Wednesday, May 15, 2024
Homeຂ່າວພາຍໃນສະຫຼຸບການເຄື່ອນໄຫວວຽກງານກຳມະບານ ທົ່ວກອງທັບ ປະຈຳປີ 2023

ສະຫຼຸບການເຄື່ອນໄຫວວຽກງານກຳມະບານ ທົ່ວກອງທັບ ປະຈຳປີ 2023

ວັນທີ 26 ເມສາ 2024 ຫ້ອງການກຳມະບານກອງທັບ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກຳມະບານກອງທັບ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ມີຄະນະພັກ-ຄະນະບັນຊາ, ສູນກາງສະຫະພັນກຳມະບານລາວ, ປະທານກຳມະບານບັນດາກະຊວງ, ຄະນະພັກ-ຄະນະອໍານວຍການບໍລິສັດ, ລັດວິສາຫະກິດ, ກົມກອງການຜະລິດເຂົ້າຮ່ວມ.

ສະຫາຍ ພັນໂທ ໄຊຊະນະ ທຳມະສອນ ຮອງຫົວໜ້າຫ້ອງການກຳມະບານກອງທັບ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກຳມະບານກອງທັບ ໃນ 1 ປີຜ່ານມາ, ອົງການຈັດຕັ້ງກຳມະບານແຕ່ລະຂັ້ນໃນກອງທັບ ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກກຳມະບານ-ກຳມະກອນ ຢູ່ບັນດາກົມກອງຫົວໜ່ວຍແຮງງານການ ຜະລິດໃນຖັນແຖວກອງທັບ, ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງ, ຂໍ້ກຳນົດກົດລະບຽບ ຂອງກອງທັບ, ກົດລະບຽບຂອງສູນກາງສະຫະພັນກຳມະບານລາວ, ບັນດານິຕິກຳ ແລະ ທິດທາງການເຄື່ອນໄຫວຂອງກົມກອງວາງອອກ, ດ້ານວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ອົງການຈັດຕັ້ງກຳມະບານກອງທັບ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານໂດຍຕິດພັນກັບ ການພັດທະນາສີມືແຮງງານໃຫ້ນັບມື້ດີຂຶ້ນ ເປັນຕົ້ນແມ່ນຈັດຕັ້ງເຜີຍແຜ່ຮໍ່າຮຽນກົດລະບຽບ, ກົດໝາຍວ່າດ້ວຍກໍາມະບານລາວ (ສະບັບປັບປຸງ), ກົດໝາຍແຮງງານ, ກົດລະບຽບວິໄນຂອງກອງທັບ, ເຜີຍແຜ່ວຽກງານປ້ອງກັນອຸປະຕິເຫດແຮງງານ, ວຽກງານປະກັນສັງຄົມ ໄດ້ 12 ກົມກອງ.

ໄປຄຽງຄູ່ກັນນັ້ນ ດ້ານວຽກງານຂະບວນການແຂ່ງຂັນ ແລະ ຍ້ອງຍໍ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງ ສະຫະພັນກຳມະບານລາວ ແລະ ຂະບວນການປະຕິບັດແຜນການຄາດໝາຍສູ້ຊົນຂອງບັນດາກົມກອງ ໂດຍຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ-ພັດທະນາ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງກອງ 3 ປອດ ແລະ ການສ້າງກົມກອງວັດທະນະທໍາ-ນັກຮົບວັດທະນະທຳ ຕິດພັນກັບ 4 ໜ້າທີ່ 26 ແຜນງານຂອງກະຊວງປ້ອງກັນປະເທດ ວາງອອກ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະເພື່ອຊອກໃຫ້ເຫັນບຸກຄົນ ແລະ ກົມກອງລວມໝູ່ທີ່ ດີເດັ່ນໃນຂະບວນການແຂ່ງຂັນ. ໄດ້ປະເມີນຜົນ ແລະ ອອກໃບຢັ້ງຢືນ 5 ເປັນເຈົ້າໃຫ້ 12 ສະຫະພັນກຳມະບານ ແລະ 74 ກຳມະບານຮາກຖານ. ໃນໜຶ່ງ ປີຜ່ານມາຫ້ອງ ການກຳມະບານກອງທັບສາມາດຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 5 ປີ ຕໍ່ເນື່ອງ, ກົມກອງ ປອດໄສ, ປອດໄພ, ປອດຄະດີ 10 ປີຕໍ່ເນື່ອງ ແລະ ໄດ້ຮັບການຍ້ອງຍໍປະເພດຫຼຽນຕ່າງໆ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ຢ່າງສົມກຽດ.

ໃນກອງປະຊຸມໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ສະຫະພັນກຳມະບານ 12 ສະຫະພັນ ແລະ ກຳມະບານ ຮາກຖານ 74 ຮາກຖານ ຕື່ມອີກ. ໂອກາດນີ້ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ມີຄຳຄິດເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກຫຼາຍບັນຫາໃຫ້ຄະນະກໍາມະບານຮາກຖານ ຕະຫຼອດຮອດສະມາຊິກກຳມະບານ ຈົ່ງສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງແທດເໝາະກັບ ສະພາບຕົວຈິງ, ສືບຕໍ່ເອົາໃຈໃສ່ກໍ່ສ້າງ-ບຳລຸງພະນັກງານ, ສະມາຊິກກຳມະບານໃຫ້ມີຄວາມຮູ້, ຄວາມສາມາດ, ຍົກລະດັບດ້ານວິຊາສະເພາະ ເພື່ອ ຮັບປະກັນເຮັດສຳເລັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ.

ໂດຍ: ລີຕ່າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments