄຸມຊົ່ວຄາວ ຂອງອາເມລິກາ ແລະ ພວກທະຫານຫຸ່ນໄຊງອນ, ເປີດສົງຄາມກັບພາກເໜືອຫວຽດນາມ, ກວາດເອົາ ປະຊາຊົນໄປຄ້າຍອົບພະຍົບຢູ່ພາກໃຕ້, ດຳເນີນສົງຄາມແຕ່ຝ່າຍດຽວ ເຂັ່ນຂ້າປະຊາຊົນຫວຽດນາມ ຫລາຍກວ່າ 8 ໝື່ນຄົນ, ຈັບກຸມຜູ້ຮັກຊາດຫລາຍກວ່າ 5 ແສນຄົນ. ຕະຫລອດ 21 ປີ ທີ່ຄອບຄອງ ພາກໃຕ້ຫວຽດນາມ, ອາເມລິກາໄດ້ລົງທຶນຫລາຍທີ່ສຸດໃຫ້ແກ່ລັດທິຕ້ານກອມມູນິດ ນັບທັງພື້ນຖານວັດ ຖຸ, ເງິນຄຳ, ອາວຸດຍຸດທະພັນ ແລະ ເລ່ຫລ່ຽມດ້ານວັດທະນະທຳ ແນວຄິດທີ່ໂຫດຫ້ຽມ ແລະ ປະຕິ ການຂຸດຂີດ, ພວກເຂົາໄດ້ດຳເນີນສົງຄາມດ້ວຍຫລາຍຮູບແບບນັບແຕ່ສົງຄາມຕ້ານກັບປະຊາຊົນ, ສົງ ຄາມພາກສ່ວນ, ສົງຄາມພິເສດ, ສົງຄາມເຢັນຂອງຫວຽດນາມ, ສົງຄາມທາງອາກາດ ທຳລາຍພາກ ເໜືອຫວຽດນາມ, ສາມາດເວົ້າໄດ້ວ່າ: ສົງຄາມອາເມລິກາ ທຳລາຍຫວຽດນາມ ແມ່ນສົງຄາມລ້າງຜານ ທີ່ບໍ່ເຄີຍມີມາຕະຫລອດເຄິ່ງທ້າຍສະຕະວັດທີ 20,ແມ່ນສົງຄາມເຂັ່ນຂ້າດ້ວຍລະເບີດ, ລູກປືນ, ຍົນຍຸດ ທະສາດ ທີ່ທັນສະໄໝທີ່ສາມາດຖິ້ມລະເບີດ, ລູກບົ່ມທາດເຄມີ ລົງລ້າງຜານນັບທັງຄົນ ແລະ ສັດ ຕະ ຫລອດຮອດພຶກສາຊາດກໍ່ຖືກທຳລາຍກ້ຽງ.

ເຖິງຢ່າງໃດກໍ່ຕາມດ້ວຍນ້ຳໃຈຮັກຊາດອັນແຮງກ້າ, ຄຽດແຄ້ນຈັກກະພັດຢ່າງເລິກເຊິ່ງ ຂອງ ປະຊາຊົນຫວຽດນາມ ຜູ້ພິລະອາດຫານ ໂດຍສືບຕໍ່ມູນເຊື້ອວິລະຊົນແຫ່ງການສ້າງສາ ແລະ ປົກປັກ ຮັກສາປະເທດຊາດມານານ 4 ພັນປີ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ໄດ້ລຸກຂຶ້ນຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ແລະ ລູກມື 20 ກວ່າປີຢ່າງໝັ້ນໜຽວ ເພື່ອກອບກູ້ເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດຕົນຕາມຄຳສັ່ງສອນຂອງພັກ ຂອງປະ ທານ ໂຮ່ຈີ່ມິງ ທີ່ວ່າ “ ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດ ແລະ ເສລີພາບ”. ຈາກນັ້ນ ກໍ່ໄດ້ຮັບ ໄຊຊະນະອັນຍິ່ງໃຫຍ່, ໄຊຊະນະດັ່ງກ່າວແມ່ນການທັບມ້າງກົງຈັກການທະຫານອັນໃຫຍ່ໂຕເຂັ້ມແຂງ, ທັນສະໄໝກວ່າໝູ່ໝົດຢູ່ທະວີບອາຊີອາຄະເນໄດ້ຢ່າງສົມບູນ,ໄຊຊະນະລະດູບານໃໝ່ປີ 1975 ຢູ່ພາກ ໃຕ້ຫວຽດນາມແມ່ນໄຊຊະນະລວມແຫ່ງກ້ອນກຳລັງສາມັກຄີພິເສດ, ຮ່ວມສຳພັນສູ້ຮົບລະຫວ່າງຫວຽດນາມ, ລາວ, ກຳປູເຈຍ ສາມອ້າຍນ້ອງ ແມ່ນສະໜາມຮົບຢູ່ບົນດິນແດນແຫລມອິນດູ ຈີນອັນດຽວກັນ, ຕ້ານສັດຕູຜູ້ຮຸກຮານໂຕດຽວກັນແມ່ນປັດໄຈທ່າແຮງຊຸກດັນໄຊຊະນະເຊິ່ງກັນ ແລະ ກັນ, ເປັນການໄຂ ສັງກາດໃຫ້ຫວຽດນາມມີສັນຕິພາບ, ເອກະພາບ ແລະ ກ້າວຂຶ້ນສັງຄົມນິຍົມ, ດຳເນີນ ການປ່ຽນແປງ ໃໝ່, ຫັນເປັນອຸດສາຫະກຳທັນສະໄໝຂຶ້ນໄປເລື້ອຍໆຈົນເທົ່າທຸກວັນນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments